ຂົວ​ແກ້ວ​ທີ່​ຍາວ​ທີ່​ສຸດ​ໃນ​ໂລກ​ຢູ່​ພູ​ພຽງ ມົກເຈົາ ຈະ​ເປີດ​ນຳ​ໃຊ້​ໃນ​ວັນ​ທີ 30 ເມ​ສາ

15:14 | 20/04/2022

ຍສໝ - ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ມົກເຈົາ - ເປັນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຖວ​ໜ້າ​ຢູ່​ເຂດ​ທະ​ເລ​ກາງ ແລະ ພູ​ດອຍພາກເໜືອ. ນັບ​ແຕ່​ທ້າຍ​ເດືອນ​ເມສາ​ນີ້​ເປັນ​ຕົ້ນ​ໄປ, ພູ​ພຽງ​ທີ່​ສວຍ​ງາມ​ແຫ່ງ​ນີ້​ຈະ​ໄດ້​​ຮູ້ຈັກເຖິງຫຼາຍກວ່າອີກ, ​ເມື່ອ​ຈຸດ​ເດັ່ນ​ແມ່ນ​ຂົວ​ແກ້ວ​ທີ່​ຍາວ​ທີ່​ສຸດ​ໃນ​ໂລກ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ.

ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ ທາງ​ທິດ​ເໜືອ ຫວຽດ​ນາມ ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 - 17 ເມ​ສາ ​ຢູ່ ຮ່າ​ໂນ້ຍ ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ ທາງ​ທິດ​ເໜືອ ຫວຽດ​ນາມ ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 - 17 ເມ​ສາ ​ຢູ່ ຮ່າ​ໂນ້ຍ
ຫວຽດນາມ ຂອບ​ອົກ​ຂອບ​ໃຈ​ເພື່ອນ ອາ​ເມ​ລິ​ກາ ທີ່​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພົວພັນ​​ລະຫວ່າງປະຊາຊົນ 2 ປະ​ເທດ ຫວຽດນາມ ຂອບ​ອົກ​ຂອບ​ໃຈ​ເພື່ອນ ອາ​ເມ​ລິ​ກາ ທີ່​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພົວພັນ​​ລະຫວ່າງປະຊາຊົນ 2 ປະ​ເທດ

ດ້ວຍ​ຄວາມ​ຍາວ​ທັງ​ໝົດ 632 ແມັດ, ຂົວ​ແກ້ວ​ຍ່າງ​ຍາວ​ທີ່​ສຸດ​ໃນ​ໂລກ​ຊື່​ວ່າ ແບັກລອງ ໄດ້​ຮັບ​ການ​ກໍ່​ສ້າງ​ຢູ່​ຕາ​ແສງ ເມືອງ​ຊາງ, ເມືອງ ມົກ​ເຈົາ, ແຂວງ ເຊີນ​ລາ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຄງການ​ທີ່​ແຂວງ ເຊີນ​ລາ ​ໄດ້ເປີດນໍາໃຊ້ໃນ​ໂອກາດ​ທີ່​ທ່ານ​ນາຍົກລັດຖະມົນຕີ ​ໄດ້​ດຳ​ເນີນ​ການ​ພົບ​ປະໂອ້ລົມ​ກັບ​ຊາວ​ກະສິກອນ​ຢູ່ ​ເຊີນ​ລາ ​ໃນ​ທ້າຍ​ເດືອນ ພຶດສະພາຈະມາເຖິງ.

ຂົວ​ແກ້ວ​ທີ່​ຍາວ​ທີ່​ສຸດ​ໃນ​ໂລກ​ຢູ່​ພູ​ພຽງ ມົກເຈົາ ຈະ​ເປີດ​ນຳ​ໃຊ້​ໃນ​ວັນ​ທີ 30 ເມ​ສາ
ຂົວແກ້ວ ກ່າຍຜ່ານພູ 2 ໜ່ວຍຍທີ່ມີຄວາມຍາວ 290 ແມັດ, ໜ້າດ້ານຂົວຫຼັກ ກວ້າງ 2,4 ແມັດ. ພາບ: vov.vn
ຂົວ​ແກ້ວ​ທີ່​ຍາວ​ທີ່​ສຸດ​ໃນ​ໂລກ​ຢູ່​ພູ​ພຽງ ມົກເຈົາ ຈະ​ເປີດ​ນຳ​ໃຊ້​ໃນ​ວັນ​ທີ 30 ເມ​ສາ
ກິດຈະກໍາ​ພວມ​ກະກຽມ​ຂັ້ນ​ຕອນ​ເພື່ອ​ສ້າງ​ສະຖິຕິ​ເປັນ​ຂົວ​ແກ້ວຍ່າງ​ທີ່​ຍາວ​ທີ່​ສຸດ​ໃນ​ໂລກ. ພາບ: vov.vn
ຂົວ​ແກ້ວ​ທີ່​ຍາວ​ທີ່​ສຸດ​ໃນ​ໂລກ​ຢູ່​ພູ​ພຽງ ມົກເຈົາ ຈະ​ເປີດ​ນຳ​ໃຊ້​ໃນ​ວັນ​ທີ 30 ເມ​ສາ
ຂົວແກ້ວ ແບັກລອງ ຖືກສ້າງຂຶ້ນໃນພູມສັນຖານທໍາມະຊາດທີ່ມີຢູ່ແລ້ວຂອງພູປ່າທາງຕາເວັນຕົກສ່ຽງເຫນືອ. ພາບ: vov.vn

ມາ​ຮອດ​ປະຈຸ​ບັນ, ຂົວ​ແກ້ວ ແບັກ​ລອງ ​ໄດ້​ຮັບ​ການ​ກໍ່ສ້າງ​ສໍາເລັດໂດຍ​ພື້ນຖານ​ແລ້ວ ​ແລະ ຈະ​ເປີດຮັບ​​ນັກ​ທ່ອງ​ທ່ຽວ​ ​ໃນ​ໂອກາດ​ວັນ​ທີ 30 ​ເມສາ ​ແລະ ວັນ​ທີ 1 ພຶດສະພາ​ ປີ​ນີ້.

ບູນມີ

ເຫດການ
302 Found

Found

The document has moved here.