ຫວຽດ​ນາມ ຮຽກ​ຮ້ອງ​ຮັບ​ປະ​ກັນ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ ​ດ້ານການ​ເງິນເພື່​ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

16:38 | 14/03/2022

ຍ​ສ​ໝ - ຫວ່າງແລ້ວນີ້, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມຕາມຮູບແບບ Arria ດ້ວຍຫົວຂໍ້ “ປະກອບສ່ວນດ້ານການເງິນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ”, ພາຍໃຕ້ການເປັນປະທານຂອງທ່ານ Sutan Al-Jaber, ທູດພິເສດຮັບຜິດຊອບກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

ຂໍ້​ມູນ​ກ່ຽວ​ກັບ​ວິ​ທີ​ການ​​ຮັບ​ຊາວ​ຫວຽດ​ນາມ ຈາກ​ຢູ​ແກຼນ ກັບ​ເມືອ​ປະ​ເທດ​ ຂໍ້​ມູນ​ກ່ຽວ​ກັບ​ວິ​ທີ​ການ​​ຮັບ​ຊາວ​ຫວຽດ​ນາມ ຈາກ​ຢູ​ແກຼນ ກັບ​ເມືອ​ປະ​ເທດ​
ຫວຽດ​ນາມ ຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ສາ​ກົນ​ໂດຍ​ສັນ​ຕິ​ວິ​ທີ ຫວຽດ​ນາມ ຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ສາ​ກົນ​ໂດຍ​ສັນ​ຕິ​ວິ​ທີ
ຫວຽດ​ນາມ ຮຽກ​ຮ້ອງ​ຮັບ​ປະ​ກັນ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ ​ດ້ານການ​ເງິນເພື່​ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ພາບປະກອບ: TTXVN

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິມິງທວາ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນຄວາມວິຕົກກັງວົນ ກ່ຽວກັບສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ປະຊາຊົນນັບຫຼາຍລ້ານຄົນບໍ່ມີເຮືອນຢູ່, ເຮັດໃຫ້ອາດຊະຍາກຳຂ້າມຊາຍແດນຮ້າຍແຮງຂຶ້ນຕື່ມ, ໂດຍສະເພາະແມ່ນຢູ່ເຂດໄດ້ຮັບຜົນສະທ້ອນຈາກການປະທະກັນ. ຜູ້​ຕາງ​ໜ້າ ຫວຽດ​ນາມ ຮ​ຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ສົມ​ທົບ​ໃນ​ທົ່ວ​ລະ​ບົບ ສ​ປ​ຊ ເພື່ອ​ແກ້​ໄຂ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ ແລະ ສ້າງ​ຄືນ​ໃໝ່​ພາຍ​ຫຼັງ​ການ​ປະ​ທະ​ກັນ.

ທ່ານນາງ ເລທິມິງທວາ ເນັ້ນໜັກວ່າ ໂດຍແມ່ນໜຶ່ງໃນບັນດາປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ຫວຽດນາມ ພວມມານະພະຍາຍາມຫຼຸດຜ່ອນຜົນກະທົບຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດ ໃຫ້ຢູ່ໃນລະດັບຕ່ຳສຸດ ແລະ ຮັບປະກັນການປ່ອຍອາຍພິດລົງລະດັບ 0 ໃນປີ 2050. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ເຂົ້າຮ່ວມຄວາມມານະພະຍາຍາມຂອງສາກົນ, ຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ການເງິນ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.