ເຫ້ວຈັດຕັ້ງ “ງານວາງສະແດງຊຸດອາພອນພື້ນເມືອງ ຂອງບັນດາປະເທດອາຊຽນ”

15:30 | 24/03/2022

ຍສໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ ໄດ້​ວາງ​ແຜນການກ່ຽວກັບການ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ຊຸດ​​ພື້ນ​ເມືອງ​ຂອງ​ບັນ​ດາ​ປະ​ເທດອາ​ຊຽນ.

ການເຊື່ອມຕໍ່ທຸລະກິດ ແລະ ການແລກປ່ຽນວັດທະນະທຳ ຫວຽດນາມ ແລະ ໄອແລນ ການເຊື່ອມຕໍ່ທຸລະກິດ ແລະ ການແລກປ່ຽນວັດທະນະທຳ ຫວຽດນາມ ແລະ ໄອແລນ
ສະຖານທູດຫວຽດນາມປະຈຳເຢຍລະມັນຕັ້ງໜ້າຊ່ວຍເຫຼືອຄົນຫວຽດນາມອົບພະຍົບຈາກຢູເຄຣນ ສະຖານທູດຫວຽດນາມປະຈຳເຢຍລະມັນຕັ້ງໜ້າຊ່ວຍເຫຼືອຄົນຫວຽດນາມອົບພະຍົບຈາກຢູເຄຣນ
ພາບປະກອບ
ພາບປະກອບ

ງານ​ວາງສະ​ແດງ​ແມ່ນ​ກິດຈະກຳ​ວັດທະນະທຳ ​ແລະ ສິລະ​ປະ​ເຊິ່ງ​ມີ​ຄວາມ​ໝາຍ​ທີ່ແທດຈິງ ເພື່ອ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ປະຊາ​ຊາດແຫ່ງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ - ອາ​ຊຽນ (1967 - 2022); 7 ປີແຫ່ງວັນສ້າງຕັ້ງປະຊາຄົມອາຊຽນ (2015 - 2022); 27 ປີ ທີ່ຫວຽດນາມ ​ໄດ້​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການ.

ບໍ່​ຄື​ກັບ​ໄລຍະ​ອື່ນ, Festival ເຫ້ວ 2022 ຖືກ​ຈັດ​ຂຶ້ນ​ຕະຫຼອດ​ປີຕາມ​ຫົວ​ຂໍ້ 4 ລະດູ​ເພື່ອ​ແນະນຳ ​ແລະ ​ເຊີດ​ຊູ​ບັນດາ​ຈຸດ​ພິ​ເສດ​ດ້ານ​ວັດທະນະທຳ ​ແລະ ຂຸດ​ຄົ້ນ​ທ່າແຮງ​ດ້ານ​ການທ່ອງທ່ຽວ; ພ້ອມ​ກັນ​ນັ້ນ ກໍປະຕິບັດລາຍການເຄື່ອນໄຫວ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ໂຄສະນາ ​ແລະ ເຜີຍແຜ່​ອາ​ຊຽນ ຜ່ານ​ກິດຈະກໍາ​ວັດທະນະທຳ​ທີ່​ໄດ້​ຮັບ​ການ​ອະນຸມັດ ​ໃນ​ຂໍ້​ຕົກລົງ​ເລກທີ 1160/ນຍ ລົງ​ວັນ​ທີ 13 ກໍລະກົດ 2021.

ງານ​ວາງ​ສະ​ແດງ​ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ໄຕ​ມາດ​ທີ 3 ປີ 2022 ຢູ່ເຮືອນເລກທີ​ 23-25 ​​​​ເລເລີ້ຍ. ໃນທີ່ນີ້ຈະວາງສະແດງ 40 ຊຸດອາພອນພື້ນ​ເມືອງ ​ຂອງ 10 ປະ​ເທດ​ອາ​ຊຽນ (ບຣູ​ໄນ, ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ມຽນ​ມາ, ຟີ​ລິບ​ປິນ, ສິງ​ກະ​ໂປ, ໄທ, ຫວຽດ​ນາມ), ແຕ່ລະປະເທດຈະມີຊຸດຜູ້ຊາຍ 2 ຊຸດ, ຊຸດແມ່ຍິງ 2 ຊຸດ.

ນອກຈາກນັ້ນ, ແຕ່ລະປະເທດຍັງຈະໄດ້ວາງສະແດງຮູບພາບຕື່ມອີກ 5 ຮູບກ່ຽວກັບທິວທັດຂອງປະເທດ, ງານບຸນ, ການດໍາລົງຊີວິດວັດທະນະທໍາ ແລະ ຄວາມເຊື່ອຖືຂອງຊົນເຜົ່າທີ່ຕິດກັບຮູບພາບປະຊາຊົນກໍາລັງງນຸ່ງຊຸດອາພອນພື້ນເມືອງ.

ໄຊພອນ

ເຫດການ
302 Found

Found

The document has moved here.