ຖະຫວາຍທູບທຽນ ສະເຫຼີມສະຫຼອງວັນຄ້າຍວັນເກີດ 110 ປີ ຂອງທ່ານ ເລວັນເລຶອງ ຢູ່ແຂວງຮຶງອ່ຽນ

10:16 | 01/04/2022

ຍສໝ - ພິທີ​ສະ​ເຫຼີ​ມສະຫຼອງ 110 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ ​ເລ​ວັນ​ເລືອງ ​ເພື່ອ​ແນ​ໃສ່​ເຄົາລົບ ​ແລະ ​ລະນຶກ​ເຖິງ​ບັນດາ​ຄຸນ​ງາມ​ຄວາມ​ດີ ​ແລະ ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ, ປະ​ເທດ​ຊາດ ​ແລະ ບ້ານ​ເກີດ​ເມືອງ​ນອນຮຶງອ່ຽນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ  ​ເຂົ້າ​ຮ່ວມ​ພິທີສະ​ເຫຼີມ​ສະ​ຫຼອງ​ວັນ​ຄ້າຍ​ວັນ​ເກີດ ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ຄົບຮອບ 110 ປີ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ​ເຂົ້າ​ຮ່ວມ​ພິທີສະ​ເຫຼີມ​ສະ​ຫຼອງ​ວັນ​ຄ້າຍ​ວັນ​ເກີດ ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ຄົບຮອບ 110 ປີ
ການ​ຢ້ຽມຢາມ ຍີ​່​ປຸ່ນ​ ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສິ້ນ​ສຸດ​​ຢ່າງ​ຈົບ​ງາມ ການ​ຢ້ຽມຢາມ ຍີ​່​ປຸ່ນ​ ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສິ້ນ​ສຸດ​​ຢ່າງ​ຈົບ​ງາມ

ເມື່ອບໍ່ດົນມານີ້, ຢູ່​ຕາ​ແສງ ເຫງັຍຈູ່, ​ເມືອງ ວັນຢາງ, ແຂວງຮຶງອ່ຽນ ​ໄດ້​ດຳ​ເນີນ​ພິທີ​ຖະຫວາຍ​ທູບ​ທຽນ​ລະນຶກເຖິງວັນ​ຄ້າຍ​ວັນ​ເກີດ 110 ປີ​ ​ຂອງ​ທ່ານ ​ເລ​ວັນ​ເລືອງ (28 ມີນາ 1912-28 ມີນາ 2022) ແລະ ພິທີຮັບໃບຢັ້ງຢືນການຈັດອັນດັບປະຫວັດສາດແຫ່ງຊາດ.

​ເຂົ້າ​ຮ່ວມ​ພິທີ ​ມີທ່ານ​ພົນ​ເອກ ໂຕເລິມ, ​ກຳມະການ​ກົມ​ການ​ເມືອງ, ລັດຖະມົນ​ກະຊວງ​ຕຳຫຼວດ ​ແລະ ບັນດາການ​ນຳ​ຂອງ​ພັກ ​ແລະ ລັດ.

ຖະຫວາຍທູບທຽນ ສະເຫຼີມສະຫຼອງວັນຄ້າຍວັນເກີດ 110 ປີ ຂອງທ່ານ ເລວັນເລຶອງ ຢູ່ແຂວງຮຶງອ່ຽນ

ຖະຫວາຍທູບທຽນ ສະເຫຼີມສະຫຼອງວັນຄ້າຍວັນເກີດ 110 ປີ ຂອງທ່ານ ເລວັນເລຶອງ ຢູ່ແຂວງຮຶງອ່ຽນ. (ພາບ: baohungyen)

ໃນ​ຖານະ​ເປັນ​ຜູ້ນຳ​ທີ່​ມີ​ພອນ​ສະຫວັນ​ຂອງ​ພັກ ​ແລະ ການປະຕິວັດ​ຫວຽດນາມ, ຕະຫຼອດ​ຊີວິດ​ຂອງ​​ທ່ານ ເລວັນເລຶອງ ໄດ້​ສູ້​ຊົນ​ເພື່ອ​ພາລະກິດການ​ປະຕິວັດ​ຂອງ​ພັກ, ​ເຄິຍ​ດຳລົງ​ຕຳ​ແໜ່​ງທີ່​ສຳຄັນ​ຫລາຍ​ຕຳແໜ່ງ ​ຄື: ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ, ຜູ້ອຳນວຍການ​ໂຮງຮຽນ​ພັກ ຫງວຽນ​ອ້າຍ​ກວກ, ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ... ທ່ານ​ແມ່ນ​ນັກຮຽນ​ເກັ່ງ​ຂອງ​ປະທານ ​ໂຮ່ຈີ​ມິນ, ​ແມ່ນ​ລູກ​ຊາຍ​ດີ​ເດັ່ນ​ຂອງຮຶງອ່ຽນ.

ງານ​ສະ​ເຫຼີມ​ສະ​ຫຼອງ 110 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ ເລ​ວັນ​ເລືອງ ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ແລະ ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ທ່ານ ເລ​ວັນ​ເລືອງ ທີ່​ມີ​ຕໍ່​ການ​ປະ​ຕິ​ວັດ​ຂອງ​ພັກ, ປະ​ເທດ​ຊາດ ແລະ ບ້ານ​ເກີດ​ເມືອງ​ນອນ ຮຶງ​ອ່ຽນ; ຢືນຢັນ​ບົດບາດ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ, ລັດ, ບັນດາການນຳ​ດີ​ເດັ່ນ ​ແລະ ​ແບບ​ຢ່າງ​ຂອງ​ພັກ ​ແລະ ການ​ປະຕິວັດ​ຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້​ຍາດ​ເອົາ​ເອກະລາດ ​ແລະ ​ເສລີພາບ​ຂອງ​ປະ​ເທດ​ຊາດ; ສັນຕິພາບ ​ແລະ ການ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ຜ່ານ​ນັ້ນ ກໍປັບປຸງ​ ​ແລະ ເພີ່ມພູນຄູນສ້າງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ຕໍ່​ພັກ, ລັດ, ລະບອບ​ສັງຄົມ​ນິຍົມ ​ແລະ ພາລະກິດແຫ່ງການ​ປ່ຽນແປງ​ໃໝ່​ປະ​ເທດ​ຊາດ, ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ເຊື່ອມໂຍງ​ເຂົ້າກັບ​ສາກົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.