ບຸນ​ເຕັດ​ໄດ້ໄປ​ຮອດ​ ເຈື່ອງ​ຊາ​

11:39 | 22/01/2022

ຍ​ສ​ໝ - ບຸນ​ເຕັດ​ຢູ່ ເຈື່ອງ​ຊາຍາມ​ໃດ​ກໍ່​ຄື​ກັນ, ບໍ່​ພ​ຽງ​ແຕ່​ມີ​ບັນ​ດາ​ຖ້ຽວ​​ຂົນ​ສົ່ງ​ສິນ​ຄ້າ​ທີ່​ເຕັມ​ໄປ​ດ້ວຍ​ຂອງ​ຂວັນ​ບຸນ​ເຕັດ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ນ້ຳ​ໃຈ​ຂອງ​ພ​ໍ່​ແມ່​ປະ​ຊາ​ຊົນ, ນ້ຳ​ໃຈ​ຂອງ​ນັກ​ຮົບ​ອີກ​ດ້ວຍ.

ຄອບ​ຄົວ ຫວຽດ​ນາມ ມີ 4 ລຸ້ນ​ຢູ່​ນຳ​ກັນ ເຮັດ​ເຂົ້າ​ໜົມແປ້ງຂາວ ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ ຄອບ​ຄົວ ຫວຽດ​ນາມ ມີ 4 ລຸ້ນ​ຢູ່​ນຳ​ກັນ ເຮັດ​ເຂົ້າ​ໜົມແປ້ງຂາວ ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ
ຕ້ອ​ນ​ຮັບ​ບຸນ​ເຕັດ​ໄກ​ຄອບ​ຄົວ​ຂອງ​ນັກ​ສຶກ​ສາ​ຫວຽດ​ນາມ ຮຽນ​ຢູ່​ຕ່າງ​ປະ​ເທດ ຕ້ອ​ນ​ຮັບ​ບຸນ​ເຕັດ​ໄກ​ຄອບ​ຄົວ​ຂອງ​ນັກ​ສຶກ​ສາ​ຫວຽດ​ນາມ ຮຽນ​ຢູ່​ຕ່າງ​ປະ​ເທດ
ບຸນ​ເຕັດ​ໄດ້ໄປ​ຮອດ​ ເຈື່ອງ​ຊາ​
ນຳ​ສົ່ງ​ສິນ​ຄ້າ​ໄປ​ຍັງ​ເກາະ​ເຈື່ອງ​ຊາ (ພາບ: TTXVN)

ຊຸມ​ວັນ​ຜ່ານ​ມາ, ບໍ່​ພຽງ​ແຕ່​ໃນ​ດິນ​ຕໍ່​ແຜ່ນ​ເທົ່າ​ນັ້ນ, ຢູ່ ເຈື່ອງ​ຊາ, ບັນ​ຍາ​ກາດ​ບຸນ​ເຕັດ​ໄດ້​ຄຶກ​ຄື້ນ​ມ່ວນ​ຊື່ນ. ນັ້ນ​ແມ່ນ ຍ້ອນ​ມີ​ບັນ​ດາ​ຖ້ຽວ​ກຳ​ປັ່ນ​ຂົນ​ສົ່ງເຄື່ອງຂອງ​ບຸນ​ເຕັດ​ໄປ​ຍັງ​ເກາະ.

ກ່ຳ​ປັນ ໄປ​ຍັງ​ເກາະ​ເຈື່ອງ​ຊາ ໃນ​ຍາມ​ບຸນ​ເຕັດ. ໂຖດອກ​ໄມ້ຫຼາຍ​ຊະ​ນິດ​ຄື ຕົ້ນ​ໝາກ​ແປ້ນ, ດອກ​ຄາຍ, ດອກ​ເໝີຍ ທີ່​ນຳ​ລະ​ດູ​ບານ​ໃໝ່​ໄປ​ຍັງ​ເຂດ​ທະ​ເລ​ໝູ່​ເກາະ. ເຂົ້າ​ຕົ້ມ​ທີ່​ມີ​ຄົບ​ທຸກ​ສ່ວນປະກອບ ກໍ່​ໄດ້​ສົ່ງ​ຈາກ​ດິນ​ຕໍ່​ແຜ່​ນ​ໄປຍັງເກາະ. ບັນ​ດາ​ຖ້ຽວ​ກຳ​ປັ່ນ​ນຳ​ບຸ​ນ​ເຕັດ​ໄປ​ຍັງ​ເກາະ ກໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຢູ່​ເກາະ​ຮູ້​ສຶກ​ອົບ​ອຸນ​ໃຈ.

ຢູ່​ເກາະ​ໃຕ້​ນ້ຳ, ມີ​ເນື້ອ​ທີ່​ຄັບ​ແຄບ, ດັ່ງນັ້ນ​ບໍ່​ສາ​ມາດ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫ​ວ​ຕ້ອ​ນ​ຮັບ​ບຸນ​ເຕັດ​ຫຼາຍ​ຄື​ຢູ່​ເກາະ​ພົ້ນເທິງ​ນ້ຳ ແຕ່​ບັນ​ດາ​ການ​ເຄື່ອນ​ໄຫວ​​ຕ່າງໆ ຍັງ​ມ່ວນ​ຊື່ນ​ທີ່​ສຸດ ແລະ ພິ​ເສດ​ແມ່ນ​ມີ​ຄວາມ​ຟົດ​ຟື້ນ​​ໃນ​ຊຸມ​ວັນ​ທ້າຍ​ປີອີກ​ດ້ວຍ. ນັກ​ຮົບ​ຢູ່​ເກາະ​ກໍ່​ພ້ອມ​ກັນ​ແບ່ງ​ປັນ​ຂອງ​ຂວັນ​ບຸນ​ເຕັດ, ໂອ້​ລົມ​ກັນ,ຫຼິ້ນ guitar ຮ້ອງ​ເພງ. ມີ​ບາງ​ຄົນ​ກໍ່​ຮູ້​ສຶກ​ລຶ້ງ​ເຄີຍ ກັບ​ເລື່ອ​ງ​ຮັບ​ບຸນ​ເຕັດ​ຢູ່​ເກາະ ແຕ່​ກໍ່​ເປັນ​ຄັ້​ງ​ທຳ​ອິດ ສຳ​ລັບ​ບາງ​ນັກ​ຮົບ ເມື່ອ​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ໄກ​ຄອບ​ຄົວ, ຢູ່​ກົມ​ກອງ​ໃໝ່ ແລະ ເຂດ​ດິນ​ແດນ​ໃໝ່.

ນ​້ຳ​ໃຈ​ລະ​ຫວ່າງ ດິນ​ຕໍ່​ແຜ່ນ ແລະ ທະ​ເລ​ໝູ່​ເກາະ, ນ້ຳ​ໃຈ​ຂອງ​ທະ​ຫານ ແລະ ປະ​ຊາ​ຊົນ​ທີ່​ມີ​ຄວາມ​ສະ​ໜິດ​ຕິດ​ພັນ, ບຸນ​ເຕັດຢູ່​ເຈື່ອງ​ຊາ ບໍ່​ພຽງ​ງ​ແຕ່​ຄົບ​ຖ້ວນ ແລະ ອົບ​ອຸ່ນ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ພິ​ເສດ​ສຳ​ລັບ​ບັນ​ດາ​ນັກ​ຮົບ​ອີກ​ດ້ວຍ. ນັ້ນ​ແມ່ນ​ຄວາມ​ຮ​ັບ​ຜິດ​ຊອບ​ທີ່​​ພັກ, ລັດ ແລະ ປະ​ຊາ​ຊົນ ໄດ້ມອບ​ໝາຍ, ຮັກ​ສາ​ເຂດ​ທະ​ເລ​ໝູ່​ເກາະ​ອັນ​ສັກ​ກະ​ລະ​ບູ​ຊາ​ຂອງ​ຊາດ ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ຕ້ອນ​ຮັບ​ບຸນ​ເຕັດ ຍາມ​ລະ​ດູ​ບານ​ໃໝ່.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.