ການ​ຢ້ຽມ​ຢາມ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ບັນ​ລຸ​ໄດ້​ໝາກ​ຜົນ​ຢ່າງ​ຮອບ​ດ້ານ, ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ

14:14 | 01/03/2022

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຫາກໍສິ້ນສຸດການຢ້ຽມຢາມທາງລັດຖະກິດ ຢູ່ ສິງກະໂປ ເປັນເວລາ 2 ວັນ. ການຢ້ຽມຢາມບັນລຸໄດ້ໝາກຜົນອັນຈົບງາມຫຼາຍຢ່າງ, ນຳມາເຊິ່ງກາລະໂອກາດໃໝ່ເພື່ອພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ສິງກະໂປ ໃຫ້ຫຼາຍກວ່າອີກ, ຈາກນັ້ນ ສືບຕໍ່ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງ, ມີປະສິດທິຜົນໃຫ້ແກ່ແຕ່ລະປະເທດ ແລະ ພາກພື້ນ.

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຕ້ອນຮັບ​ທູດ​ພິ​ເສດ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຕ້ອນຮັບ​ທູດ​ພິ​ເສດ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ
ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ: ຂົວ​ເຊື່ອມ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາອ​ີກ ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ: ຂົວ​ເຊື່ອມ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາອ​ີກ
ການ​ຢ້ຽມ​ຢາມ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ບັນ​ລຸ​ໄດ້​ໝາກ​ຜົນ​ຢ່າງ​ຮອບ​ດ້ານ, ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ
ການ​ຢ້ຽມ​ຢາມ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ບັນ​ລຸ​ໄດ້​ໝາກ​ຜົນ​ຢ່າງ​ຮອບ​ດ້ານ, ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ. ພາບ: TTXVN

ດ້ວຍແຜນການເຮັດວຽກມີເກືອບ 30 ລາຍການເຄື່ອນໄຫວ, ທ່ານປະທານປະເທດ ໄດ້ແລກປ່ຽນໂດຍກົງກັບການນຳຂັ້ນສູງສຸດທັງໝົດຂອງ ສິງກະໂປ, ພົບປະກັບການນຳກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງ ສິງກະໂປ ແລະ ສາກົນ, ຕ້ອນຮັບຜູ້ເປັນເພື່ອນຍາວນານຂອງ ຫວຽດນາມ ແລະ ໂອ້ລົມກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສິງກະໂປ.

ການຢ້ຽມຢາມບັນລຸໄດ້ໝາກຜົນຢ່າງຮອບດ້ານ, ທັງແທດຈິງທັງລະອຽດ, ທັງມີຄວາມໝາຍຍຸດທະສາດ. ຜ່ານການພົບປະຄັ້ງຕ່າງໆ, ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບທິດທາງໃຫຍ່ ແນໃສ່ເຮັດໃຫ້ການພົວພັນຮ່ວມມືໃນທຸກຂົງເຂດເລິກເຊິ່ງກວ່າອີກ, ອອກຖະແຫຼງການສື່ມວນຊົນຮ່ວມ ກ່ຽວກັບ “ການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືພ້ອມກັນຟື້ນຟູພາຍຫຼັງໂລກລະບາດ”, ເຊັນເອກະສານຮ່ວມມືສອງຝ່າຍ 5 ສະບັບ ໃນຂົງເຂດປ້ອງກັນຊາດ, ເສດຖະກິດ - ການຄ້າ, ຊັບສິນທາງປັນຍາ, ການຮ່ວມມືເສດຖະກິດດີຈີຕອນ ແລະ ການພົວພັນແລກປ່ຽນປະຊາຊົນ.

ການຢ້ຽມຢາມໄດ້ປະກອບສ່ວນສຳຄັນເຂົ້າໃນການດຶງດູດແຫຼ່ງກໍາລັງຟື້ນຟູເສດຖະກິດ ພ້ອມທັງສົ່ງສານມາຍັງວິສາຫະກິດ, ນັກລົງທຶນ ສິງກະໂປ ແລະ ສາກົນ ກ່ຽວກັບຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນການຊຸກຍູ້ການຜະລິດ, ດຳເນີນທຸລະກິດໃນສະພາບ “ປົກກະຕິໃໝ່”, ສືບຕໍ່ຍູ້ແຮງການປະຕິຮູບ, ສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ, ວິສາຫະກິດເຂົ້າມາດຳເນີນທຸລະກິດຢູ່ ຫວຽດນາມ. ໃນຂອບເຂດການຢ້ຽມຢາມ, ສອງຝ່າຍກໍໄດ້ລົງນາມ ແລະ ແລກປ່ຽນບົດບັນທຶກຊ່ວຍຈຳ, ສັນຍາ 29 ສະບັບ ລວມມູນຄ່າກວ່າ 11 ຕື້ USD ລະຫວ່າງທ້ອງຖິ່ນ ແລະ ວິສາຫະກິດ ຫວຽດນາມ ກັບຄູ່ຮ່ວມມື ສິງກະໂປ ແລະ ຕ່າງປະເທດ.

ໝາກຜົນທີ່ພົ້ນເດັ່ນກວ່ານັ້ນແມ່ນ, ການຢ້ຽມຢາມ ໄດ້ຢັ້ງຢືນ ຫວຽດນາມ ແລະ ສິງກະໂປ ເປັນຄູ່ຮ່ວມມືຍຸດທະສາດທີ່ໜ້າໄວ້ເນື້ອເຊື່ອໃຈໃນຫຼາຍບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ຜ່ານການເຫັນດີສົມທົບກັນຢ່າງແໜ້ນແຟ້ນໃນເວທີປາໄສສາກົນ, ພາກພື້ນ, ໂດຍສະເພາະແມ່ນ ສປຊ ແລະ ອາຊຽນ; ແບ່ງປັນທັດສະນະກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ບົນເນື້ອໃນຈິດໃຈເຄົາລົບກົດໝາຍສາກົນ ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

vovworld.vn

ເຫດການ
302 Found

Found

The document has moved here.