Asia House: ເສດ​ຖະ​ກິດ ຫວຽດ​ນາມ ຈະ​ບັນ​ລຸ​ຜົນ​ງານ​ພົ້ນ​ເດັ່ນ​ໃນ​ປີ 2024

00:00 | 21/01/2024

ຍສໝ - ວັນທີ 23 ມັງກອນ, ອົງການໃຫ້ຄຳປຶກສານະໂຍບາຍ Asia House (ອັງກິດ), ໄດ້ປະກາດບົດລາຍງານ “ແງ່ຫວັງປະຈຳປີ 2024”, ໃນນັ້ນ ໄດ້ໃຫ້ຂໍ້ສັງເກດວ່າ ພື້ນຖານເສດຖະກິດຫວຽດນາມ ມີຄວາມສາມາດບົ່ມຊ້ອນສືບຕໍ່ພັດທະນາຢ່າງກະໂດດຂັ້ນເມື່ອທຽບໃສ່ກັບບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນ ໃນປີ 2024.

ນັກ​ຮຽ​ນ​ຮູ້ ຈີນ ຖອດລະຫັດ​ກຳ​ລັງ​ໜູນ​ການ​ເຕີ​ບ​ໂຕ​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ ນັກ​ຮຽ​ນ​ຮູ້ ຈີນ ຖອດລະຫັດ​ກຳ​ລັງ​ໜູນ​ການ​ເຕີ​ບ​ໂຕ​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ
ສະ​ພາບ​ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ເປັນ​ປົກ​ກະ​ຕິ ແລະ ມີການ​ເຕີບ​ໂຕ​ທີ່​ດີ ສະ​ພາບ​ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ເປັນ​ປົກ​ກະ​ຕິ ແລະ ມີການ​ເຕີບ​ໂຕ​ທີ່​ດີ

ໃນບົດລາຍງານ “ແງ່ຫວັງປະຈຳປີ 2024”, Asia House ໄດ້ຕີລາຄາແງ່ຫວັງຂອງ 8 ພື້ນຖານເສດຖະກິດຫຼັກແຫຼ່ງຢູ່ ອາຊີ ລວມມີ: ຈີນ, ອິນເດຍ, ຍີ່ປຸ່ນ, ອິນໂດເນເຊຍ, ຫວຽດນາມ, ມາເລເຊຍ, ໄທ ແລະ ຟີລິບປິນ. ບົດລາຍງານຖືວ່າ ຫວຽດນາມ ແລະ ຟີລິບປິນ ຈະແມ່ນສອງປະເທດ ບັນລຸຜົນງານພົ້ນເດັ່ນໃນປີ 2024. ບົດລາຍງານຕີລາຄາຫວຽດນາມ ມີສະພາບແວດລ້ອມແຫ່ງການເລີ່ມຕົ້ນທຸລະກິດເຕັກໂນໂລຢີພັດທະນາຢ່າງແຮງ ແລະ ການລົງທຶນສາທາລະນະຫຼາຍພໍສົມຄວນເຂົ້າຂົງເຂດປັນຍາປະດິດ (AI) ດ້ວຍໂຄງການຫັນເປັນດີຈີຕອນ ເພື່ອແນໃສ່ນຳບັນດາບໍລິສັດເຕັກໂນໂລຢີ ພາຍໃນປະເທດ ກາຍເປັນບັນດາບໍລິສັດທົ່ວໂລກ. ສູນນະວັດຕະກຳ ແຫ່ງຊາດໄດ້ໜູນຊ່ວຍບັນດາເຕັກໂນໂລຢີບຸກທະລຸໃນຫຼາຍຂົງເຂດ, ໃນຂະນະທີ່ຂະແໜງທະນາຄານ ກໍ່ຕັ້ງໜ້າໃນການທົດລອງ ແລະ ໝູນໃຊ້ AI.

Asia House: ເສດ​ຖະ​ກິດ ຫວຽດ​ນາມ ຈະ​ບັນ​ລຸ​ຜົນ​ງານ​ພົ້ນ​ເດັ່ນ​ໃນ​ປີ 2024

Asia House: ເສດ​ຖະ​ກິດ ຫວຽດ​ນາມ ຈະ​ບັນ​ລຸ​ຜົນ​ງານ​ພົ້ນ​ເດັ່ນ​ໃນ​ປີ 2024

ບົດລາຍງານໃຫ້ຂໍ້ສັງເກດວ່າ ຫວຽດນາມ ກໍ່ແມ່ນປະເທດນຳໜ້າໃນບັນດາໂຄງການ blockchain ດ້ວຍກ່ວາ 200 ໂຄງການ blockchain ທີ່ພວມເຄື່ອນໄຫວ, ພ້ອມທັງຜັນຂະຫຍາຍເຕັກໂນໂລຢີ blockchain ໃນບາງຂົງເຂດຄື: ອາລັກຂາສິນເຊື່ອທາງການຄ້າ ແລະ ການເງິນລະບົບສະໜອງ. ບົດລາຍງານໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະສືບຕໍ່ສວຍໃຊ້ເຕັກໂນໂລຢີ blockchain ເພື່ອຍົກສູງປະສິດທິຜົນຂອງຂະແໜງ ການບໍລິການ logistics, ພິເສດແມ່ນສຸມໃສ່ເຂົ້າບັນດາບໍລິສັດຢູ່ນະຄອນ ໂຮ່ຈີມິນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.