ຟື້ນຟູເສັ້ນທາງການບິນຫວຽດນາມ - ຍີ່ປຸ່ນເປັນປົກກະຕິ ແຕ່ວັນທີ 1 ມັງກອນ 2022

14:00 | 29/12/2021

ຍສໝ - ກົມ​ການບິນ​​ຫວຽດນາມ ຫາ​ກໍ່​ສົ່ງ​ເອກະສານ​ເຖິງ​ບັນດາ​ອົງການ, ສາຍ​ການບິນ ​ກ່ຽວ​ກັບ​ການ​ອະນຸຍາດ​ໃຫ້​ມີ​ການ​ເປີດ​ຄືນ​ຖ້ຽວ​ບິນ​ສາກົນເປັນປົກກະຕິ​ ໂດຍຈະ​ໂດຍສານ ທັງຖ້ຽວໄປ ແລະ ຖ້ຽວກັບ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ​ແຕ່​ວັນ​ທີ 1 ມັງ​ກອນ 2022 ດ້ວຍ​ຄວາມຖີ່ 8 ຖ້ຽວ​ໄປກັບ/ອາທິດ.

Vietjet ຄາດຄະເນຈະ​ເຊື່ອມຕໍ່ສາຍການບິນ​ສາ​ກົນ​ເປັນ​ປົກ​ກະ​ຕິ​ຄືນໃໝ່ແຕ່​ວັນ​ທີ 1 ມັງ​ກອນ 2022 Vietjet ຄາດຄະເນຈະ​ເຊື່ອມຕໍ່ສາຍການບິນ​ສາ​ກົນ​ເປັນ​ປົກ​ກະ​ຕິ​ຄືນໃໝ່ແຕ່​ວັນ​ທີ 1 ມັງ​ກອນ 2022
ສາຍການບິນຫວຽດນາມ ໄດ້ຮັບອະນຸຍາດພຽງແຕ່ຂາຍປີ້ໃຫ້ຄົນຕ່າງປະເທດທີ່ມີວີຊາ ແລະ ທີ່ຢູ່ອາໄສໃນປະເທດຫວຽດນາມເທົ່ານັ້ນ ສາຍການບິນຫວຽດນາມ ໄດ້ຮັບອະນຸຍາດພຽງແຕ່ຂາຍປີ້ໃຫ້ຄົນຕ່າງປະເທດທີ່ມີວີຊາ ແລະ ທີ່ຢູ່ອາໄສໃນປະເທດຫວຽດນາມເທົ່ານັ້ນ

ຕາມ​ນັ້ນ​ແລ້ວ, ນັບ​ແຕ່​ວັນ​ທີ 1 ມັງ​ກອນ 2022, ສາຍ​ການ​ບິນ​ແຫ່ງ​ຊາດ ຫວຽດນາມ (Vietnam Airlines) ສາມາດ​ດຳ​ເນີນ​ການ​ບິນ​ໂດຍສານໄປ-ກັບ ຮ່າ​ໂນ້ຍ/ນະຄອນ ​ໂຮ່ຈີ​ມິນ - ​ໂຕ​ກຽວ ຕາມປົກກະຕິ ດ້ວຍ​ຄວາມ​ຖີ່ 3 ຖ້ຽວ​ບິນ/ອາທິດ; Vietjet Air ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ດຳ​ເນີນ​ການ​ເດີນ​ທາງເສັ້ນ​ທາງ ຮ່າ​ໂນ້ຍ/ນະ​ຄອນ​ໂຮ່​ຈິ​ມິນ-​ໂຕ​ກຽວ ດ້ວຍ​ຄວາມ​ຖີ່ 1 ຖ້ຽວ​ບິນ​ໄປ-​ກັບ/ອາ​ທິດ. ​ສາຍ​ການ​ບິນ ສອງແຫ່ງ​ຂອງ​ຍີ່​ປຸ່ນ ຄື Japan Airlines ແລະ All Nippon Airways ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ດຳ​ເນີນ​ການບິນ​ເສັ້ນ​ທາງ​ ໂຕ​ກຽວ - ຮ່າ​ໂນ້ຍ / ໂຮ​່ຈິ​ມິນ ດ້ວຍ​ຄວາມ​ຖີ່​ບໍ່​ເກີນ 4 ຖ້ຽວ​ບິນ​ໄປ-​ກັບ​/ອາ​ທິດ​ ຂອງ​ທັງ​ສອງ​ສາຍ​ການ​ບິນ.

ຟື້ນຟູເສັ້ນທາງການບິນຫວຽດນາມ - ຍີ່ປຸ່ນເປັນປົກກະຕິ ແຕ່ວັນທີ 1 ມັງກອນ 2022
ຟື້ນຟູເສັ້ນທາງການບິນຫວຽດນາມ - ຍີ່ປຸ່ນເປັນປົກກະຕິ ແຕ່ວັນທີ 1 ມັງກອນ 2022. (ພາບ: dantri)

ກົມ​ການບິນຫວຽດນາມ ຮຽກຮ້ອງ​ບັນດາ​ສາຍ​ການບິນ​ຮັບຜິດຊອບ​ກວດກາ​ເງື່ອນໄຂ​ກັບ​ຜູ້​ໂດຍສານ ​ກ່ຽວ​ກັບ​ການ​ປ້ອງ​ກັນ​ພະຍາດ​ກ່ອນ​ຂຶ້ນ​ຍົນ, ​ເຊັ່ນ: ຕ້ອງ​ມີ​ໃບ​ຢັ້ງຢືນ​ການ​ກວດ​ພະຍາດ SARS-CoV2 ​ເປັນ​ລົບ​ກ່ອນ​ເຂົ້າເມືຶອງ ​ຫວຽດນາມ; ໃບຢັ້ງຢືນການສັກຢາປ້ອງກັນພະຍາດ ຫຼື ໜັງສືຜ່ານແດນສຸຂະພາບອີເລັກໂທຣນິກ ຫຼື ໃບຢັ້ງຢືນການຫາຍດີຈາກ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.