ສະຫງວນເງິນກ່ວາ 435 ຕື້ດົ່ງເປັນຂອງຂວັນໃຫ້ແກ່ຜູ້ມີຄຸນງາມຄວາມດີ

06:35 | 19/12/2021

ຍ​ສ​ໝ - ລັດ​ຖະ​ບານຄາດ​ວ່າ​ຈະ​ສະ​ຫງວນ​ເງິນ​ກ່​ວາ 435 ຕື້​ດົ່ງ​ເພື່ອມອບ​ຂ​ອງ​ຂວັນ​ໃຫ້​ແກ່​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີຕໍ່​ການ​ປະ​ຕິ​ວັດ ໃນ​ໂອ​ກາດ​ບຸນ​ເຕັດ ຈະ​ມາ​ເຖິງ. ຂອງ​ຂວັນ​​ລວມ​ມີ​​​ສອງ​ມູນ​ຄ່າ: 600.000 ດົ່ງ ແລະ 300.000ດົ່ງ.

ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີແມ່ນແຜນນະໂຍບາຍສໍາຄັນຂອງພັກເຮົາ ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີແມ່ນແຜນນະໂຍບາຍສໍາຄັນຂອງພັກເຮົາ
ປະຕິບັດນະໂຍບາຍສໍາລັບຜູ້ມີຄຸນງາມຄວາມດີທີ່ກໍາລັງດໍາລົງຊີວິດຢູ່ຕ່າງປະເທດ ປະຕິບັດນະໂຍບາຍສໍາລັບຜູ້ມີຄຸນງາມຄວາມດີທີ່ກໍາລັງດໍາລົງຊີວິດຢູ່ຕ່າງປະເທດ

ສະຫງວນເງິນກ່ວາ 435 ຕື້ດົ່ງເປັນຂອງຂວັນໃຫ້ແກ່ຜູ້ມີຄຸນງາມຄວາມດີ

ພາບ​ປະ​ກອບ: TTXVN

ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫາ​ກໍ່​ມີ​ໃບ​ຍື່ນ​ສະ​ເໜີ​ທ່ານ​ປະ​ທານ​ປະ​ເທດ​ກ່ຽວ​ກັບ​ການມອບ​ຂອງ​ຂວັນ​ໃຫ້​ແກ່​ບາງ​ເປົ້າ​ໝາຍ​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ​ເນື່ອ​ງ​ໃນ​ໂອ​ກາດ​ບຸນ​ເຕັດ 2022 ດ້ວຍ​ງົບ​ປະ​ມານ​ຄາດ​ຄະ​ເນ​ຫຼາຍ​ກ່​ວາ 435 ຕື້​ດົ່ງ.

ໃນການຍື່ນ​​ສະ​ເໜີ​ຂອງ​ຂວັນ ​​ລວມ​​ມີ 2 ມູນ​ຄ່າ​: 600.000ດົ່ງ ແລະ 300.000 ດົ່ງ.

​ລະ​ອຽດ, ​ຂອງ​ຂວັນ​ທີ່​ມີ​ມູນ​ຄ່າ 600.000 ດົ່ງມອບ​ໃຫ້: ຜູ້​ເຂົ້າເຄື່ອນ​ໄຫວການ​ປະ​ຕິ​ວັດ​ກ່ອນ​ວັນ​ທີ 1 ມັງ​ກອນ 1945 ທີ່ພວມ​ໄດ້​ຮັບ​ການອຸດໜູນ​ບຸ​ລິ​ມະ​ສິດ​ໃນ​ທຸກ​ເດືອນ, ຜູ້​ເຂົ້າເຄື່ອນ​ໄຫວການ​ປະ​ຕິ​ບັດ​ນັບ​ແຕ່​ວັນ​ທີ 1 ມັງ​ກອນ ປີ 1945 ຈົນ​ຮອດ​ວັນ​ລຸກ​ຮື້​ຂຶ້ນ​ເດືອນ​ສິງ​ຫາ ປີ 1945 ທີ່ພວມ​ໄດ້​ຮັບ​ການອຸດໜູນ​ບຸ​ລິ​ມະ​ສິດ​ໃນ​ທຸ​ກ​ເດືອນ, ແມ່​ຫວຽດ​ນາມ​ວິ​ລະ​ຊົນທີ່​ພວມ​ໄດ້​ຮັບ​ການອຸດໜູນ​ບຸ​ລິ​ມະ​ສິດໃນ​ທຸກ​ເດືອນ, ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ, ວິ​ລະ​ຊົນ​ແຮງ​ງານ​ໃນ​ໄລ​ຍະ​ຕໍ່​ສູ້​ກູ້​ຊາດ ທີ່​ພວມ​ໄດ້​ຮັບ​ການອຸດໜູນ​ບຸ​ລະ​ມະ​ສິດ​ໃນ​ທຸກ​ເດືອນ.

ຂອງ​ຂວັນ​ທີ່​ມີ​ມູນ​ຄ່າ 300.000 ດົ່ງ ທີ່​ສະ​ຫງວນ​ໃຫ້: ນັ​ກ​ຮົບ​ເສຍ​ອົງ​ຄະ, ຜູ້​ທີ່ໄດ້​ຮັບ​ນະໂຍບາຍ​ຄື​ນັ​ກ​ຮົບ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ອົງ​ຄະ​ປະເພດ B, ນັບ​ຮົບ​ທີ່​ມີ​ອັດ​ຕາ​ຖືກບາດ​ເຈັບ​ໃນ​ຮ່າງ​ກາຍ​ຈາກ 80% ລົງ​ມາ ທີ່​ພວມ​ໄດ້​ຮັບ​ການອຸດໜູນ​ບຸ​ລິ​ມະ​ສິດ​ໃນ​ທຸກ​ເດືອນ, ນັກ​ຮົບ​ທີ່ພວມ​ໄດ້​ຮັບ​ບຸ​ລິ​ມະ​ສິດ​ນະໂຍບາຍຍ້ອນ​ບໍ່ສາ​ມາດ​ອອກ​ແຮງ​ງານໄດ້…

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.