ເຂດເອີຣົບ: ຄຶກຄັກ "ມິດຕະພາບວັກຊີນ"

14:08 | 30/01/2022

ຍສໝ - ວັນ​ທີ 10 ສິງຫາ 2021, ບັນດາ​ສະມາຊິກ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝະລັ່ງ ​ໄດ້​ມີຄວາມ​ດີ​ໃຈ​ເມື່ອ​ໄດ້​ຮັບ​ອີ​ເມວ​ຂອງ​ເພື່ອນ ຝລັ່ງ ທີ່​ໃຫ້ຮູ້ວ່າ: “ສະມາຄົມ​ມິດຕະພາບ​ຝລັ່ງ - ຫວຽດນາມ ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ປະທານ​າທິບໍດີປະ​ເທດ ຝະລັ່ງ ເພື່ອຮຽກຮ້ອງການ​ໜູນ​ຊ່ວຍ​ຢາ​ວັກ​ຊີນ​ໃຫ້ແກ່​ຫວຽດນາມ ຕ້ານ Covid - 19. ມື້ນີ້, ທ່ານປະທານາທິບໍດີ ຝຣັ່ງ Macron ໃຫ້ຮູ້ວ່າ ຝະລັ່ງ ຈະແບ່ງປັນວັກ​ຊີນ​ 670.000 ໂດສ ໃຫ້ ຫວຽດນາມ ພາຍໃຕ້ກົນໄກ Covax. ວັນ​ທີ 11 ສິງຫາ​ນີ້, ປະທານາທິບໍດີ​ຝຣັ່ງ​ໄດ້​ປະກາດ​ຂ່າວ​ດັ່ງກ່າວ.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ເຂດເອີຣົບ: ຄຶກຄັກ
ເພື່ອນ​ມິດ​ສາ​ກົນ​ໜູນ​ຊ່ວຍ​ວັກ​ຊິນ​ໃຫ້ແກ່​ຫວຽດ​ນາມ ພາຍ​ໃຕ້​ກົນ​ໄກ Covax. ພາບ: baoquocte

ໃນ​ຂະນະ​ນັ້ນ, ສະມາຄົມ​ມິດຕະພາບ​ຫວຽດນາມ - ບຸນ​ກາຣີ (ສະມາຄົມ) ກໍ່​ໄດ້​ສົ່ງ​ຈົດໝາຍ​ໄປ​ຍັງ​ສະຖານທູດ​ບຸນ​ກາຣີ ປະຈຳ ຫວຽດນາມ ​ເພື່ອ​ສະ​ເໜີ​​ການໜູນ​ຊ່ວຍ​ວັກ​ຊິນ​ໃຫ້​ຫວຽດນາມ. ສະຖານທູດ ບຸນ​ກາຣີ ປະຈຳ ຫວຽດນາມ ​ໄດ້​ຮັບ​ເອົາ ​ແລະ ສະ​ເໜີ​ບັນດາ​ອົງການ​ຈັດ​ຕັ້ງ​ຂອງ ບຸນ​ກາຣີ ໜູນ​ຊ່ວຍ ຫວຽດນາມ. ວັນທີ 2 ກັນຍາ, ສະຖານທູດ ສາທາລະນະລັດ ບູນກາຣີ ປະຈຳ ຫວຽດນາມ ໄດ້ມອບເຂົ້າສານ 600 ກິໂລ ໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບ້ານ ກິມມ໋າ, ເມືອງ ບາດິງ, ນະຄອນຮ່າໂນ້ຍ ເພື່ອໜູນຊ່ວຍໃນວຽກງານສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ໃນບໍລິເວນນະຄອນຫຼວງ.

ສະມາຄົມ​ມິດຕະພາບ​ຫວຽດນາມ - ​ເຢຍລະ​ມັນ ​ໄດ້​ຂຽນຈົດໝາຍສົ່ງ​ເຖິງ​ກະຊວງ​ສາທາລະນະ​ສຸກ, ກະຊວງ​ເສດຖະກິດ ​ແລະ ພະລັງງານ ​ແລະ ສະຖານທູດ ​ເຢຍລະ​ມັນ ​ເພື່ອ​ຂົນຂວາຍ​ເພື່ອນມິດ​ໜູນ​ຊ່ວຍ ຫວຽດນາມ ​​ຕ້ານ​ໂຄ​ວິດ-19. ຍ້ອນ​ເຫດ​ນັ້ນ, ລັດຖະບານ ​ເຢຍລະ​ມັນ ​ໄດ້​ໜູນ​ຊ່ວຍ ຫວຽດນາມ ດ້ວຍ​ວັກ​ຊິນ 2,5 ລ້ານ​ໂດ​ສ.

ບັນດາຂອງຂວັນ​ມິດຕະພາບ​ນີ້​ແມ່ນ​ໝາກຜົນ​ແຫ່ງ​ການ​ສົມທົບ​ກັນ​ຂອງ​ຫຼາຍ​ອົງການ, ອົງການ​ຈັດ​ຕັ້ງ​ຂອງ​ຫວຽດນາມ ທີ່​ຕັ້ງໜ້າ​ຂົນຂວາຍ​ເພື່ອນ​ມິດ​ສາກົນ. ​ແລະ ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ສຳຄັນ​ຈາກ​ລະບົບບັນດາ​ສະມາຄົມ​ມິດຕະພາບ​ເຂດເອີ​ລົບ ເຊິ່ງຄະນະ​​ເອີຣົບ ຂອງ VUFO ຮັບຜິດຊອບ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.