ສື່ມວນຊົນຂອງ ສປປ ເກົາຫຼີ ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບກອງປະຊຸມສຸດຍອດ Trump – Kim

00:54 | 15/05/2019

ຍສມ - ສື່ມວນຊົນຂອງ ສປປ ເກົາຫຼີ ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບກອງປະຊຸມສຸດຍອດ Trump – Kim ສຳນັກຂອງ ລັດຖະບານ ສປປ ເກົາຫຼີ ໄດ້ອັບຂ່າວ ກ່ຽວກັບການດຳເນີນກອງປະຊຸມ ພົບປະເຈລະຈາ ແລະ ຮູບພາບຂອງການນຳຂອງສອງປະເທດ ອາເມລິກາ-ສປປ ເກົາຫຼີ ທີ່ຍິ້ມແຍ້ມແຈ່ງໃສໃນການພົບປະ.

ສື່ມວນຊົນຂອງ ສປປ ເກົາຫຼີ ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບກອງປະຊຸມສຸດຍອດ Trump – Kim

ພາບຂ່າວຂອງສຳນັກຂ່າວ ສປປ ເກົາຫຼີ ເອົາຂື້ນໃນໜ້າຫຼັກຂອງໜັງສືພິມ. (ພາບ: Yonhap)

“ປະທານ ສປປ ເກົາຫຼີ Kim Jong-un ຂອບໃຈ ປະທານາທິບໍດີ ອາເມລິກາ Donald Trump ຍ້ອນຄວາມພະຍາຍາມອັນຕັ້ງໜ້າເພື່ອນຳມາດ້ວຍຜົນສຳເລັດຂອງ ກອງປະຊຸມ ແລະ ຄອຍຖ້າການພົບປະຕໍ່ໜ້າ. ນີ້ແມ່ນໂອກາດທີ່ສຳຄັນເພື່ອພັດທະນາ ສາຍພົວພັນ ອາເມລິກາ-ສປປ ເກົາຫຼີ, ຮັບໃຊ້ຜົນໂຫຍດຂອງປະຊາຊົນຂອງສອງປະເທດ, ປະກອບສ່ວນໃນການສ້າງສັນຕິພາບ ແລະ ຄວາມສະຫງົບ ໃນແຫຼມເກົາຫຼີ, ພູມມິພາກ ກໍ່ຄືໃນໂລກ”, ໜັງສືພິມສະບັບ Rodong Sinmun, ອົງການໂຄສະນາຂອງພັກ ແຮງງານ ສປປ ເກົາຫຼີ, ມື້ນີ້ໄດ້ອັບຂ່າວນີ້ຂື້ນ.

ບົດຂ່າວນີ້ໄດ້ຍົກໃຫ້ເຫັນຢ່າງລະອຽດກ່ຽວກັບກອງປະຊຸມສຸດຍອດ ອາເມລິກາ-ສປປ ເກົາຫຼີ ຢູ່ຮ່າໂນ້ຍ, ເຊິ່ງມີຮູບພາບຂອງປະທານ ກີມ ຈອງ ອູນ, ປະທານາທິບໍດີ Trump ແລະ ຄະນະການນຳຂອງສອງປະເທດ ທີ່ມີໃບໜ້າຍິ້ມແຍ້ມແຈ່ມໃສຮ່ວມກັນ ປະກອບຈຳນວນ 13ພາບ. ພາບທີ່ພົ້ນເດັ່ນທີ່ສຸດ ແມ່ນ ຮູບຂອງ ຜູ້ນຳອາເມລິກາ ແລະ ສປປ ເກົາຫຼີ ໃນການພົບປະສ່ວນຕົວ, ໃນຄະນະທີ່ ສະບັບທີ 2 ບັນລະຍາຍກ່ຽວກັບການຍ່າງເລາະໃນສວນດອກໄມ້ຂອງໂຮງແຮມ ຂອງສອງທ່ານ ແລະ ກອງປະຊຸມເປີດກວ້າງຮ່ວມກັບທີ່ປຶກສາທັງສອງຝ່າຍ.

ການທີ່ທັງສອງປະເທດບໍ່ສາມາດບັນລຸໄດ້ສົນທິສັນຍາໃດໆພາຍຫຼັງກອງປະຊຸມ, ກໍ່ຄືຄາບອາຫານທ່ຽງ ແລະ ພິທີຖະແຫຼງຂ່າວຮ່ວມ ຖືກຍົກເລິກ ບໍ່ໄດ້ຮັບຄວາມສົນໃຈແລະບໍ່ໄດ້ຍົກອອກມາໃນບົດຂຽນ ຂອງ Rodong Sinmun. ສິ່ງນີ້ໄດ້ຮັບການຕີລາຄາໃຫ້ເຫັນວ່າ ປຽງຢາງ ຈະຮັກສາການເຈລະຈາ ກັບ Washington ໃນອານາຄົດ.

ກອງປະຊຸມສຸດຍອດ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ຈົບລົງຢ່າງໄວວາ ກ່ອນກຳນົດ. ຫຼັງຈາກນັ້ນ ປະທານາທິບໍດີ ອາເມລິກາ ໄດ້ຈັດຖະແຫຼງຂ່າວໄວ ແລະ ໃຫ້ຮູ້ວ່າ ສາຍເຫດທີ່ເຮັດໃຫ້ບໍ່ມີການລົງນາມໃນສົນທິສັນຍາຍ້ອນ ສປປ ເກົາຫຼີ ຕ້ອງການທີ່ຈະປົດຄຳສັ່ງຂວຳ້ບາດທັງໝົດ, ແຕ່ ອາເມລິກາ ຍັງບໍ່ທັນສາມາດເຮັດແນວນັ້ນໄດ້.

ແຕ່ວ່າໃນການຖະແຫຼງຂ່າວໃນທ່ຽງຄືນຂອງມື້ວານນີ້, ລັດຖະມົນຕີກະຊວງການຕ່າງປະເທດ ສປປ ເກົາຫຼີ Ri Yong-ho ຢືນຢັນວ່າ: ປຽງຢາງ ພຽງແຕ່ຕ້ອງການໃຫ້ Washington ປົດຄຳສັ່ງຂວຳ້ບາດ 5 ໃນ 11 ສະບັບ, ແຕ່ ອາເມລິກາບໍ່ຍອມຮັບ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.