ຫວຽດນາມ ຖືເປັນສໍາຄັນການພົວພັນດ້ານປ້ອງກັນຊາດກັບ ອີຢູ

08:24 | 10/10/2019

ຕອນບ່າຍວັນທີ 8 ຕຸລາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີວີ໊ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Giorgio Aliberti-ເອກອັກຄະລັດຖະທູດ, ຫົວໜ້າຄະນະສະຫະພາບເອີລົບ (ອີຢູ) ຄົນໃໝ່ປະຈໍາຢູ່ຫວຽດນາມ.

ຫວຽດນາມ ຖືເປັນສໍາຄັນການພົວພັນດ້ານປ້ອງກັນຊາດກັບ ອີຢູ

ທ່ານພົນໂທ ຫງວຽນຈີວີ໊ງ ຕ້ອນຮັບທ່ານ Giorgio Aliberti. (ພາບ: ຮວ່າງຫວູ)

ທີ່ການຕ້ອນຮັບ, ທ່ານ Giorgio Aliberti ຕີລາຄາການພົວພັນອີຢູ-ຫວຽດນາມ ນັບມື້ນັບພັດທະນາຢ່າງຕັ້ງໜ້າ, ໃນນັ້ນມີຂົງເຂດປ້ອງກັນຊາດ. ທ່ານ Giorgio Aliberti ຖືວ່າ, ການເຊັນສັນຍາກ່ຽວກັບການສ້າງຕັ້ງຂອບເຂດເຂົ້າຮ່ວມຂອງຫວຽດນາມ ໃນການເຄື່ອນໄຫວຄວບຄຸມວິກິດການຂອງອີຢູ (ສັນຍາ FPA) ໃນໄລຍະຈະມາເຖິງຈະແມ່ນຂີດໝາຍໃນການພົວພັນດ້ານປ້ອງກັນຊາດລະຫວ່າງສອງຝ່າຍ. ທ່ານ Giorgio Aliberti ຫວັງວ່າໃນປີເປັນປະທານອາຊຽນ 2020, ຫວຽດນາມ ຈະສືບຕໍ່ສະໜັບສະໜູນຄວາມປາດຖະໜາຂອງອີຢູ ທີ່ຢາກເຂົ້າຮ່ວມບັນດາໂຄງປະກອບປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ພາກພື້ນອາຊີ-ປາຊີຟິກ, ໃນນັ້ນມີກົນໄກກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນເປີດກວ້າງ (ADMM+).

ສ່ວນທ່ານພົນໂທ ຫງວຽນຈີວີ໊ງ ຊີ້ແຈ້ງວ່າ, ຫວຽດນາມ ຖືເປັນສໍາຄັນການພົວພັນກັບອີຢູ, ໃນນັ້ນມີຂົງເຂດປ້ອງກັນຊາດ; ຫວຽດນາມ ຈະສະໜັບສະໜູນຄວາມປາດຖະໜາຂອງອີຢູ ກ່ຽວກັບການເຂົ້າຮ່ວມບັນດາໂຄງປະກອບດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບອາຊີ-ປາຊີຟິກ. ທ່ານ ຫງວຽນຈີວີ໊ງ ເນັ້ນໜັກວ່າ, ກະຊວງປ້ອງກັນປະເທດຫວຽດນາມ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບຄະນະປະຕິບັດງານອີຢູ ປະຈໍາ ຫວຽດນາມ ເພື່ອສືບຕໍ່ຊຸກຍູ້ການພົວພັນດ້ານປ້ອງກັນຊາດລະຫວ່າງສອງຝ່າຍ, ຊົມເຊີຍການຢ້ຽມຢາມຂອງປະທານຄະນະກໍາມະການການທະຫານອີຢູ ໃນປີຈະມາເຖິງ, ພ້ອມທັງສະແດງຄວາມປາດຖະໜາຢາກໄດ້ຮັບການສະໜັບສະໜູນຂອງອີຢູ ໃນປີເປັນປະທານອາຊຽນ 2020.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.