ຈຳໜ່າຍາສະແຕມທີ່ມີກິ່ນກາເຟ

11:59 | 27/02/2022

ຍສໝ - ເພື່ອ​ແນ​ໃສ່​ໂຄສະນາ​ພາບ​ພົດ​ຂອງ​ຕົ້ນ​ກາ​ເຟ ຫວຽດນາມ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໄດ້​ວາງ​ອອກ​ຊຸດ​ສະ​ແຕມ “ຕົ້ນ​ກາ​ເຟ”. ເປັນທີ່ໜ້າສັງເກດ, ແບບສະແຕມນີ້ ແມ່ນໃຊ້ເທັກໂນໂລຢີການພິມດ້ວຍກິ່ນກາເຟ.

3 ຮ້ານກາເຟ ເພື່ອຊົມວິວຕາເວັນຕົກທີ່ສວຍງາມຂອງນະຄອນດ່າລາດ 3 ຮ້ານກາເຟ ເພື່ອຊົມວິວຕາເວັນຕົກທີ່ສວຍງາມຂອງນະຄອນດ່າລາດ
ຫວຽດນາມ ແມ່ນແຫຼ່ງສະໜອງກາເຟໃຫຍ່ອັນດັບ 3 ຂອງອາເມລິກາ ຫວຽດນາມ ແມ່ນແຫຼ່ງສະໜອງກາເຟໃຫຍ່ອັນດັບ 3 ຂອງອາເມລິກາ

ຊຸດສະແຕມໄດ້ພັນລະນາເຖິງວິວັດການເຕີບໃຫຍ່ຂອງຕົ້ນກາເຟ, ຕັ້ງແຕ່ເມັດກ້າ, ຕົ້ນອ່ອນ, ຕົ້ນທີ່ເຕີບໃຫຍ່, ອອກດອກ, ອອກໝາກ, ຈົນເຖິງເມັດກາເຟ, ຈອກກາເຟ... ທັງໝົດໄດ້ອີງໃສ່ພື້ນທີ່ທຳມະຊາດ ຂອງເຂດ ເຕິຍຫງວຽນ.

ປະຈຸ​ບັນ, ກາ​ເຟ​ໄດ້​ກາຍ​ເປັນ​ໜຶ່ງ​ ໃນ​ບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ທີ່​ສຳຄັນ​ຂອງ​ຫວຽດນາມ, ​ແມ່ນ​ຜະລິດ​ຕະພັນ​ກະ​ເສດ​ສົ່ງ​ອອກ ຢືນຢູ່ອັນດັບ​ທີ​ສອງ​ດ້ານວົງເງິນ​ການ​ຄ້າ ​ຖັດຈາກ​ເຂົ້າສານ. ຂະແໜງການກາເຟ ໄດ້ມີບົດບາດອັນໃຫຍ່ຫຼວງ ໃນພື້ນຖານເສດຖະກິດແຫ່ງຊາດ. ກາເຟ ຫວຽດນາມ ປູກຢູ່ເທິງພູພຽງ ແລະ ພູສູງ ດ້ວຍສະພາບອາກາດ ແລະ ດິນທີ່ເໝາະສົມ, ເຮັດໃຫ້ກາເຟຫວຽດນາມ ມີລົດຊາດທີ່ແຕກຕ່າງ.

undefined
ພາບປະກອບ

ຊຸດສະແຕມທີ່ມີຂະໜາດ 43 x 32ມມ, ອອກແບບໂດຍຈິດຕະກອນ ໂຕມິງຈາງ ຈະໄດ້ສະໜອງໃຫເຄືອຂ່າຍໄປສະນີ ແຕ່ວັນທີ 22 ກຸມພາ 2022 ຫາ 31 ທັນວາ 2023. ຊຸດສະແຕມປະກອບມີ 4 ແບບ, ລາຄາລ້ວນແຕ່ 4.000 ດົ່ງ.

ກ່ອນ​ນັ້ນ, ປີ 2008, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໄດ້​ແນະນຳ​ຜະລິດ​ຕະພັນ​ກະ​ເສດ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ ເຊິ່ງແມ່ນໝາກ​ມັງກອນ​ໃນ​ຊຸດ​ສະ​ແຕມ “ສະ​ແຕມ​ຮ່ວມ​ຫວຽດນາມ - ສິງກະ​ໂປ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.