ສວນດອກຄາຍທີ່ມີຊື່ສຽງຂອງແຂວງແທງຮວ໋າ 'ປ່ຽນເສື້ອໃໝ່' ເພື່ອຕ້ອນຮັບບຸນເຕັດ

10:50 | 24/12/2021

ຍັງ​ເວລາ​ກວ່າ 1 ​ເດືອນ​ທີ່​ຈະ​ຮອດ​ບຸນປີ​ໃໝ່​ປະຈຳ​ຊາດ​ 2022, ​ແຕ່​ຢູ່​ບ້ານອາຊີບ​ປູກ​ຕົ້ນດອກຄາຍ​ຂອງ​ບ້ານຊວນຢູ (ຕາ​ແສງຊວນຢູ, ​ເມືອງຍືແທ່ງ) ສະຖານທີ່​​ໄດ້​ຮັບ​ການ​ກ່າວ​ເຖິງ​ວ່າ​ແມ່ນ​ສວນ​ປູກຕົ້ນດອກຄາຍ​ໃຫຍ່​ກວ່າ​ໝູ່​ຢູ່​ແຂວງແທງຮວ໋າ.

ປຸກລະດົມຂໍ້ຄວາມສະໜັບສະໜູນ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ປຸກລະດົມຂໍ້ຄວາມສະໜັບສະໜູນ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”
ງົບປະມານທີ່ຈະໃຊ້ໃນການເບິ່ງແຍດູແລໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານ ເນື່ອງໃນໂອກາດບຸນເຕັດປີຂານແມ່ນ 2.400 ຕື້ດົ່ງ ງົບປະມານທີ່ຈະໃຊ້ໃນການເບິ່ງແຍດູແລໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານ ເນື່ອງໃນໂອກາດບຸນເຕັດປີຂານແມ່ນ 2.400 ຕື້ດົ່ງ

ຕາມ​ປົກ​ກະ​ຕິ​ໃນ​ກາງ​ເດືອນ​ 11 ຕາມຈັນທະປະຕິທິນ, ຊາວ​ສວນ​ປູກ​ຕົ້ນ ດອກຄາຍຊວນຢູ​ ຈະ​ເລີ່ມລິ​ໃບ, ຕັດ​ກິ່ງ​ງ່າ​ແຫ້ງ ແລະ​ນ້ອຍຂອງ​ຕົ້ນດອກຄາຍ​. ນີ້​ຖື​ວ່າ​ແມ່ນ​ຂັ້ນຕອນ “​ເຮັດໃໝ່”, “ປ່ຽນ​ເສື້ອໃໝ່” ​ໃຫ້​ແກ່​ຕົ້ນດອກຄາຍ, ນັ້ນແມ່ນ​ໄລຍະ​ສຸດ​ທ້າຍ​ເພື່ອ​ກະກຽມຕົ້ນດອກຄາຍໃຫ້​ອອກ​ດອກ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ.

ສວນດອກຄາຍທີ່ມີຊື່ສຽງຂອງແຂວງແທງຮວ໋າ 'ປ່ຽນເສື້ອໃໝ່' ເພື່ອຕ້ອນຮັບບຸນເຕັດ
ສວນດອກຄາຍຂອງ ອ້າຍ ບຸ່ຍ​ວັນຢຸຍ. ພາບ: TTXVN

ຢູ່​ເທິງ​ພູຕົ້ນດອກຄາຍ​ເກືອບ 2.000 ຕົ້ນ ຢູ່​ບ້ານ 6, ຕາ​ແສງຊວນ​ຢູ, ອ້າຍ ບຸ່ຍ​ວັນຢຸຍ ພ້ອມ​ດ້ວຍ​ເມຍ ແລະກຳ​ມະ​ກອນ​ອີກ 2 ຄົນ​ພວມ​ຟ້າວຟັ່ງ​ກັບ​ບັນ​ດາ​ຂັ້ນ​ຕອນ “ປ່ຽນ​ເສື້ອໃໝ່” ໃຫ້​​ຕົ້ນດອກຄາຍ. ອ້າຍ ຢຸຍ ​ໃຫ້​ຮູ້​ວ່າ: ອາກາດ​ໃນ​ປີ​ນີ້​ແມ່ນ​ເອື້ອອຳນວຍ​ໃຫ້ຕົ້ນດອກຄາຍ​ເຕີບໃຫຍ່.

ສວນດອກຄາຍທີ່ມີຊື່ສຽງຂອງແຂວງແທງຮວ໋າ 'ປ່ຽນເສື້ອໃໝ່' ເພື່ອຕ້ອນຮັບບຸນເຕັດ
ສວນດອກຄາຍທີ່ມີຊື່ສຽງຂອງແຂວງແທງຮວ໋າ 'ປ່ຽນເສື້ອໃໝ່' ເພື່ອຕ້ອນຮັບບຸນເຕັດ. ພາບ: TTXVN

​ເຊັ່ນ​ດຽວ​ກັນ, ຄອບຄົວ​ຂອງ​ອ້າຍ ແກັກວັນຕ໊ຽນ ຢູ່​ໝູ່​ບ້ານ 6, ຕາ​ແສງຊວນຢູ ກໍ່​ຟ້າວຟັ່ງໃນ​ການ​ດູ​ແລ​ສວນ​ຕົ້ນດອກຄາຍ. ອ້າຍຕ໊ຽນ ໃຫ້ຮູ້​ວ່າ ຄອບຄົວ​ຂອງຕ໊ຽນ ມີ​ປະມານ 1500 ​ຕົ້ນ, ​ໃນ​ປີ​ນີ້​ຄາດ​ວ່າ​ຈະ​ຂາຍອອກສູ່ຕະຫຼາດ​ເກືອບ 1.000 ​ຕົ້ນ.

ສວນດອກຄາຍທີ່ມີຊື່ສຽງຂອງແຂວງແທງຮວ໋າ 'ປ່ຽນເສື້ອໃໝ່' ເພື່ອຕ້ອນຮັບບຸນເຕັດ
ສວນດອກຄາຍຂອງ ອ້າຍ ແກັກວັນຕ໊ຽນ. ພາບ: TTXVN

ຊວນຢູ ໄດ້​ຮູ້ຈັກເຖິງ​ເປັນ "ເມືອງເອກ​" ຂອງ​ຕົ້ນດອກຄາຍ ຢູ່ແທງຮວ໋າ​. ໃນ​ໂອກາດ​ບຸນ​ເຕັດ, ຢູ່​ແຫ່ງ​ນີ້​ແມ່ນ​ຄຶກ​ຄື້ນ​ໄປ​ດ້ວຍ​ຄົນ​ໄປ​ຊື້ຕົ້ນດອກຄາຍ. ເຫດຜົນທີ່ຕົ້ນດອກຄາຍ ດຶງດູດຜູ້ນິຍົມ ແມ່ນຍ້ອນວ່າ ດອກຄາຍມີສີບົວອ່ອນໆ ມີຄວາມສວຍງາມທີ່ບໍລິສຸດ, ບວກກັບລໍາຕົ້ນທີ່ຜູ້ປູກໄດ້ດັດຕາມແບບທີ່ເປັນເອກະລັກສະເພາະ ແລະແປກຈັບອົກຈັບໃຈທີ່ສຸດ.

ທ່ານ ຮວ່າງ​ງອກ​ເຊີນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງຊວນ​ຢູ, ເມືອງຍື​ແທ່ງ ຢືນ​ຢັນ​ວ່າ ປະຈຸ​ບັນ, ຕາ​ແສງຊວນ​ຢູ ມີ​ເນື້ອ​ທີ່​ດິນ​ປູກຕົ້ນດອກຄາຍ ປະ​ມານ 290 ເຮັກ​ຕາ. ​ເພື່ອ​ກຽມ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ປີ ​​2022, ​ເມືອງ​ໄດ້ສ້າງ​ແຜນການ​ເປີດງານຕະຫຼາດນັດ​ຂາຍ​ຕົ້ນດອກຄາຍ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ປ້ອງ​ກັນ, ຕ້ານ​ພະຍາດ​ໂຄ​ວິດ-19 ​ໃຫ້​ປະຊາຊົນ ​ແລະນັກ​ທ່ອງ​ທ່ຽວທີ່​ມາ​ຢ້ຽມ​ຊົມ, ຊື້​ຂາຍຕົ້ນດອກຄາຍ. ອາກາດປີນີ້ເອື້ອອໍານວຍ ໃຫ້ຕົ້ນດອກຄາຍເຕີບໃຫຍ່ດີ, ຄາດຄະເນລາຍຮັບຈາກຕົ້ນດອກຄາຍ ທົ່ວຕາແສງແມ່ນປະມານ 45 ຕື້ດົ່ງ.

ບູນມີ

ເຫດການ
302 Found

Found

The document has moved here.