ປະທານ​ສະພາ​ແຫ່ງ​ຊາດ: ການ​ຢ້ຽມຢາມ​ອິນ​ເດຍ "ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ທີ່​ສຳຄັນ"

12:15 | 19/12/2021

ຍ​ສ​ໝ - ທ່ານ​​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໃຫ້ຮູ້​ວ່າ: ຫວຽດ​ນາມ ແລະ ອິນ​ເດຍ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ເວົ້າ​ລວມ ແລະ ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ 2 ປະ​ເທດ​ເວົ້າ​ສະ​ເພາະ.

ນັກ​ຮຽກ​ຮູ້​ອິນ​ເດຍ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ຍົກ​ສູງ​ບົດ​ບາດ​ຂອງ​ລັດ ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ທາງ​ສັງ​ຄົມ ນັກ​ຮຽກ​ຮູ້​ອິນ​ເດຍ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ຍົກ​ສູງ​ບົດ​ບາດ​ຂອງ​ລັດ ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ທາງ​ສັງ​ຄົມ
ກະ​ຊວງ​ປ້ອງ​ກັນປະ​ເທດ ຫວຽດ​ນາມ ມອບ​ອຸ​ປະ​ກອນ​ເພື່ອ​ແນ​ໃສ່​ປ້ອງ​ກັນ, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ອິນ​ເດຍ ກະ​ຊວງ​ປ້ອງ​ກັນປະ​ເທດ ຫວຽດ​ນາມ ມອບ​ອຸ​ປະ​ກອນ​ເພື່ອ​ແນ​ໃສ່​ປ້ອງ​ກັນ, ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ອິນ​ເດຍ
ປະທານ​ສະພາ​ແຫ່ງ​ຊາດ: ການ​ຢ້ຽມຢາມ​ອິນ​ເດຍ

ການ​ຢ້ຽມຢາມ​ອິນ​ເດຍຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງ​ດິ່ງ​ເຫ້ວ "ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ທີ່​ສຳຄັນ"(ພາບ: TTXVN)

ເນື່ອງໃນໂອກາດການຢ້ຽມຢາມ ສາທາລະນະລັດ ອິນເດຍ ຢ່າງເປັນທາງການ ແຕ່ວັນທີ 15-19 ທັນວາ ຕາມຄຳເຊີນຂອງ ທ່ານປະທານສະພາ​ສະພາ​ຜູ້​ແທນ​ລາຊະ​ດອນ ອິນເດຍ Om Birla ແລະ ທ່ານປະທານສະພາສູງອິນເດຍ Venkaiah Naidu, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງ​ດິ່ງ​ເຫ້ວ ໃຫ້ສຳພາດຕໍ່ສື່​ມວນ​ຊົນ​ອິນ​ເດຍ ຢືນຢັນ​ວ່າ: ການ​ຢ້ຽມຢາມ​ສະ​ແດງ​ໃຫ້​ເຫັນການຖືເປັນສຳຄັນ ​ແລະ ຄວາມ​ປາຖະໜາ​ຂອງ ຫວຽດນາມ ​ແລະ ອິນ​ເດຍ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ບັນດາ​ອົງການ​ນິຕິບັນຍັດ​ຂອງ 2 ປະ​ເທດ​ເວົ້າ​ສະ​ເພາະ.

ຕໍ່​ໄປຂໍແນະ​ນຳ​ບົດ​ຕອບ​ສຳ​ພາດ​ຂອງ ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ.

ການຢ້ຽມຢາມອິນເດຍ ຢ່າງເປັນທາງການຂອງ ທ່ານປະທານ​ສະ​ພາ​ແຫ່ງ​ຊາດແມ່ນການຢ້ຽມຢາມອິນເດຍຄັ້ງທຳອິດຂອງຜູ້ນຳຂັ້ນສູງຫວຽດນາມນັບແຕ່ເມື່ອເກີດການລະບາດຂອງພະຍາດໂຄວິດ-19. ຂໍ​ຮຽນ​ທ່ານ, ທ່ານ​ຄິດ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ໝາຍ ແລະ ຈຸດປະສົງຂອງການໄປຢ້ຽມຢາມນີ້?

ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ​ກ່າວ​ວ່າ: ​ໂລກລະບາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ກະທົບ​ຫຍໍ້​ທໍ້ຕໍ່​ທຸກ​ດ້ານ​ຂອງ​ຊີວິດ​ເສດຖະກິດ - ສັງຄົມ​ຢູ່​ບັນດາ​ປະ​ເທດ ​ແລະ ການ​ພົວພັນ​ສາກົນ, ​ເຮັດ​ໃຫ້​ບັນດາ​ປະ​ເທດ​ຊອກ​ຫາ​ວິທີ​ແກ້​ໄຂ​ ​ແລະ ບັນ​ດາ​ການ​ກະ​ທຳ​ເພື່ອ​ຮັບ​ມື​ຢ່າງ​ທັນ​ການ. ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ, ໃນ​ນັ້ນ​ມີ ອິນ​ເດຍ ກໍ່​ໄດ້​ຮັບ​ຜົນ​ກະ​ທົບ.

​ໃນ​ສະພາບ​ການ​ນັ້ນ, ການ​ຢ້ຽມຢາມ​ອິນ​ເດຍ​ຄັ້ງ​ນີ້​ຂອງ​ຂ້າພະ​ເຈົ້າ ແມ່ນ​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງທີ່​ສຳ​ຄັນ. ກ່ອນ​ອື່ນ​ໝົດ, ການ​ຢ້ຽມຢາມ​ແມ່ນ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ ​ທ່ານ​ປະທານ​ສະພາ​ສູງ ທັງເປັນຮອງ​ປະທານາທິບໍດີ ອິນ​ເດຍ ​ແລະ ທ່ານປະທານ​ສະພາ​ຜູ້​ແທນ​ລາຊະ​ດອນ ອິນ​ເດຍ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ກໍ່ສ້າງ ​ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ສ່ວນ​ຕົວ​ລະຫວ່າງ​ພວກ​ຂ້າພະ​ເຈົ້າ​ເວົ້າ​ສະ​ເພາະ ແລະ ຜູ້ນຳ​ຂອງ​ສອງ​ປະ​ເທດ​ເວົ້າ​ລວມ.

ທີ​ສອງ, ຜ່ານ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຢາກ​ຟື້ນ​ຟູ​ການ​ພົບ​ປະ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ​ພາຍຫຼັງ​ສະ​ພາບ​ເຄັ່ງ​ຕຶງ​ຂອງ​ໂລກ​ລະ​ບາດ Covid – 19, ພ້ອມ​ກັນ​ນັ້ນ ກໍ​ສະ​ແດງ​ໃຫ້​ເຫັນການ​ຖືເປັນສຳຄັນ ແລະ ຄວາມ​ປາດ​ຖະ​ໜາ​ບໍ່​ພຽງ​ແຕ່​ຂອງຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຂອງອິນ​ເດຍ ໃນ​ການ​ເຮັດ​ໃຫ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ການ​ພົວພັນ​ລະຫວ່າງ​ສອງ​ອົງການ​ນິຕິບັນຍັດ​ເວົ້າ​ສະ​ເພາະເລິກ​ເຊິ່ງ​ກ່​ວາ​ອີກ.

ການຢ້ຽມຢາມຄັ້ງນີ້ມີສາມຈຸດປະສົງຕົ້ນຕໍ. ທຳອິດ, ແມ່ນສ້າງ​ກຳລັງ​ໜູນໃໝ່​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ພ້ອມ​ກັນ​ນັ້ນ, ກໍ່​ແມ່ນ​ຈຸດ​ເວລາ​ເພື່ອ​ໃຫ້ 2 ຝ່າຍ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ໃນ​ຂົງ​ເຂດ​ການ​ເມືອງ, ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ; ການຄ້າ, ການລົງທຶນ, ແຮງງານ, ການສຶກສາ, ສາທາລະນະສຸກ, ການຮ່ວມມືດ້ານການຜະລິດ ແລະ ການຖ່າຍທອດເຕັກໂນໂລຊີວັກຊີນ, ປະກອບສ່ວນແທດຈິງເຂົ້າໃນການຕ້ານການແຜ່ລະບາດຂອງພະຍາດ ແລະ ການຟື້ນຟູເສດຖະກິດໃນໄລຍະ ແລະ ຫຼັງການແຜ່ລະບາດຂອງພະຍາດໂຄວິດ-19.

ອັນທີສອງ, ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ 2 ປະເທດເຂົ້າໃຈແຈ້ງກ່​ວາກ່ຽວກັບສະພາບການ, ແຜນນະໂຍບາຍພັດທະນາເສດຖະກິດ-ສັງຄົມ, ນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດໃນໄລຍະຈະມາເຖິງ. ທີ​ສາມ, ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ການ​ນຳ 2 ປະ​ເທດ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ຊອກ​ຫາ​ວິທີ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

- ການ​ພົວພັນ​ຫວຽດນາມ - ອິນ​ເດຍ ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃນ​ປີ 2016. ​ທ່ານຕີ​ລາ​ຄາ​​ລວມແນວ​ໃດກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອິນ​ເດຍ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ທິດ​ທາງ​ການພັດທະນາ​ໃນ​ອະນາຄົດ. ສອງ​ປະ​ເທດ​ຈະ​ມີມາດ​ຕະການ​ອັນ​ໃດ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ພາກ​ພື້ນ​ອິນ​ເດຍ - ​ປາ​ຊີ​ຟິກ?

ທ່ານປະທານສະພາແຫ່ງຊາດ ເວືອງ​ດິ່ງ​ເຫ້ວ: ຫວຽດນາມ ແລະ ອິນເດຍ ມີການພົວພັນທີ່ເປັນມູນເຊື້ອມິດຕະພາບອັນດີງາມມາແຕ່ດົນນານ, ໂດຍປະທານ ໂຮ່ຈີມິນ ແລະ ທ່ານນາຍົກລັດຖະມົນຕີ Jawaharlal Nehru ສ້າງ​ຂຶ້ນ ແລະ ການນຳລຸ້ນຕ່າງໆໄດ້ສືບ​ທອດ ແລະ ປະຊາຊົນ 2 ປະເທດໄດ້ມານະພະຍາຍາມອອກ​ເຫື່ອ​ເທ​ແຮງ, ເພີ່ມ​ພູນ​ຄູນ​ສ້າງ ແລະ ປູກລ້ຽງໃຫ້ແຕກດອກ​ອອກ​ຜົນຄືທຸກມື້ນີ້.

ຄື​ທຸກ​ຄົນ​ກໍ່​ຮູ້​ໄດ້​ວ່າ: ສອງ​ປະ​ເທດ​ໄດ້​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ສູ່​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ ໃນ​ໂອ​ກາດ ​ທ່ານ​ນາຍົກລັດຖະມົນຕີ ອິນ​ເດຍ Narendra Modi ມາ​ຢ້ຽມຢາມ​ຫວຽດນາມ ໃນ​ປີ 2016. ນີ້​ແມ່ນ​ບາດ​ລ້ຽວ​ເພື່ອ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ການ​ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດ, ​ແທດ​ເໝາະ​ກັບ​ປະຫວັດສາດ​ແຫ່ງ​ການ​ພັດທະນາ ​ແລະ ຄວາມ​ໝັ້ນຄົງ​ຂອງ​ສອງ​ປະ​ເທດ.

ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການປັບ​ປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ອິນ​ເດຍ ​ແລະ ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ​ເມື່ອ ​ອິນ​ເດຍ ​ກໍ່ໃຫ້​ບຸລິມະສິດ​ຊຸກຍູ້​ການ​ພົວພັນ​ກັບ​ຫວຽດນາມ ​ໃນ​ນະ​ໂຍບາຍ “ການ​ເຄື່ອນ​ໄຫວ​ທາງ​ທິດຕາ​ເວັນ​ອອກ​ຂອງ​ຕົນ”.

5 ປີຜ່ານມາ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອິນ​ເດຍ ​ໄດ້​ຮັບ​ການ​ຮັດ​ແໜ້ນ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ບົນ​ພື້ນຖານ​ບັນດາ​ເສົາ​ຄ້ຳ​ການ​ຮ່ວມ​ມື. ສອງ​ປະ​ເທດ​ພວມ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ 2021-2023 ​ເພື່ອ​ພັດທະນາ​ການ​ພົວພັນ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທີ່ແທດ​ຈິງ​ໃຫ້​ແກ່​ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ.

​ເຖິງ​ວ່າ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໃນ​ໄລຍະ 2 ປີຜ່ານມາ, ​ແຕ່​ສອງ​ຝ່າຍ​ຍັງ​ຄົງ​ຮັກສາ​ການ​ພົວພັນຂັ້ນ​ສູງ ​ແລະ ທຸກຂັ້ນ ​ແລະ ​ໄດ້​ຮັບຮອງ​ເອົາ​ວິ​ໄສ​ທັດ​ຮ່ວມ​ເພື່ອ​ສັນຕິພາບ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ປະຊາຊົນ (​ເດືອນ​ທັນວາ 2020).

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.