​ເທື່ອ​ທຽນ​ເຫ້ວ ​ໄດ້​ຮັບ 3 ລາງວັນ​ທ່ອງທ່ຽວ​ອາ​ຊຽນ 2021

06:30 | 03/01/2022

ຍສໝ - ວັນ​ທີ 30 ທັນ​ວາ​, ພະ​ແນກ​ທ່ອງ​ທ່ຽວ​ແຂວງ​ເທື່ອ​ທຽນ​ເຫ້ວ​ໃຫ້​ຮູ້​ວ່າ ແຂວງ​ນີ້​ຫາ​ກໍ່​ເປັນກຽດໄດ້​ຮັບ​ 3 ລາງວັນ​ທ່ອງ​ທ່ຽວ​ອາ​ຊຽນ​ປີ 2021.

33 ບົດຂຽນດີ​ເດັ່ນ​ໄດ້​ຮັບ​ລາງວັນ​ສື່ມວນຊົນກ່ຽວກັບ​​ຫົວ​ຂໍ້​​ໄພພິບັດ​ທາດ​ພິດ​ສີ​ສົ້ມ​ຢູ່​ຫວຽດນາມ 33 ບົດຂຽນດີ​ເດັ່ນ​ໄດ້​ຮັບ​ລາງວັນ​ສື່ມວນຊົນກ່ຽວກັບ​​ຫົວ​ຂໍ້​​ໄພພິບັດ​ທາດ​ພິດ​ສີ​ສົ້ມ​ຢູ່​ຫວຽດນາມ
ຫວຽດນາມ ຍົກ​ສູງ​ທີ່​ຕັ້ງ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນຫາ​ສາກົນ​ຢູ່​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ ຫວຽດນາມ ຍົກ​ສູງ​ທີ່​ຕັ້ງ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນຫາ​ສາກົນ​ຢູ່​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ

ລາງວັນທ່ອງທ່ຽວອາຊຽນ ແມ່ນເຫດການທີ່ໄດ້ຈັດຂຶ້ນປະຈໍາປີ ເພື່ອເຊີດຊູ ແລະ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງບັນດາສະຖານທີ່ທ່ອງທ່ຽວ, ຜະລິດຕະພັນການທ່ອງທ່ຽວ ແລະ ການບໍລິການທີ່ມີຄຸນນະພາບສູງໃນພາກພື້ນ.

​ເທື່ອ​ທຽນ​ເຫ້ວ ​ໄດ້​ຮັບ 3 ລາງວັນ​ທ່ອງທ່ຽວ​ອາ​ຊຽນ 2021
​ເທື່ອ​ທຽນ​ເຫ້ວ ​ໄດ້​ຮັບ 3 ລາງວັນ​ທ່ອງທ່ຽວ​ອາ​ຊຽນ 2021. ພາບ: giaoducthoidai.vn

ລາງວັນທ່ອງທ່ຽວອາຊຽນ ປີນີ້ປະກອບມີ 4 ລາຍການ. ປີ​ນີ້, ​ແຂວງ​ເທື່ອ​ທຽນ​ເຫ້ວ​ໄດ້​ຮັບ 3 ລາງວັນ. ລະອຽດແມ່ນໃນລາຍການລາງວັນ ສະຖານທີ່ຈັດຕັ້ງ MICE ອາຊຽນ ເປັນຂອງໂຮງແຮມ Silk Path ເຫ້ວ; ໂຮງ​ແຮມຂຽວອາຊຽນ ເປັນ​ຂອງ​ໂຮງ​ແຮມຣີສອດ Vedana Lagoon Resort & Spa ແລະ ລາງວັນ​ຜະລິດ​ຕະພັນ​ການທ່ອງທ່ຽວ​ແບບ​ຍືນ​ຍົງ​ໃນ​ຕົວ​ເມືອງ​ເປັນ​ຂອງ​ຜະລິດ​ຕະພັນ​ທ່ອງ​ທ່ຽວນະຄອນ​ເຫ້ວ - 1 ຈຸດໝາຍ​ປາຍທາງ 5 ມໍລະດົກ​ຂອງ​ສູນ​ອະນຸລັກ​ຮັກສາ​ມໍລະດົກ​ກຸງເກົ່າເຫ້ວ.

ຕາມ​ພະ​ແນ​ກທ່ອງ​ທ່ຽວ​ແຂວງ​ເທື່ອ​ທຽນ​ເຫ້ວ​ແລ້ວ, ບັນດາລາງວັນ​ເຫຼົ່າ​ນີ້​ຈະ​ໄດ້​ຈັດພິທີ​​ມອບ​​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ການທ່ອງທ່ຽວ​ອາ​ຊຽນ - ATF 2022 ທີ່ຈະ​ຈັດ​ຂຶ້ນ​ຢູ່​ກຳປູ​ເຈຍ​ໃນ​ເດືອນ​ມັງກອ​ປີ 2022.

ບູນມີ

ເຫດການ
302 Found

Found

The document has moved here.