![]() |
ຄະນະພະນັກງານການນຳຂັ້ນແຂວງ, ອຳນາດການປົກຄອງແຂວງຫົວພັນ ເຂົ້້າຢ້ຽມຢາມ ແລະ ອວຍພອນປີໃໝ່ ຢູ່ ແຂວງເຊີນລາ.
ທີ່ການຕ້ອນຮັບ ສະຫາຍ ຫງວ໋ຽນ ຮຶວດົງ ໄດ້ລາຍງານຕໍ່ກັບຄະນະການນຳຂັ້ນແຂວງ ແລະ ອຳນາດການປົກຄອງແຂວງ ຫົວພັນ ບັນດາຜົນສຳເລັດກໍ່ຄືໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສຸກ ແລະ ວຽກງານການຕ່າງປະເທດຂອງແຂວງເຊີນລາ ໃນໄລຍະຜ່ານມາ.
ຕ່າງໜ້າຄະນະພະນັກງານຂັ້ນແຂວງຫົວພັນ, ສະຫາຍ ແພງ ກັນຍະພິມ ໄດ້ກ່າວຄຳຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ເຕັມໄປດ້ວຍມິດຕະພາບ ຂອງແຂວງເຊີນລາ ມອບໃຫ້ຄະນະ ແລະ ຂອບໃຈຕໍ່ການຊ່ວຍເຫຼືອຂອງແຂວງເຊີນລາ ໃຫ້ກັບແຂວງຫົວພັນໃນໄລຍະທີ່ຜ່ານມາ. ສະຫາຍຫວັງເປັນຢ່າງຍິ່ງວ່າໃນຕໍ່ໜ້າ, ແຂວງເຊີນລາ ແລະ ແຂວງຫົວພັນ ຈະເພີ່ມທະວີການຮ່ວມມືຂື້ນຕື່ມໃນທຸກໆຂົງເຂດ; ຮັດແໜ້ນຂື້ນຕື່ມຄວາມສາມັກຄີ ລະຫ່ວາງ ຫວຽດນາມ-ລາວ, ເຊີນລາ ແລະ ແຂວງຫົວພັນ. ໂອກາດກຽມຕ້ອນຮັບບຸນປີໃໝ່ຫວຽດ 2019, ສະຫາຍ ແພງ ກັນຍະພິມ ຕ່າງໜ້າການນຳຂັ້ນແຂວງ ໄດ້ອວຍພອນໃຫ້ພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຂອງແຂວງເຊີນລາ ສືບຕໍ່ຍາດໄດ້ຜົນສຳເລັດກໍ່ຄືໄຊຊະນະອັນຍິ່ງໃຫຍ່ໃນປີ 2019. ໂອກາດນີ້ ສະຫາຍ ແພງ ກັນຍະພິມ ໄດ້ມອບໜັງສືອວຍພອນປີໃໝ່ຫວຽດ ຂອງສະຫາຍ ເລຂາພັກແຂວງເຈົ້າແຂວງໆ ຫົວພັນ ເຖິງ ພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຂອງແຂວງເຊີນລາ.
![]() |
ກອງປະຊຸມສະຫຼຸບ ສົກຮຽນ 2018-2019 ຢູ່ແຂວງເຊີນລາ.
ໃນການມາຢ້ຽມຢາມຄັ້ງນີ້, ສະຫາຍ ແພງ ກັນຍະພິມ ແລະ ຄະນະພະນັກງານການນຳຂັ້ນແຂວງ ໄດ້ໄປຢ້ຽມຢາມ ໂຮງຮຽນ ຊັ້ນສູງ ເຊີນລາ ເຂົ້າຮ່ວມກອງປະຊຸມສະຫຼຸບ ຊຸດ ບຳລຸງສ້າງພາສາຫວຽດ ໃຫ້ແກ່ພະນັກງານ ຂອງບັນດາແຂວງພາກເໜືອຂອງລາວ ສົກຮຽນປີ 2018-2019, ເຊິ່ງມີນັກຮຽນ ຈຳນວນ 134 ຄົນ(ຍິງ 22, ຊາຍ 112). ສຳເລັດຊຸດຝືກອົບຮົມ, ນັກຝຶກອົບຮົມ 100ວ ສາມາດເຮັດສຳເລັດຊຸດຝຶກອົບຮົມ ແລະ ໄດ້ຮັບໃບປະກາດພາສາຫວຽດ. ນີ້ແມ່ນປີທີ 18, ກຳມະການປະຊາຊົນແຂວງ ເຊີນລາ ມອບຮັບໃຫ້ໂຮງຮຽນຊັ້ນສູງເຊີນລາ ກໍ່ສ້າງພາສາຫວຽດ ແລະ ຊັບພະຍາກອນມະນຸດ ໃຫ້ແກ່ບັນດາແຂວງພາກເໜືອຂອງລາວ.
(ຫັດທະບູນ)