ຫວຽດ​ນາມ ໃຫ້ບູ​ລິ​ມະ​ສິດ​ຢູ່​ຢ່າງ​ສູງ​​ແກ່​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງຫວຽດ​ນາມທີ່ ອາ​ໄສ​ຢູ່ ຢູ​ແກຼນ

16:31 | 10/03/2022

ຫວຽດນາມພວມໃຫ້ບູລິມະສິດຢ່າງສູງສຸດແກ່ວຽກງານຮັບປະກັນຄວາມສະຫງົບປອດໄພກ່ຽວກັບຊີວິດອິນຊີ, ຊັບສິນ, ຜົນປະໂຫຍດອັນຊອບທຳ ໃຫ້ແກ່ພົນລະເມືອງ ແລະ ນິຕິບຸກຄົນຫວຽດນາມທີ່ອາໄສຢູ່ຢູແກຼນ. ໃນຊຸມວັນຜ່ານມາ, ວຽກງານນີ້ ໄດ້ ແລະ ພວມ ຜັນຂະຫຍາຍປະຕິບັດໂດຍດ່ວນ, ຂ້ຽວຂາດ ແລະ ມີປະສິດທິຜົນ, ໃນນັ້ນມີບັນດາຖ້ຽວບິນສົ່ງພົນລະເມືອງກັບຄືນປະເທດ.

ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຍົກ​ຍາກ​ຈາກ​ເຂດ​ສູ້​ຮົບ​ຢູ​ແກຼນ ​ໄປ​ຍັງ​ລັດ​ເຊຍ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຍົກ​ຍາກ​ຈາກ​ເຂດ​ສູ້​ຮົບ​ຢູ​ແກຼນ ​ໄປ​ຍັງ​ລັດ​ເຊຍ
ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດນາມ ​ອອກ​ຈາກ​ເຂດ​ສູ້​ຮົບ​ຢູ່​ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດນາມ ​ອອກ​ຈາກ​ເຂດ​ສູ້​ຮົບ​ຢູ່​ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ
ພາບປະກອບ: TTXVN
ພາບປະກອບ: TTXVN

ໃນວັນທີ 24 ກຸມພາ ປີ 2022, ສະພາບການປະທະກັນດ້ານອາວຸດ ຢູ່ຢູແກຼນ ມີການຜັນແປຢ່າງສັບສົນ, ແຜ່ຂະຫຍາຍຢ່າງກ້ວາງຂວາງ ແລະ ວ່ອງໄວໃນດິນແດນຢູແກຼນ, ນາບຂູ່ໂດຍກົງຕໍ່ຄວາມປອດໄພດ້ານຊີວິດອິນຊີ, ຊັບສິນຂອງປະຊາຊົນ, ວິສາຫະກິດໃນນັ້ນມີປະຊາຊົນຫວຽດນາມປະມານ 7000 ຄົນ ພວມອາໄສຢູ່ຢູແກຼນ. ຕໍ່ໜ້າສະພາບການນັ້ນ, ໜຶ່ງໃນບັນດາຄວາມເອົາໃຈໃສ່ແຖວໜ້າຂອງພັກ, ລັດ, ລັດຖະບານ ຫວຽດນາມ ແມ່ນຮັບປະກັນຄວາມສະຫງົບປອດໄພຢູ່ລະດັບສູງສຸດກ່ຽວກັບຊີວິດອິນຊີ, ຊັບສິນ, ຜົນປະໂຫຍດຖືກຕ້ອງຕາມກົດໝາຍ ແລະ ຊອບທຳຂອງພົນລະເມືອງ ແລະ ນິຕິບຸກຄົນຫວຽດນາມ ທີ່ອາໄສຢູ່ຢູແກຼນ ແລະ ບັນດາບ່ອນທີ່ກ່ຽວຂ້ອງ.

ເຂົ້າຮ່ວມຢ່າງຮີບດ່ວນ ແລະ ຂ້ຽວຂາດ

ພາຍຫລັງລັດເຊຍ ຜັນຂະຫຍາຍບັ້ນການທະຫານພິເສດຢູ່ຢູແກຼນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ຊີ້ນຳສ້າງກຸ່ມປະຕິບັດງານພິເສດ ເພື່ອແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງສະພາບການຢູ່ຢູແກຼນ, ມອບໝາຍໃຫ້ບັນດາກະຊວງ, ຂະແໜງການຜັນຂະຫຍາຍປະຕິບັດການສົ່ງພົນລະເມືອງອອກຈາກເຂດອັນຕະລາຍໂດຍກົງ, ຫຼົບໄພໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ມີວິທີການນຳສົ່ງຊາວຫວຽດນາມທີ່ມີຄວາມຕ້ອງການຢາກກັບຄືນປະເທດຫວຽດນາມ. ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຟ້າມກວາງຫ້ຽວໃຫ້ຮູ້ວ່າ:

ກະຊວງການຕ່າງປະເທດໄດ້ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ, ຊີ້ນຳບັນດາອົງການຕາງໜ້າຫວຽດນາມປະຈຳຢູແກຼນ ແລະ ບັນດາປະເທດຄຽງຂ້າງຄື: ໂປໂລຍ, ຣູມານີ, ຮູງກາຣີ, ສະໂລວາກີ... ສົມທົບກັບບັນດາສະມາຄົມ, ຄະນະຍົກຍ້າຍພໍ່ແມ່ປະຊາຊົນອອກຈາກເຂດສູ້ຮົບທີ່ດຸເດືອດທີ່ສຸດຢ່າງທັນການ. ພວກຂ້າພະເຈົ້າໄດ້ຂຶ້ນແຜນການຢ່າງລະອຽດເພື່ອຕ້ອນຮັບພໍ່ແມ່ປະຊາຊົນຢູ່ເຂດຊາຍແດນ. ນັບແຕ່ເກີດການສູ້ຮົບ, ສະຖານທູດຫວຽດນາມ ປະຈຳບັນດາປະເທດໄດ້ສ້າງແຜນການພ້ອມກັບບັນດາສະມາຄົມ ໄປຍັງເຂດຊາຍແດນເພື່ອໜູນຊ່ວຍພໍ່ແມ່ປະຊາຊົນ, ມານະພະຍາຍາມຮັບປະກັນປະຕິບັດຢ່າງລອບຄອບຖີ່ຖ້ວນ, ບໍ່ປະໃຫ້ຜູ້ໃດຖືກອຶດຫິວ, ຂາດແຄນສະບຽງອາຫານ.

ໄລ່ມາຮອດປັດຈຸບັນ, ມີຊາວຫວຽດນາມ ປະມານກ່ວາ 2000 ຄົນ ໄດ້ຍົກຍ້າຍອອກຈາກເຂດສູ້ຮົບຢູ່ຢູແກຼນ ແລະ ໄດ້ຈັດສົ່ງໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນມີຜູ້ກັບຄືນບ້ານເກີດເມືອງນອນ 553 ຄົນ. ວັນທີ 8 ມີນາ, ຖ້ຽວບິນທຳອິດສົ່ງຊາວຫວຽດນາມ 287 ຄົນ ໃນນັ້ນມີເດັກນ້ອຍ 71 ຄົນໄດ້ບິນຈາກ Bucharest (ຣູມານີ), ກັບຄືນບ້ານເກີດເມືອງນອນຢ່າງປອດໄພ. ດ້ວຍຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ດ້ວຍທຸກແຫຼ່ງກຳລັງ, ການຍົກຍ້າຍພໍ່ແມ່ປະຊາຊົນໄດ້ດຳເນີນໄປຢ່າງເປັນລະບຽບຮຽບຮ້ອຍ, ປອດໄພ. ເອື້ອຍຫງວຽນທິແອນ ຢູ່ເງະອານ, ໜຶ່ງໃນບັນດາພົນລະເມືອງໃຫ້ຖ້ຽວບິນທຳອິດທີ່ກັບເມືອປະເທດແບ່ງປັນວ່າ:

ນ້ອງຮູ້ສຶກດີໃຈ ແລະ ມີຄວາມສຸກເມືອໄດ້ຮັບການໜູນຊ່ວຍຈາກລັດ ເພື່ອກັບເມືອບ້ານເກີດເມືອງນອນ. ພິເສດແມ່ນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຊ່ວຍເຫຼືອພວກຂ້າພະເຈົ້າຢ່າງສຸດໃຈກ່ຽວກັບບ່ອນຢູ່, ບ່ອນກິນ ແລະ ການເດີນທາງໄປມາ. ຊາວຫວຽດນາມ ຢູ່ໃສກໍ່ມີນ້ຳໃຈຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ ໃນເວລາປະສົບກັບຄວາມຫຍຸ້ງຍາກ. ສະຖານທູດປະຈຳບັນດາປະເທດຍາມໃດກໍ່ສ້າງທຸກເງື່ອນໄຂເພື່ອໜູນຊ່ວຍພວກຂ້າພະເຈົ້າ, ຂໍຂອບໃຈນຳລັດຖະບານຫວຽດນາມ ຫຼາຍໆ.

ເສີມຂະຫຍາຍມູນເຊື້ອຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ

ວັນທີ 10 ມີນາ, ມີຖ້ຽວບິນໜຶ່ງໃນຈາກ Warsaw (ໂປໂລຍ) ກໍຈະບິນມາຮອດ ສະໜາມບິນໂນ້ຍບາຍ, ຮ່າໂນ້ຍ ເພື່ອຂົນສົ່ງພົນລະເມືອງຫວຽດນາມ 270 ຄົນ ແລະ ວຽກງານປົກປ້ອງພົນລະເມືອງພວມໄດ້ຮັບການຜັນຂະຫຍາຍເພື່ອສືບຕໍ່ສົ່ງພໍ່ແມ່ປະຊາຊົນນັບຮ້ອຍຄົນກັບເມືອປະເທດໃນຖ້ຽວບິນຕໍ່ໄປ. ປັດຈຸບັນ, ໂປໂລຍ ແມ່ນປະເທດທີ່ຕ້ອນຮັບຊາວຫວຽດນາມ ຫຼົບໄພຈາກ ຢູແກຼນ ດ້ວຍຈຳນວນຫຼາຍທີ່ສຸດ ແລະ ມີເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໃນແຕ່ລະວັນ. ນັບແຕ່ຫົວທີ, ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ກໍ່ໄດ້ເປັນເຈົ້າການສ້າງກຸ່ມຮັບຜິດຊອບວຽກງານປົກປ້ອງພົນລະເມືອງ ຮັບປະກັນການຮັບໂທລະສັບສາຍດ່ວນຕະຫຼອດ 24 ຊົ່ວໂມງ. ທ່ານ ຫງວຽນຮູງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍຢັ້ງຢືນວ່າ:

ສະຖານທູດໄດ້ສົມທົບກັບສະມາຄົມຊາວຫວຽດນາມຢ່າງແໜ້ນແຟ້ນເພື່ອສ້າງຕັ້ງກຸ່ມໜູນຊ່ວຍພໍ່ແມ່ປະຊາຊົນອັບເດດບັນດາຂໍ້ກຳນົດຂອງປະເທດໂປໂລຍ, ສ້າງກຸ່ມໜູນຊ່ວຍບ່ອນຢູ່ ບ່ອນກິນໃຫ້ພໍ່ແມ່ປະຊາຊົນ ແລະ ສຸດທ້າຍແມ່ນກຸ່ມທີ 3 ໄດ້ສົມທົບກັບບັນດາສະມາຄົມຊາວຫວຽດນາມ ກໍ່ຄືບັນດາອົງການທີ່ມີໜ້າທີ່ ຮັບຜິດຊອບຂອງຫວຽດນາມ ປະຈຳຢູ່ຢູແກຼນຢ່າງແໜ້ນແຟ້ນ ເພື່ອກຳໄດ້ຄວາມຕ້ອງການຂອງພໍ່ແມ່ປະຊາຊົນ ແລະ ສິ່ງທີ່ຕ້ອງການໜູນຊ່ວຍ.

ປັດຈຸບັນ, ບໍລິສັດການບິນຫວຽດນາມ ພ້ອມແລ້ວທີ່ຈະປິນໄປ 6 ສະຖານທີ່ຢູ່ເອີລົບເພື່ອສົ່ງຊາວຫວຽດນາມ ຢູ່ ຢູແກຼນກັບຄືນ ປະເທດ. ທຸກຄວາມມານະພະຍາຍາມແມ່ນເພື່ອແນໃສ່ເປົ້າໝາຍສູງສຸດໃນການຮັບປະກັນການສົ່ງພົນລະເມືອງ ຫວຽດນາມກັບຄືນ ປະເທດໃຫ້ຖືກຕ້ອງຕາມແຜນການ ແລະ ມີຄວາມປອດໄພ. ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວຢັ້ງຢືນວ່າ:

ໃນຊຸມວັນຈະມາເຖິງ, ພວກຂ້າພະເຈົ້າໃຫ້ຂໍ້ສັງເກດວ່າ ການສູ້ຮົບຍັງດຳເນີນຢູ່. ພວກຂ້າພະເຈົ້າສືບຕໍ່ຕ້ອນຮັບພົນລະເມືອງຢູ່ບັນດາປະເທດ ແລະ ສັງລວມຄວາມຕ້ອງການຂອງພໍ່ແມ່ປະຊາຊົນເພື່ອມີມາດຕະການໜູນຊ່ວຍຢ່າງທັນການ. ໃນເວລາຈະມາເຖິງ, ບົນພື້ນຖານການຈົດທະບຽນຄວາມມຸ່ງຫວັງຂອງພໍ່ແມ່ປະຊາຊົນ, ພວກຂ້າພະເຈົ້າຈະສົມທົບກັບບັນດາອົງການ, ຂະແໜງການສະເໜີຕໍ່ລັດຖະບານ, ກຸ່ມປະຕິບັດງານເພື່ອຈັດຖ້ຽວບິນຍົກຍ້າຍພົນລະເມືອງຕື່ມອີກ.

ອາດເວົ້າໄດ້ວ່າ, ເມື່ອປະສົບກັບຄວາມຫຍຸ້ງຍາກລຳບາກ, ມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດ, ຈິດໃຈເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ ຂອງຊາວຫວຽດນາມຍິ່ງໄດ້ຮັບການເສີມຂະຫຍາຍຢ່າງແຮງ. ຮັບປະກັນຄວາມສະຫງົບປອດໄພ ກ່ຽວກັບຊີວິດອິນຊີ, ສັບຊິນ, ຜົນປະໂຫຍດຖືກຕ້ອງຕາມກົດໝາຍ ແລະ ຊອບທຳຂອງພົນລະເມືອງ ຫວຽດນາມ ອາໄສຢູ່ຢູແກຼນ ແມ່ນຈິດໃຈມະນຸດສະທຳ, ຄວາມຮັບຜິດຊອບແມ່ນວຽກງານທີ່ຈຳເປັນໃນປັດຈຸບັນ.

vovworld.vn

ເຫດການ
302 Found

Found

The document has moved here.