ຫວຽດນາມ ປະສົບຜົນສຳເລັດໃນການເຊື່ອມໂຍງເຂົ້າກັບສາກົນ

19:28 | 17/12/2021

ຍສໝ - ທ່ານ​ເລ​ຂາ​ທິ​ການ​​ສະ​ມາ​ຄົມ​ມິດ​ຕະ​ພາບ ຝະ​ລັ່ງ - ຫວຽດນາມ (AAFV) Jean-Pierre Archambault ເນັ້ນ​ໜັກ​ວ່າ ຫວຽດນາມ ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາຄົມສາກົນ​ຢ່າງ​ສຳ​ເລັດ​ຜົນທີ່ສຸດ.

ສະພາແຫ່ງຊາດ ລາວ-ຫວຽດນາມ ເພີ່ມການຮ່ວມມືສ້າງກົດໝາຍ ເຊື່ອມໂຍງສາກົນ ສະພາແຫ່ງຊາດ ລາວ-ຫວຽດນາມ ເພີ່ມການຮ່ວມມືສ້າງກົດໝາຍ ເຊື່ອມໂຍງສາກົນ
ນາຍົກລັດຖະມົນຕີ: ພວກເຮົາມີຄວາມຫມັ້ນໃຈໃນການເຊື່ອມໂຍງສາກົນ ນາຍົກລັດຖະມົນຕີ: ພວກເຮົາມີຄວາມຫມັ້ນໃຈໃນການເຊື່ອມໂຍງສາກົນ

ທ່ານ​ເລຂາທິການ​ໃຫຍ່ Jean-Pierre Archambault ​ໃຫ້​ຮູ້​ວ່າ: ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ປະມານ 30 ປະ​ເທດ, ​ໃນ​ນັ້ນ​ມີ​ປະ​ເທດຝລັ່ງ. ຫວຽດນາມ ກໍ່​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ ກັບ​ສະຫະພາບ​ເອີ​ລົບ, ສວມ​ບົດບາດ​ຕັ້ງໜ້າ​ໃນ​ອາ​ຊຽນ ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດຂະຫຍັນຂັນເຂື່ອນ​ທີ່​ສຸດ​ຂອງ​ພາກ​ພື້ນ. ​ໃນ​ການ​ເຂົ້າ​ຮ່ວມ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ຫວຽດນາມ ຍັງ​ປະສົບ​ຜົນສຳ​ເລັດ​ໃນ​ການ​ເຈລະຈາ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຫຍຸ້ງຍາກ​ ຄື ອາ​ເມ​ລິ​ກາ​ ເມື່ອຊຸກຍູ້​ການ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ (WTO).

ຫວຽດນາມ ປະສົບຜົນສຳເລັດໃນການເຊື່ອມໂຍງເຂົ້າກັບສາກົນ
ທ່ານ​ເລ​ຂາ​ທິ​ການ​​ສະ​ມາ​ຄົມ​ມິດ​ຕະ​ພາບ ຝະ​ລັ່ງ - ຫວຽດນາມ (AAFV) Jean-Pierre Archambault. (ພາບ: TTXVN)

ທ່ານ Archambault ​ໃຫ້​ຮູ້​ວ່າ ​ໃນ​ດ້ານ​ການ​ທູດ​​ປະຊາຊົນ, ຫວຽດນາມ ກໍໄດ້​ຮັບ​ການ​ສະໜັບສະໜູນ​ຫຼາຍ​ຢ່າງ​ ຈາກ​ບັນດາ​ສະມາຄົມ​ມິດຕະພາບ ​ແລະ ຄວາມ​ສາມັກຄີ​​ໂລກ, ​ໃນ​ນັ້ນ​ມີ ​ສະ​ມາ​ຄົມ​ມິດ​ຕະ​ພາບ ຝະ​ລັ່ງ - ຫວຽດນາມ AAFV. ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1961, ​ສະ​ມາ​ຄົມ​ມິດ​ຕະ​ພາບ ຝະ​ລັ່ງ - ຫວຽດນາມ AAFV ໄດ້ສືບຕໍ່ພັດທະນາການພົວພັນຮ່ວມມືກັບບັນດາສະມາຄົມມິດຕະພາບຫວຽດນາມ ເພື່ອປະຕິບັດຫຼາຍການເຄື່ອນໄຫວສາມັກຄີກັບປະຊາຊົນຫວຽດນາມ; ໂຄສະນາ​ເຜີຍ​ແຜ່​ເພື່ອ​ໃຫ້​ຊາວ​ຝະລັ່ງ ​ເຂົ້າ​ໃຈ​ຫວຽດນາມ​ກ່ວາ​ອີກ; ປະກອບສ່ວນ​ເຂົ້າ​ໃນ​ການ​ຜັນ​ຂະຫຍາຍ​ຮູບ​ແບບ​ການ​ຮ່ວມ​ມື​ແບບ​ໃໝ່, ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ປະສິດທິ​ຜົນ, ​ໂດຍ​ເນັ້ນ​ໜັກ​ເຖິງ​ການ​ພົວພັນ​ດ້ານ​ເສດຖະກິດ, ວັດທະນະທຳ ​ແລະ ການ​ແພດ, ​ແມ່ນ​ກຳລັງ​ແຮງ​ແບບ​ດັ້ງ​ເດີມ​ຂອງ​ການ​ພົວພັນ ຫວຽດນາມ - ຝະລັ່ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.