ສາຍພົວພັນ ຫວຽດ-ລາວ ແມ່ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ສາມັກຄີພິເສດ ຕະຫຼອດໄປ

00:54 | 14/05/2019

ຍສໝ - ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະກຳມະການພົວພັນ ສູນກາງ ພັກປະຊາຊົນປະຕິວັດລາວ ໄດ້ໃຫ້ຮູ້ວ່າ ລາວ ເຊື່ອໝັ້ນວ່າ: ຜ່ານການຢ້ຽມຢາມ ຂອງ ສະຫາຍ ຫງວ໋ຽນ ຟູ໋ຈ້ອງ ສາຍພົວພັນ ລາວ-ຫວຽດ ຈະເພີ່ມທະວີ ແລະ ພັດທະນາຂື້ນກວ່າເກົ່າ.

ຕອນບ່າຍວັນທີ 25/2 ເລຂາທິການໃຫຍ່ປະທານປະເທດ ຫງວ໋ຽນ ຟູ໋ຈ້ອງ ພ້ອມຄະນະຜູ້ແທນຂັ້້ນສູງຂອງພັກ-ລັດຖະບານ ຫວຽດນາມ ໄດ້ສຳເລັດການຢ້ຽມຢາມ ສຳພັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການດ້ວຍຄວາມຈົບງາມ (24-25/2), ນັກຂ່າວຂອງສຳນັກຂ່າວຫວຽດນາມ ໄດ້ສຳພາດ ທ່ານນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນສູນກາງພັກປະຊາຊົນປະຕິວັດລາວ ກ່ຽວກັບ ຜົນສຳເລັດຂອງການຢ້ຽມຢາມຄັ້ງນີ້.

ສາຍພົວພັນ ຫວຽດ-ລາວ ແມ່ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ສາມັກຄີພິເສດ ຕະຫຼອດໄປ

ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະກຳມະການພົວພັນ ສູນກາງ ພັກປະຊາຊົນປະຕິວັດລາວ. (ພາບ: ຊົນຕູ໋/ສຳນັກຂ່າວຫວຽດນາມ)

ລຸ່ມນີ້ແມ່ນເນື້ອໃນຂອງການສຳພາດ:

ນັກຂ່າວ: ຮຽນສະຫາຍ, ສະຫາຍ ຕີລາຄາແນວໃດຕໍ່ກັບຜົນສຳເລັດຂອງການຢ້ຽມຢາມມິດຕະພາບລາວຢ່າງເປັນທາງການ ຂອງ ສະຫາຍ ຫງວ໋ຽນ ຟູ໋ຈ້ອງ, ເລຂາທິການໃຫຍ່ ຄະນະບໍິຫານສູນກາງພັກ ຫວຽດນາມ, ປະທານປະເທດ ສສ ຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດຖະບານຫວຽດນາມ?

ທ່ານນາງ ສູນທອນ ໄຊຍະຈັກ: ກ່ອນອື່ນໝົດ, ການຢ້ຽມຢາມຄັ້ງນີໄດ້ຮັບຄວາມສົນໃຈ ແລະ ຕີລາສູງຈາກການນຳທັງສອງຝ່າຍ. ພຽງແຕ່ເວລາສັ້ນໆ ຂອງການຢ້ຽມຢາມ, ທັງສອງຝ່າຍ, ພິເສດແມ່ນການນຳຂັ້ນສູງຂອງລາວ ແລະ ຫວຽດນາມ, ໄດ້ແລກປ່ຽນກ່ຽວກັບການຮ່ວມມືໃນອານາຄົດ. ພິເສດແມ່ນການນຳຂັ້ນສູງ ຂອງສອງປະເທດ ໄດ້ຢືນຢັນຄືນຄວາມໝາຍຄວາມສຳຄັນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານ ແລະ ສາຍພົວພັນພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ຂອງສອງປະເທດ ລາວ-ຫວຽດນາມ, ໂດຍປະທານ ໂຮ່ຈີ໋ມິງ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ອັນເປັນທີ່ຮັກ ໄດ້ກໍ່ສ້າງ ແລະ ຮັບການສຶບຕໍ່ຂອງ ນັກຮົບປະຕິວັດ, ບັນດາການນຳຫຼາຍລຸ້ນ ຂອງທັງສອງປະເທດ ສືບຕໍ່ຮັກສາ, ປົກປ້ອງ ແລະ ພັດທະນາ.

ທີ່ກອງປະຊຸມພົບປະເຈລະຈາ ລະຫວ່າງ ເລຂາທິການໃຫຍ່, ປະທານປະເທດ ຂອງ ສອງປະເທດ ກໍ່ຄືການພົບປະ ແລະ ເຮັດວຽກກັບ ນາຍົກລາວ ທ່ານ ທອງລຸນ ສີສຸລິນ ແລະ ປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້, ທັງສອງຝ່າຍລ້ວນແລ້ວແຕ່ໄດ້ຢືນຢັນ ຈະຮ່ວມກັນສືບຕໍ່ຮັກສາ, ເສີມສ້າງ ແລະ ພັດທະນາ ເພື່ອໃຫ້ມູນເຊື້ອອັນດີງາມ ແລະ ສາຍພົວພັນພິເສດ ຍາກທີ່ຈະມີ, ດ້ານຄວາມສັດຊື່ ລະຫ່ວາງ ສອງປະເທດ ນັບມື້ນັບປະສົບຜົນສຳເລັດ ແລະ ເກີດດອກອອກຜົນ, ມີຄຸນນະພາບ, ນຳຜົນປະໂຫຍດອັດນແທ້ຈິງ ມາຍັງປະຊາຊົນທັງສອງປະເທດ ລາວ -ຫວຽດນາມ. ພິເສດໃນການຢ້ຽມຢາມຄັ້ງນີ້, ພວກເຮົາໄດ້ເຊັນສັນຍາລົງນາມຮ່ວມກັນ ໃນບົດບັນທືກສົນທິສັນຍາ 9 ສະບັບ, ແມ່ນພື້ນັຖານໃນການຈັດຕັ້ງປະຕິບັດຜັນຂະຫຍາຍ, ປະຕິບັດ ໃຫ້ປະກົດຜົນເປັນຈິງ ບັນດາບົດບັນທຶກສັນຍາຂອງການນຳຂັ້ນສູງ ໃນແຕ່ລະໂຄງການ, ແຕ່ລະຂະແໜງການ.

ພວກຂ້າພະເຈົ້າເຊື່ອໝັ້ນວ່າຜ່ານການຢ້ຽມຢາມ ຂອງສະຫາຍ ຫງວ໋ຽນ ຟູ໋ຈ້ອງ ພ້ອມຄະນະການນຳຂັ້ນສູງຂອງຫວຽດນາມຄັ້ງນີ້, ສາຍພົວພັນ ລາວ-ຫວຽດນາມ ຈະໄດ້ຮັບການເອົາໃຈໃສ່, ໄດ້ຮັບການເພີ່ມທະວີ ແລະ ພັດທະນາຂື້ນກ່ວາເກົ່າ.

ໃນຄວາມເປັນຈິງ ລະຫວ່າງ ລາວ ແລະ ຫວຽດນາມ ພວກເຮົາ ໄດ້ມີສາຍພົວພັນອັນພິເສດ, ມິຕະພາບອັນຍິ່ງໃຫຍ່, ໂດຍການນຳລຸ້ນກ່ອນ ກໍ່ສ້າງ. ແຕ່ລະປີ ພວກເຮົາໄດ້ມີການພົບປະກັນຢູ່ເລື້ອຍໆ, ແຕ່ການຢ້ຽມຢາມຄັ້ງນີ້ ມີຄວາມໝາຍສຳຄັນພິເສດ, ຍ້ອນ ສະຫາຍ ເລຂາທິການໃຫຍ່ ຫງວ໋ຽນ ຟູ໋ຈ້ອງ ມາຢ້ຽມຢາມລາວ ໃນຖານະເປັນ ເລຂາທິການໃຫຍ່, ປະທານປະເທດ ພາຍຫຼັງໄດ້ຮັບການແຕ່ຕັ້ງໃນປີກ່ອນ.

ໃນການຢ້ຽມຢາມຄັ້ງນີ້, ການນຳຂອງທັງສອງຝ່າຍໄດ້ສ້າງແຜນ, ແລກປ່ຽນ ກ່ຽວກັບທິດທາງການຮ່ວມມື ໃນອານາຄົດ. ຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງໄດ້ເຮັດໃນຕໍ່ໜ້າຄືເຮັດແນວໃດເພື່ອໃຫ້ສາຍພົວພັນຮ່ວມມື ມີປະສິດທິຜົນ ແລະ ມີຄຸນນະພາບກ່ວາເກົ່າ. ເຫັນສຳຄັນໃນການຮ່ວມມືດ້ານການເມືອງ ເຊິ່ງເປັນການສ້າງແນວທາງໃຫ້ແກ່ສາຍພົວພັນອື່ນໆ, ໃນຄະນະທີ່ ການຮ່ວມມືຂອງທັງສອງຝ່າຍດ້ານປ້ອງກັນປະເທດ-ປ້ອງກັນຄວາມສະຫງົບ-ການຕ່າງປະເທດ ເປັນປະຈຳ ແລະ ຕໍ່ເນື່ອງ ໄດ້ຮັບການເພີ່ມທະວີພັດທະນາ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ, ລົງທືນ ແລະ ຫຼາຍໆຂົງເຂດອື່ນໆ, ທັງສອງຝ່າຍລ້ວນແຕ່ໄດ້ເອົາໃຈໃສ່ ແລະ ພະຍາຍາມຍົກຂື້ນໃຫ້ສົມກັບສາຍພົວພັນ ດ້ານການເມືອງ. ການແລກປ່ຽນ, ສັນຍາ ກ່ຽວກັບບັນດາໂຄງການຈະຊ່ວຍຫ້ການຮ່ວມມືລາວ-ຫວຽດ ນັບມື້ນັບພັດທະນາ ແລະ ມີປະສິທິຜົນຫຼາຍຂື້ນ.

ນັກຂ່າວ: ຮຽນສະຫາຍ, ສະຫາຍ ສາມາດເວົ້າແຈ້ງຕື່ມກ່ຽວກັບ ສາຍພົວພັນ “ ມິດຕະພາບອັນຍິ່ງໃຫຍ່, ສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ” ຫວຽດນາ-ລາວ?

ທ່ານນາງ ສູນທອນ ໄຊຍະຈັກ: ສຳລັບພວກເຮົາ, ສາຍພົວພັນ ລາວ-ຫວຽດນາມ ຈະເປັນສາຍພົວພັນອັນຍິ່ງໃຫຍ່, ສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ, ການນຳພັກ, ລັດຖະບານລາວ ແລະ ປະຊາຊົນລາວ ແຕ່ສູນກາງຮອດທ້ອງຖິ່ນ ລ້ວນແຕ່ຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງຈິດໃຈດັ່ງກ່າວ.

ພວກເຮົາ, ລາວ-ຫວຽດນາມ ບໍ່ມີຄຳເວົ້າໃດທີ່ຈະສາມາດອະທິບາຍ ແລະ ພັນລະນາໄດ້ຄຸນລັກສະນະ ແລະ ຄວາມສຳຄັນຂອງສາຍພົວພັນນີ້ໄດ້. ຍ້ອນແນວນັ້ນ ໃນຊຸມປີຜ່ານມາ ທັງສອງຝ່າຍລ້ວນແລ້ວແຕ່ໃຊ້ຄຳວ່າ “ ມິດຕະພາບອັນຍິ່ງໃຫຍ່, ສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ” ຈັ່ງສະແດງອອກໄດ້ຄຸນລັກສະນະ ແລະ ຄວາມໝາຍສຳຄັນຂອງສາຍພົວພັນນີ້, ສາຍພົວພັນທີ່ມີໜຶ່ງດຽວໃນໂລກ.

ພວກເຮົາບໍສາມາດນຳໃຊ້ຄຳເວົ້າອື່ນຈະມາປ່ຽນແທນ ແລະ ພັນລະນາໄດ້ຄວາມຮູ້ສຶກ ແລະ ຄວາມເປັນຈິງ ຂອງສາຍພົວພັນ ລະຫວ່າງ ລາວ-ຫວຽດນາມ. ຫວັງເປັນຢ່າງຍິ່ງວ່າ ສາຍພົວພັນອັນນີ້ຈະໄດ້ຮັບການເສີມສ້າງ, ເພີ່ມທະວີ ແລະ ພັດທະນາຕະຫຼອດໄປ ເພື່ອໃຫ້ລູກຫຼານຂອງພວກເຮົາໃນອານາຄົດສາມາດສືບທອດມູນມໍລະດົກດັ່ງກ່າວນີ້, ເພື່ອໃຫ້ມູນມໍລະດົກອັນລຳ້ຄ່ານີ້ ຍືນຍົງ ກັບພາລະກິດປະຕິວັດຂອງສອງປະເທດພວກເຮົາ.

ສະເພາະຝ່າຍລາວ ພວກເຮົາແຕ່ກ່ອນໄດ້ນຳໃຊ້ປະໂຫຍກ “ ນຳ້ໃຈສາມັກຄີພິເສດ ແລະ ມິດຕະພາບອັນຍິ່ງໃຫຍ່” ຂ້າພະເຈົ້າຄິດວ່າ ທັງສອງປະເທດ ລາວ-ຫວຽດນາມ ມີແນວຄິດດຽວກັນ ຄືຕ້ອງໄດ້ປັບປຸງ, ເພີ່ມທະວີສາຍພົວພັນນັບມື້ນັບດີຂື້ນກວ່າເກົ່າ, ເພື່ອສືບຕໍ່ມູນເຊື້ອທີ່ບັນດາການນຳປະຕິວັດລຸ້ນກ່ອນສ້າງຂື້ນມາດ້ວຍເຮື່ອແຮງ ແລະ ເລືອດເນື້ອຂອງຕົນ. ຂ້າພະເຈົ້າຄິດວ່າ ການນຳໃຊ້ປະໂຫຍກ “ ນຳ້ໃຈສາມັກຄີພິເສດ ແລະ ມິດຕະພາບອັນຍິ່ງໃຫຍ່” ຈັ່ງສາມາດພັນລະນາຖຶກກັບແນວຄວາມຄິດຂອງປະຊາຊົນສອງປະເທດ ທີ່ສາມາດສະຫຼະຊີວິດໃຫ້ແກ່ກັນໃນຫຼາຍທົດສະວັດຜ່ານມາ, ເພື່ອເອກກະລາດໃນມື້ນີ້.

ຂອບໃຈສະຫາຍ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.