ຮ່າໂນ້ຍ ກໍ່ສ້າງບັນດາກິດຈະກຳຮັບໃຊ້ SEA Games 31 ສຳເລັດໂດຍພື້ນຖານ

09:43 | 04/04/2022

ເພື່ອຕອບສະໜອງດ້ານພື້ນຖານວັດຖຸໃຫ້ແກ່ SEA Games 31 ດີທີ່ສຸດ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຊີ້ນຳບັນດາພະແນກ, ຂະແໜງການ, ຄະນະກຳມະການປະຊາຊົນເມືອງ ປະຕິບັດການສ້ອມແປງ, ຍົກລະດັບບັນດາກິດຈະກຳກິລາ ຕາມແຜນການທີ່ໄດ້ວາງອອກໃຫ້ສຳເລັດໂດຍໄວ.

ຫວຽດ​ນາມ ຈະ​ຜັນ​ຂະ​ຫຍາຍ​ປາ​ສ​ປໍ​ວັກ​ຊິນ​ຢ່າງ​ກ້​ວາງ​ຂວາງ ຫວຽດ​ນາມ ຈະ​ຜັນ​ຂະ​ຫຍາຍ​ປາ​ສ​ປໍ​ວັກ​ຊິນ​ຢ່າງ​ກ້​ວາງ​ຂວາງ
ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ການ​ທູດ​ປ​ະ​ຊາ​ຊົນ ລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ - ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ການ​ທູດ​ປ​ະ​ຊາ​ຊົນ ລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ - ອາ​ເມ​ລິ​ກາ
undefined
ພາບປະກອບ: TTXVN

ຮອດວັນທີ 01 ເມສາ, ຄວາມຄືບໜ້າໃນການລົງທຶນ, ຍົກລະດັບ, ສ້ອມແປງບັນດາກິດຈະກຳຮັບໃຊ້ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ - SEA Games 31 ຢູ່ ຮ່າໂນ້ຍ ໄດ້ສຳເລັດໂດຍພື້ນຖານແລ້ວ, ບາງໂຄງການທີ່ຍັງເຫຼືອພວມໄດ້ຍູ້ໄວເພື່ອເຮັດໃຫ້ສຳເລັດ. ຕາມທ່ານນາງ ເຈິ່ນທິເວິນແອງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນແລ້ວ, ເພື່ອຕອບສະໜອງດ້ານພື້ນຖານວັດຖຸໃຫ້ແກ່ SEA Games 31 ດີທີ່ສຸດ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຊີ້ນຳບັນດາພະແນກ, ຂະແໜງການ, ຄະນະກຳມະການປະຊາຊົນເມືອງ ປະຕິບັດການສ້ອມແປງ, ຍົກລະດັບບັນດາກິດຈະກຳກິລາ ຕາມແຜນການທີ່ໄດ້ວາງອອກໃຫ້ສຳເລັດໂດຍໄວ.

SEA Games (Sautheast Asian Games) ແມ່ນເຫດການກິລາໃຫຍ່ທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້, ເຊິ່ງໄດ້ຈັດຂຶ້ນ 2 ປີເທື່ອ 1 ຢູ່ປະເທດໃດໜຶ່ງໃນພາກພື້ນ. ປີນີ້, ຫວຽດນາມ ເປັນເຈົ້າພາບ ແລະ ຈັດຂຶ້ນຢູ່ ຮ່າໂນ້ຍ ແລະ 11 ແຂວງ ໃກ້ຄຽງໃນລະຫວ່າງວັນທີ 12 – 23 ພຶດສະພາ.

ວີ​ໂອ​ວີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.