ໂຮງຮຽນຂອງຄວາມສາມັກຄີ ແລະ ມິດຕະພາບ ຫວຽດ-ລາວ

09:43 | 06/05/2019

ໂຮງຮຽນມັດທະຍົມຕົ້ນທະຫານຊາຍແດນ 1 ແມ່ນບ່ອນຫຼໍ່ຫຼອມພາລະກິດທະຫານຊາຍແດນ ໃຫ້ແກ່ນັກຮຽນຫຼາຍພັນຄົນ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດປົກປັກຮັກສາສິດອະທິປະໄຕ, ຄວາມສະຫງົບຊາຍແດນຂອງຊາດ. ໂຮງຮຽນແຫ່ງນີ້ກໍ່ແມ່ນບ່ອນທີ່ກໍ່ສ້າງບັນດານັກຮຽນລາວ ໄລຍະປີ 1960, 1970 ໃນອາດີດ.

ໂຮງຮຽນຂອງຄວາມສາມັກຄີ ແລະ ມິດຕະພາບ ຫວຽດ-ລາວ

ພົນຈັດຕະວາ ສຸວົງ ຫຼວງບຸນມີ(ຜູ້ທີ7ນັບແຕ່ຊ້າຍ), ອາດີດນັກຮຽນ ຂອງໂຮງຮຽນ ເຕ2, ຖ່າຍຮູບຮ່ວມກັບບັນດາຜູ້ແທນຕໍ່ໜ້າອະນຸສອນສະຖານອາດີດນັຮຽນລາວ ຢູ່ ໂຮງຮຽນມັດທະຍົມຕົ້ນຊາຍແດນ 1. (ພາບ: ຟ້າມ ຈີ ທິ້ງ)

ໂຮງຮຽນມັດທະຍົມຕົ້ນຊາຍແດນ 1 (ເມື່ອກ່ອນແມ່ນ ໂຮງຮຽນນາຍສິບທະຫານຊາຍແດນ) ຕັ້ງຢູ່ໃນຕາແສງ ຫວຽດເລິບ, ເມືອງ ເຕິນອຽນ, ແຂວງບັກຢາງ. ໂຮງຮຽນຖືກສ້າງຕັ້ງໃນວັນທີ 1-6-1981, ມີໜ້າທີ່ຫຼໍ່ຫຼອນພະນັກງານວິຊາການ, ວິຊາສະເພາະທະຫານຊາຍແດນລະດັບພື້ນຖານ; ກໍ່ສ້າງພາສາ(ຈີນ ແລະ ລາວ); ບຳລຸງວັດທະນະທຳສອນພາສາຂອງຊົນເຜົ່າສ່ວນໜ້ອຍ ໃຫ້ພະນັກງານ, ພົນທະຫານບັນດາຄ້າຍທະຫານຊາຍແດນ.

ໃນພາລະກິດສຶກສາ ແລະ ບຳລຸງສ້າງ ໃນຊຸມປີທີ່ຜ່ານມາ, ໂຮງຮຽນມັດທະຍົມຕົ້ນຊາຍແດນ 1 ຍັງຄົງປະຕິບັດໄດ້ເປັນຢ່າງດີພາລະກິດການພົວພັນ, ເສີມສ້າງຄວາມສາມັກຄີ ມິດຕະພາບ ຫວຽດ-ລາວ. ທີ່ຕັ້ງກອງທະຫານຂອງໂຮງຮຽນ ປະຈຸບັນ ເຄີຍເປັນບ່ອນຮຳ່ຮຽໜຂອງນັກຮຽນລາວ.

ໃນຊຸມປີ 60, 70 , ນັກຮຽນລາວຫຼາຍພັນຄົນຈົບ, ປະສົບຜົນສຳເລັດ, ກາຍເປັນການນຳຂັ້ນສູງຂອງພັກ, ລັດ ສປປ ລາວ ຄື: ສະຫາຍ ສະໝາມ ວິຍາເກດ, ອາດີດປະທານສະພາແຫ່ງຊາດລາວ; ສະຫາຍ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ທອງສິງ ທຳມະວົງ ອາດີດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ສຈ ກິແກ້ວ ໄຂຄຳພິທູນ ປະທານຈັດຕັ້ງສູນກາງ ພັກ ປະຊາຊົນປະຕິວັດລາວ....

ເພື່ອສະແດງຄວາມຮູ້ບຸນຄຸນຂອງບັນດາຄູອາຈານ ແລະ ຫົວຄືນເຖິງຄວາມຫຼັງຜ່ານມາ, ແຕ່ລະປີໄດ້ມີຄະນະພະນັກງານຂັ້ນສູງ, ນັກຮຽນລາວ, ນັກຮຽນທີ່ກຳລັງຮຳ່ຮຽນ, ເຮັດວຽກຢູ່ຫວຽດນາມ ໄດ້ມາຢ້ຽມຢາມ ໂຮງຮຽນມັດທະຍົມຕົ້ນຊາຍແດນ 1 . ພິເສດ ໃນປີ 2012, ຫໍວັດທະນະທຳ ອາດີດນັກສຶກສາລາວ ໄດ້ຮັບການກໍ່ສ້າງ ຂື້ນພາຍໃນໂຮງຮຽນ. ໃນໂອກາດນີ້, ເພື່ອສະແດງເຖິງຄວາມເຄົາລົບຕໍ່ກັບໂຮງຮຽນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບຫຼຽນໄຊມິດຕະພາບ ຂອງປະຊາຊົນລາວ ໃຫ້ໂຮງຮຽນ ມັດທະຍົມຕົ້ນຊາຍແດນ 1 ແລະ ຫຼຽນໄຊແຮງງານ ຊັ້ນ 3 ໃຫ້ແກ່ ພັນເອກ ຫງວ໋ຽນ ຄັກ ເລິມ, ອາດີດອຳນວຍການໂຮງຮຽນ.

ສະເລ່ຍໃນແຕ່ລະປີ ໂຮງຮຽນ ຕ້ອນຮັບຄະນະແຂກຈາກລາວມາຢ້ຽມຢາມ ປະມານ 5-10ຄະນະ. ໃນມໍ່ໆມານີ້ ໂອກາດຄົບຮອບ 55ປີ ວັນສ້າງຕັ້ງສາຍພົວພັນການທູດ ແລະ 40 ປີ ວັນສ້າງຕັ້ງສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ-ລາວ, ຄະນະອຳນວຍການ, ພະນັກງານ, ຄູອາຈານຂອງ ໂຮງຮຽນ ໄດ້ເປັນກຽດຕ້ອນຮັບຄະນະພະນັກງານຂັ້ນສູງ ຂອງ ສປປ ລາວ ມາຢ້ຽມຢາມ.

ເຫັນຄວາມພັດທະນາຂອງໂຮງຮຽນທີ່ຮັກ, ຊົມຮູບພາບຂອງ ຄູອາຈານ ແລະ ນ້ອງນັກຮຽນໃນຫໍວັດທະນະທຳເຊິ່ງໄດ້ວາງສະແດງຢ່າງເປັນລະບຽບ, ບັນດາພະນັກງານ, ນັກຮຽນລາວ ຍັງໄດ້ພົບ ແລະ ຕອບແທນຄຸນ ບັນດາຄູອາຈານ, ພໍ່ລ້ຽງ, ແມ່ລ້ຽງທີ່ເຄີຍປົກປ້ອງ, ຊ່ວຍເຫຼືອຕົນໃນສະໄໝສົງຄາມ.

ເຫດການ
302 Found

Found

The document has moved here.