ແທງຮວ໋າ ຜັນຂະຫຍາຍຮູບແບບການເບິ່ງແຍງດູແລຜູ້ອາຍຸສູງ ໂດຍຍີ່ປຸ່ນ ຊ່ວຍເຫຼືອ

06:30 | 28/03/2022

ຍສໝ - ໂຄງການ​ດັ່ງກ່າວ​ແມ່ນ​ໄດ້​ຮັບ​ການ​ອຸປະຖໍາ​ຈາກ​ລັດຖະບານ​ຍີ່ປຸ່ນ ຜ່ານ​ກອງ​ທຶນ​ພັດທະນາ​ສັງຄົມ​ຍີ່ປຸ່ນ ​ແລະ ມອບ​ສິດໃຫ້​ທະນາຄານ​ໂລກ​ປະຈຳ ຫວຽດນາມ ​ເພື່ອ​ແຜ່​ຂະຫຍາຍ​ຮູບແບບ​ສະ​ໂມ​ສອນ​ລະຫວ່າງລຸ້ນຊ່ວຍ​ເຫຼືອກັນ​ເອງ​.

ແທງຮວ໋າ ແລະ ຫົວພັນ: ຈັດຕັ້ງກອງປະຊຸມຝຶກອົບຮົມວຽກງານໂຄສະນາກ່ຽວກັບການປ້ອງກັນຊາຍແດນ ປີ 2019 ແທງຮວ໋າ ແລະ ຫົວພັນ: ຈັດຕັ້ງກອງປະຊຸມຝຶກອົບຮົມວຽກງານໂຄສະນາກ່ຽວກັບການປ້ອງກັນຊາຍແດນ ປີ 2019
ແຂວງ ແທງຮວ໋າ ຈັດຕັ້ງພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ແຂວງ ແທງຮວ໋າ ຈັດຕັ້ງພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

ຕອນ​ເຊົ້າ​ວັນ​ທີ 24 ມີນາ, ອົງການຊ່ວຍເຫຼືອຜູ້​​ອາຍຸສູງ​ສາກົນ ປະຈໍາ​ຫວຽດນາມ (HAI) ສົມທົບ​ກັບສູນກາງ​ສະມາຄົມ​ຜູ້​ອາຍຸ​ສູງຫວຽດນາມ ​ແລະ ສະມາຄົມ​ຜູ້​ ​ອາຍຸສູງ​ແຂວງ ແທງ​ຮວ໋າ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ທາງ​ອອນ​ລາຍ​ເພື່ອ​ແນ​ໃສ່​ຊີ້​ນຳ​ໂຄງການ VIE071.

ແທງຮວ໋າ ຜັນຂະຫຍາຍຮູບແບບການເບິ່ງແຍງດູແລຜູ້ອາຍຸສູງ ໂດຍຍີ່ປຸ່ນ ຊ່ວຍເຫຼືອ
ບັນຍາກາດທີ່ກອງ​ປະຊຸມ. ພາບ: thoidai.com.vn

​ໂຄງການ​ດັ່ງກ່າວ​ແມ່ນ​ໄດ້​ຮັບ​ການ​ອຸປະຖໍາ​ຈາກ​ລັດຖະບານ​ຍີ່ປຸ່ນ ຜ່ານ​ກອງ​ທຶນ​ພັດທະນາ​ສັງຄົມ​ຍີ່ປຸ່ນ ​ແລະ ມອບ​ສິດໃຫ້​ທະນາຄານ​ໂລກ​ປະຈຳ ຫວຽດນາມ ​ເພື່ອ​ແຜ່​ຂະຫຍາຍ​ຮູບແບບ​ສະ​ໂມ​ສອນ​ລະຫວ່າງລຸ້ນຊ່ວຍ​ເຫຼືອກັນ​ເອງ​.

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ແນະນຳ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ປະສິດທິ​ຜົນ​ການເຄື່ອນໄຫວ​ຂອງ​ຮູບ​ແບບສະ​ໂມ​ສອນ​ລະຫວ່ງລຸ້ນຊ່ວຍ​ເຫຼືອ​ກັນເອງ; ແນະ​ນຳ​ການ​ສ້າງ​ຕັ້ງ, ບໍລິຫານ ແລະ ຮັກສາການເຄື່ອນໄຫວຂອງ​ສະ​ໂມ​ສອນ; ວຽກງານ​ສົມທົບ​ລະຫວ່າງ​ບັນດາ​ຝ່າຍທີ່​ກ່ຽວຂ້ອງ​ໃນ​ການ​ປະຕິບັດ​ຮູບ​ແບບ​ໂຄງການ VIE071 ຢູ່​ແຂວງ ແທງ​ຮວ໋າ; ປຶກສາ​ຫາລື ​ແລະ ເປັນເອກະພາບບັນດາ​ບາດກ້າວ​ໃນ​ການ​ຜັນຂະຫຍາຍ​ໂຄງການໃນໄລຈະຈະມາເຖິງ.

ບູນມີ

ເຫດການ
302 Found

Found

The document has moved here.