ໂດຍຂ່ຳນັບຮັບຕ້ອນວັນເຄື່ອງໝາຍການຄ້າ ຫວຽດນາມ (ວັນທີ 20 ເມສາ), ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັບຄະນະກຳມະການປະຊາ ຊົນບັນດາແຂວງ, ນະຄອນ ທີ່ຂຶ້ນກັບສູນກາງ, ສຳນັກງານ, ອົງການຈັດຕັ້ງ ແລະ ວິສາຫະກິດ ຜັນຂະຫຍາຍສັບປະດາເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ປີ 2022 ນັບແຕ່ວັນທີ 18 ເມສາ ຫາວັນທີ 24 ເມສາ ໃນຂອບເຂດທົ່ວປະເທດ.
![]() |
ພິທີປະກາດຜະລິດຕະພັນບັນລຸເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ປີ 2022. ພາບ: thuonghieucongluan.com.vn |
ພິທີໄຂສັບປະດາເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ແລະ ເວທີປາໄສສາກົນເຄື່ອງໝາຍການຄ້າ ຫວຽດນາມ 2022 ໄດ້ດຳເນີນໃນວັນທີ 20 ເມສາ ຢູ່ຮ່າໂນ້ຍ ຕາມຮູບການທາງໄກ ແລະ ໂດຍກົງ.
ປີ 2021, ມູນຄ່າເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ສືບຕໍ່ເພີ່ມຂຶ້ນ 21,6% ເມື່ອທຽບໃສ່ປີ 2020, ຈາກ 319 ຕື້ USD ຂຶ້ນເປັນ 388 ຕື້ USD.
ບູນມີ