ຮັບເອົາບັນດາຜູ້ເຄາະຮ້າຍການຄ້າມະນຸດ ຈາກມຽນມາກັບຄືນປະເທດຫວຽດນາມ

15:29 | 30/11/2021

ຍສໝ - ຢູ່​ແຂວງ ຕ່ຽນກ່ວາງ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ສົມທົບ​ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງຕ່ຽນກ່ວາງ ​ແລະ ກອງທຶນ​ເດັກນ້ອຍ Blue Dragon (Blue Dragon Children's Foundation) ​ເພື່ອ​ຮັບ​ເອົາ​ຜູ້​ປະສົບ​ເຄາະ​ຮ້າຍການ​ຄ້າ​ມະນຸດ​ທີ່​ເປັນ​ພົນລະ​ເມືອງຫວຽດນາມ ​ກັບ​ຄືນ​ປະ​ເທດ.

ການແລກປ່ຽນປະສົບການກ່ຽວກັບຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກໃນຄະດີການຄ້າມະນຸດ ການແລກປ່ຽນປະສົບການກ່ຽວກັບຫຼັກຖານທີ່ເປັນຂໍ້ມູນເອເລັກໂຕຣນິກໃນຄະດີການຄ້າມະນຸດ
ລະວັງກັບການສະເໜີທີ່ເຄືຍຂ່າຍອິນເຕີແນດວ່າ “ວຽກງານຢ່າງເບົາບາງ ແຕ່ມີລາຍໄດ້ສູງ” ໃນກຳປູເຈຍ ລະວັງກັບການສະເໜີທີ່ເຄືຍຂ່າຍອິນເຕີແນດວ່າ “ວຽກງານຢ່າງເບົາບາງ ແຕ່ມີລາຍໄດ້ສູງ” ໃນກຳປູເຈຍ

ກ່ອນ​ໜ້າ​ນັ້ນ, ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ນີ້ ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ອົງການ​ເດັກ Blue Dragon, ສະຖານທູດຫວຽດນາມ ປະຈຳ ມຽນມາ ​ແລະ ບັນດາ​ອົງການ​ສາກົນ​ຢູ່​ປະ​ເທດມຽນມາ, ​ໄດ້​ນຳ​ກັບ​ຄືນ​ຫວຽດນາມ ​ແລະ ​ໄດ້​ສິ້ນສຸດໄລຍະແຍກປ່ຽວທາງ​​ການ​ແພດ ​ຕາມ​ລະບຽບ​ການ.

​ໂດຍ​ປະ​ເຊີນ​ໜ້າ​ກັບ​ສະພາບ​ການ​ຄ້າ​ມະນຸດ ​ທີ່​ນັບ​ມື້​ນັບ​ສັບສົນ, ພັກ, ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ ຍາມ​ໃດ​ກໍ່​ຖື​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ຄ້າ​ມະນຸດ​ເປັນ​ໜ້າ​ທີ່​ສຳຄັນ, ປະກາດ​ໃຊ້​ເອກະສານ​ນິຕິ​ກຳ​ຫຼາຍ​ສະບັບ ​ເພື່ອ​ກຳນົດ ​ແລະ ປະຕິບັດ​ຫຼາຍ​ວິທີ​ແກ້​ໄຂ​ ເພື່ອ​ສະກັດ​ກັ້ນ​ບັນດາ​ອາດຊະຍາກຳປະເພດ​ນີ້. ພ້ອມ​ກັນ​ນັ້ນ, ກໍ່​ເອົາ​ໃຈ​ໃສ່ ​ແລະ ຊີ້​ນຳຢ່າງຕິດແທດກ່ຽວກັບ​ວຽກ​ງານ​ໜູນ​ຊ່ວຍ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະນຸດ​ໃຫ້​ກັບ​ຄືນ​ປະເທດ.

ຮັບເອົາບັນດາຜູ້ເຄາະຮ້າຍການຄ້າມະນຸດ ຈາກມຽນມາກັບຄືນປະເທດຫວຽດນາມ
ຮັບເອົາບັນດາຜູ້ເຄາະຮ້າຍການຄ້າມະນຸດ ຈາກມຽນມາກັບຄືນປະເທດຫວຽດນາມ. ພາບ: Molisa.gov.vn

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານພັນເອກ (ສາມດາວ) ບຸ່ຍ​ຈີ໋​ເຟືອງ, ຮອງ​ຫົວໜ້າ​ກົມ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ກົມພົວພັນ​ຕ່າງປະ​ເທດ (ກະຊວງ​ຕຳຫຼວດ) ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ແຕ່ລະ​ປີ, ບັນດາ​ກຳລັງ​ປະຕິບັດ​ໜ້າ​ທີ່​ໄດ້​ກວດ​ພົບ, ຈັບ​ຕົວ​ ສະ​ເລ່ຍ 260 ຄະດີ, 340 ເປົ້າໝາຍທີ່ກ່ຽວຂ້ອງເຖິງອາດຊະຍາ​ກຳ​ຄ້າ​ມະນຸດ, ຈຳນວນ​ຜູ້​ຖືກ​ເຄາະ​ຮ້າຍ​ຖືກຕົວະຍົວະ​ມີ​ເກືອບ 500 ຄົນ, ຕົ້ນຕໍ​ແມ່ນ​ແມ່ຍິງ ​ແລະ ​ເດັກນ້ອຍ​ຢູ່​ເຂດ​ຊົນນະບົດ​ຫ່າງ​ໄກ​ຈາກ​ສູນ​ກາງ, ລະດັບ​ການ​ສຶກສາຍັງ​ຕ່ຳ.

ເພື່ອ​ໃຫ້​ວຽກ​ງານ​ກວດ​ສອບ, ​ກຳນົດ ​ແລະ ກູ້ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ ບັນລຸ​ປະສິດທິ​ຜົນ, ການ​ປະສານ​ງານ​ລະຫວ່າງ​ຂະ​ແໜງ​ການ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມີ​ບົດບາດ​ສຳຄັນ​ທີ່​ສຸດ. ກະຊວງຕໍາຫລວດ ໄດ້ສົມທົບກັນຢ່າງຕັ້ງໜ້າ ແລະ ຕອບສະໜອງຢ່າງທັນການຕາມຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ເພື່ອສົມທົບກັນແກ້ໄຂບັນດາກໍລະນີທີ່ກ່ຽວຂ້ອງເຖິງການສະກັດກັ້ນ ແລະ ຕ້ານອາດຊະຍາກຳການຄ້າມະນຸດ, ພ້ອມ​ທັງ​ໜູນ​ຊ່ວຍ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະນຸດ ​ແລະ ປະກອບສ່ວນ​ສຳຄັນ​ຫຼາຍ​ຢ່າງ​ໃນ​ການ​ແລກປ່ຽນ​ປະສົບ​ການ, ​ແລກປ່ຽນ​ຂໍ້​ມູນ​ລະຫວ່າງ​ບັນດາຝ່າຍທີ່ກ່ຽວຂ້ອງ, ອົງການ​ສາກົນ ​ແລະ ອົງການບໍ່ຂຶ້ນກັບລັດຖະບານ, ການ​ປະສານ​ງານ​ການ​ສົ່ງ​ຕໍ່, ຂໍ້​ມູນ​ຂ່າວ​ສານ ​ໄດ້​ຮັບ​ການ​ແບ່ງປັນ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ມີ​ພື້ນຖານໃນການຊອກ​ຫາ​ວິທີ​ແກ້​ໄຂ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດອັນ​ດີ​ທີ່​ສຸດ​ໃຫ້​ແກ່​ຜູ້ເຄາະຮ້າຍ.

ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ການ​ຄ້າ​ມະນຸດ ​ແລະ ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ອຳນາດ​ການ​ປົກຄອງ​ສູນ​ກາງ, ບັນດາ​ແຂວງ, ນະຄອນ ຕ້ອງ​ສືບ​ຕໍ່​ຕັ້ງໜ້າ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ລົບ​ລ້າງ​ສິ່ງ​ກີດຂວາງ​ດ້ວຍ​ວິທີ​ແກ້​ໄຂ​ທີ່ມີໄຫວພິບ, ສືບ​ທອດ, ເສີມຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​, ພ້ອມ​ກັນນັ້ນ, ກໍ່ສ້າງ​ເງື່ອນໄຂສະດວກ​ໃຫ້​ແກ່​ການ​ປະສານ​ງານ​ໃນ​ການ​ກວດ​ສອບ, ກູ້ຊ່ວຍ ​ແລະ ສົ່ງ​ຄືນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກປະເພດ​ອາດຊະຍາ​ກຳ​ນີ້ກັບເມືອບ້ານເກີດເມືອງນອນ.

ທີ່​ພິທີ, ທ່ານ​ນາງ ຫງວຽນ​ທິມາ​ຍແອງ, ຮອງ​ຫົວໜ້າ​ພະ​ແນ​ກໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ ແລະ ເຜີຍແຜ່, ກົມ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ທາງ​ສັງຄົມ ​ໄດ້​ສະແດງຄວາມຂອບ​ໃຈ​ສະຖານທູດຫວຽດນາມ ປະຈຳ ມຽນມາ, ອົງການ​ເດັກ Blue Dragon ​ແລະ ບັນດາ​ກະຊວງ, ຂະແໜງການ​ທີ່ໄດ້​ສົມທົບ​ກັນ ​ແລະ ແກ້ໄຂຄະດີທີ່ກ່ຽວຂ້ອງເຖິງການຄ້າມະນຸດ ແລະ ໜູນຊ່ວຍໃຫ້ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃຫ້ກັບຄືນມາຢ່າງປອດໄພ. ເມື່ອຜູ້ຖືກເຄາະຮ້າຍກັບຄືນສູ່ຄອບຄົວຂອງເຂົາເຈົ້າ, ເຂົາເຈົ້າກໍ່ມີຊີວິດໝັ້ນຄົງ, ກາຍເປັນນັກໂຄສະນາເຜີຍແຜ່ຢ່າງຫ້າວຫັນເພື່ອຄອບຄົວ, ໝູ່ເພື່ອນ ແລະ ຊຸມຊົນ, ບໍ່ເຊື່ອຄຳຕົວະຍົວະລໍ້ລວງຂອງພວກຄົນບໍ່ດີ, ບໍ່ຕົກແຮ້ວອາດຊະຍາກຳຄ້າມະນຸດ ແລະ ຖືກຄ້າມະນຸດຄືນອີກ.

ພາຍຫຼັງພິທີມອບ-ຮັບ, ບັນດາທ້ອງຖິ່ນ ແລະ ອົງການເດັກ Blue Dragon ກໍ່ໄດ້ສືບຕໍ່ຈັດພາຫະນະ, ໜູນຊ່ວຍເພື່ອນຳຜູ້ປະສົບໄພກັບຄືນສູ່ທ້ອງຖິ່ນຂອງຕົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.