ເປີດໂຕ​ຫ້ອງ​ການ​ຄຸ້ມ​ຄອງ​ແຮງ​ງານ​ຫວຽດ​ນາມ ຕາມ​ໂຄງ​ການ EPS ຢູ່ ສ.ເກົາຫຼີ

19:55 | 03/11/2021

ຍສໝ - ຜູ້ອອກແຮງງານ EPS ຢູ່ ສ.ເກົາຫຼີ ເມື່ອມີຄວາມຕ້ອງການ ກໍ່ສາມາດຕິດຕໍ່ ຫ້ອງ​ການ EPS ໄດ້ຕາມທີ່ຢູ່: ຫ້ອງ 910, ຊັ້ນ 9, ຕຶກ Soonhwa, ເລກທີ 89 Seosomun-ro, ເມືອງ Jung-gu, ນະຄອນ ເຊອຸນ ຕັ້ງແຕ່ວັນທີ 1 ພະຈິກ ເປັນຕົ້ນໄປ...

ຫວຽດ​ນາມ - ລາວ: ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ ຫວຽດ​ນາມ - ລາວ: ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ມີ​ຄວາ​ມ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດ​ນາມ ກັບ ອັງ​ກິດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ມີ​ຄວາ​ມ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດ​ນາມ ກັບ ອັງ​ກິດ
ເປີດໂຕ​ຫ້ອງ​ການ​ຄຸ້ມ​ຄອງ​ແຮງ​ງານ​ຫວຽດ​ນາມ ຕາມ​ໂຄງ​ການ EPS ຢູ່ ສ.ເກົາຫຼີ
ທ່ານ ຟ້າມມິນ​ດຶກ, ຫົວໜ້າຫ້ອງການ EPS (ເບື້ອງຂວາ). ພາບ: TTXVN

ຕອນ​ບ່າຍ​ວັນ​ທີ 1/11, ຢູ່​ສູນ​ແຮງ​ງານຕ່າງປະ​ເທດ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໄດ້​ເປີດໂຕ​ຫ້ອງ​ການ​ໃໝ່ (ຫ້ອງ​ການ EPS ຢູ່ ​ເຊ​ອຸນ) ​ຄຸ້ມ​ຄອງ​ຜູ້ອອກແຮງງານ ຫວຽດນາມ ຕາມ​ໂຄງການ EPS (ໂຄງການອອກໃບອະນຸຍາດວຽກເຮັດງານທໍາ ສຳລັບ​ຜູ້ອອກແຮງງານ​ຕ່າງປະ​ເທດ) ພາຍໃຕ້ວີຊ່າ E9 ຢູ່ ສ.ເກົາຫລີ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ, ທ່ານ ຟ້າມມິນ​ດຶກ, ຫົວໜ້າຫ້ອງການ EPS ​ໃຫ້​ຮູ້​ວ່າ: ​ໃນ 16 ປີຜ່ານມາ, ຫວຽດນາມ ​ໄດ້​ສົ່ງ​ຜູ້ອອກແຮງງານໄປ​ເຮັດ​ວຽກ​ຢູ່ ສ.​ເກົາຫຼີ 110.000 ເທື່ອຄົນ (ສະ​ເລ່ຍປະມານ 7.000 ຄົນ​ຕໍ່​ປີ). ປີ 2013, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ໄດ້​ຕັດສິນ​ໃຈ​ສ້າງ​ຕັ້ງ​ຫ້ອງການ EPS ຢູ່ ສ.ເກົາຫຼີ.

ພາຍຫຼັງ 7 ປີ​ແຫ່ງ​ການ​ເຄື່ອນ​ໄຫວ, ຫ້ອງການ​ໄດ້​ພ້ອມກັບ​ຄະນະ​ຄຸ້ມ​ຄອງ​ແຮງ​ງານ ຫວຽດນາມ ຢູ່ ສ.​ເກົາຫຼີ ພົບປະ ແລະ ​ໃຫ້ຄໍາປຶກໂດຍກົງ ໃຫ້ກັບຜູ້ອອກແຮງງານ​ນັບ​ພັນ​ເທື່ອຄົນ​ໃນບັນດາວັນ​ທ້າຍ​ອາທິດ; ໃຫ້ຄໍາປຶກສາໂດຍຜ່ານທາງໂທລະສັບ ສະເລ່ຍ 100-150 ສາຍຕໍ່ອາທິດ; ແລະ​ຫນູນຊ່ວຍໃນການແກ້ໄຂວຽກງານຫຼາຍຮ້ອຍ​ເຫດທີ່​ເກີດ​ຂຶ້ນ​.

ຫ້ອງ​ການ EPS ຕັ້ງຢູ່ ຫ້ອງເລກທີ 910, ຊັ້ນ 9, ຕຶກ Soonhwa, ເລກທີ 89 Seosomun-ro, ເມືອງ Jung-gu. ຜູ້ອອກແຮງງານ EPS ຢູ່ ສ.ເກົາຫຼີ ເມື່ອມີຄວາມຕ້ອງການກໍ່ສາມາດຕິດຕໍ່ ຫ້ອງ​ການ EPS ໄດ້ ຕາມທີ່ຢູ່ນີ້ ຕັ້ງແຕ່ວັນທີ 1 ພະຈິກ ເປັນຕົ້ນໄປ.

ໄຊພອນ

ເຫດການ
302 Found

Found

The document has moved here.