ທະນາຄານ HSBC ໃຫ້ຄຳໝັ້ນສັນຍາຈັດແບ່ງຈຳນວນເງິນ 12 ຕື້ USD ໜູນຊ່ວຍການພັດທະນາແບບຍືນຍົງຢູ່ ຫວຽດນາມ

15:26 | 27/01/2022

HSBC ໄດ້ສະເໜີແຜນການອຸປະຖຳນັບທັງທາງດ້ານການເງິນ ແລະ ວິຊາສະເພາະໃຫ້ແກ່ບັນດາໂຄງການຂຽວ, ໂຄງການຈຸດສຸມພັດທະນາແບບຍືນຍົງ

ບັນດາ​ທະນາຄານ​ຕ່າງປະ​ເທດ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ກ່ຽວ​ກັບ​ແງ່​ຫວັງ​ເສດຖະກິດ​ຂອງ​ຫວຽດນາມ ບັນດາ​ທະນາຄານ​ຕ່າງປະ​ເທດ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ກ່ຽວ​ກັບ​ແງ່​ຫວັງ​ເສດຖະກິດ​ຂອງ​ຫວຽດນາມ
ທະນາຄານ Standard Chartered ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 6,7% ໃນປີ 2022. ທະນາຄານ Standard Chartered ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 6,7% ໃນປີ 2022.
ພາບປະກອບ: tinnhanhchungkhoan.vn
ພາບປະກອບ: tinnhanhchungkhoan.vn

ເພື່ອແນໃສ່ໜູນຊ່ວຍບັນດາເປົ້າໝາຍດິນຟ້າອາກາດຂອງ ຫວຽດນາມ, ວັນທີ 25 ມັງກອນ, ທະນາຄານ HSBC ຫວຽດນາມ ຈຳກັດຜູ້ດຽວ ໄດ້ໃຫ້ຄຳໝັ້ນສັນຍາຈັດແບ່ງແຫຼ່ງທຶນຂຶ້ນເຖິງ 12 ຕື້ USD ໂດຍອຸປະຖຳໂດຍກົງ ແລະ ທາງອ້ອມໃຫ້ແກ່ບັນດາໂຄງການແບບຍືນຍົງຂອງ ຫວຽດນາມ ແລະ ວິສາຫະກິດຢູ່ ຫວຽດນາມ ຮອດປີ 2030.

ໃນຈົດໝາຍຝາກເຖິງລັດຖະບານ ຫວຽດນາມ ຫວ່າງມໍ່ໆມານີ້, HSBC ໄດ້ສະເໜີແຜນການອຸປະຖຳນັບທັງທາງດ້ານການເງິນ ແລະ ວິຊາສະເພາະໃຫ້ແກ່ບັນດາໂຄງການຂຽວ, ໂຄງການຈຸດສຸມພັດທະນາແບບຍືນຍົງ ແລະ ມີຄວາມສາມາດບົ່ມຊ້ອນ, ສວມບົດບາດສຳຄັນໃນການຫຼຸດຜ່ອນການປ່ອຍອາຍຂອງ ຫວຽດນາມ. ນີ້ແມ່ນສ່ວນໜຶ່ງໃນຄຳໝັ້ນສັນຍາກ່ຽວກັບຄວາມດຸ່ນດ່ຽງອາຍເສຍຂອງກຸ່ມບໍລິສັດ HSBC, ແນໃສ່ສະໜອງເງິນຈຳນວນແຕ່ 750 ຕື້ USD ຫາ 1.000 ຕື້ USD ຮອດປີ 2030 ເພື່ອອຸປະຖຳ ແລະ ລົງທຶນແບບຍືນຍົງ, ໜູນຊ່ວຍບັນດາວິສາຫະກິດເມື່ອເຂົາເຈົ້າຫັນໄປສູ່ວິທີດຳເນີນທຸລະກິດແບບຍືນຍົງກວ່າ ແລະ ຫຼຸດຜ່ອນການປ່ອຍອາຍ ກາກບອນ.

vovworld.vn

ເຫດການ
302 Found

Found

The document has moved here.