ອັດ​ຕາ​ກຳລັງໄຟ​ຟ້າ​ແຮງ​ລົມ, ໄຟ​ຟ້າ​ແສງ​ຕາ​ເວັນຂອງ ຫວຽດ​ນາມ ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ​ໃນ​ພາກ​ພື້ນ

16:30 | 04/10/2021

ຍ​ສ​ໝ - ກຳ​ລັງ​ແຮງ​ໄຟ​ຟ້າ​ແສງ​ຕາ​ເວັນ ແລະ ໄຟ​ຟ້າ​ແຮງ​ລົມ​ຂອງ ຫວຽດ​ນາມ ໄດ້​ເພີ່ມ​ຂຶ້ນ​ແຕ່ 4,7 TWh ໃນ​ປີ 2019 ເຖິງ 9,5 TWh ໃນ​ປີ 2020, ເພີ່ມ​ຂຶ້ນ​ປະ​ມານ 1,98% ໃນກຳ​ລັງ​ແຮງ​ໄຟ​ຟ້າທັງໝົດ…

ຊົມ​ເຊີຍ​ຕໍ່​ຜົນ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ຂອງ​ອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ ທີ່​ໄດ້​ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ປະຈຳ​ປີ 2020 ​ ຊົມ​ເຊີຍ​ຕໍ່​ຜົນ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ຂອງ​ອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ ທີ່​ໄດ້​ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ປະຈຳ​ປີ 2020 ​
ແຮງ​ງານ​ຫວຽ​ດ​ນາມ ​ຢູ່ ​ຍີ່​ປຸ່ນ ​ເສຍ​ວຽກ​ເຮັດ​ງານ​ທຳ ຈະ​ໄດ້​ຮັບ​ເງິນ​ອຸດໜູ​ນ, ໜູນ​ຊ່ວຍຊອກ​ຫາວຽກ​ເຮັດ​ງານ​ທຳ​ໃໝ່ ແຮງ​ງານ​ຫວຽ​ດ​ນາມ ​ຢູ່ ​ຍີ່​ປຸ່ນ ​ເສຍ​ວຽກ​ເຮັດ​ງານ​ທຳ ຈະ​ໄດ້​ຮັບ​ເງິນ​ອຸດໜູ​ນ, ໜູນ​ຊ່ວຍຊອກ​ຫາວຽກ​ເຮັດ​ງານ​ທຳ​ໃໝ່
ອັດ​ຕາ​ກຳລັງໄຟ​ຟ້າ​ແຮງ​ລົມ, ໄຟ​ຟ້າ​ແສງ​ຕາ​ເວັນຂອງ ຫວຽດ​ນາມ ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ​ໃນ​ພາກ​ພື້ນ
ການ​ຕິດ​ຕັ້ງ​ໄຟ​ຟ້າ​ແສງ​ຕາ​ເວັນ (ພາບ: vietnamplus.vn)

ຕາມ​ການ​ຄົ້ນ​ຄ້​ວາຫຼ້າ​ສຸດ​ທີ່​ໄດ້​ບັນ​ດາ​ນັກ​ຊ່ຽວ​ຊານ​ສາ​ກົນ ຂຶ້ນ​ກັບ​ໂຄງ​ການ​ຄົ້ນ​ຄ້​ວາ​ຈຸດ​ສຸມ​ກ່ຽວ​ກັ​ບພະ​ລັງ​ງານ​ຜະ​ລິດ​ຄື​ນ​ໃໝ່ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ອົດ​ສະ​ຕາ​ລີ, ສູນ​ພະ​ລັງ​ງານ ອາ​ຊຽນ, ສະ​ຖາ​ບັນ​ການ​ພົວ​ພັນ​ຕ່າງ​ປະ​ເທດ ນອກ​ແວ ແລະ ມະ​ຫາ​ວິ​ທະ​ຍາ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຮ່າ​ໂນຍ ປະ​ຕິ​ບັດ ສະ​ແດງ​ໃຫ້​ເຫັນ​ວ່າ ອັດ​ຕາ​ກຳລັງ​ພະ​ລັງ​ງານ​ແສງ​ຕາ​ເວັນ ແລະ ລົມ​ໃນ​ໂຄງ​ປະ​ກອບ​ໄຟ​ຟ້າ​ຢູ່ ຫວຽດ​ນາມ ໃນ​ປີ 2020 ເພີ່ມ​ຂຶ້ນ​ທົບຫຼາຍ​ເທົ່າ​ເມື່ອ​ທຽບ​ໃສ່​ກັບ​ຄວາມ​ໄວ​ທີ່​ບັນ​ລຸ​ໄດ້​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ​ ເວົ້າ​ລວມ ແລະ ໃນ​ທົ່ວ​ໂລກ.

ການ​ຄົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ ​ກຳ​ລັງ​ແຮງ​ໄຟ​ຟ້າ​ແສງ​ຕາ​ເວັນ ແລະ ໄຟ​ຟ້າ​ແຮງ​ລົມ​ຂອງ ຫວຽດ​ນາມ ໄດ້​ເພີ່ມ​ຂຶ້ນ​ແຕ່ 4,7TWh ເມື່ອ​ປີ 2019 ​ເຖິງ 9,5 TWh ປີ 2020, ​ລະ​ດັບ​ເພີ່ມ​ຂຶ້ນທຽບເທົ່າ 1,98% ໃນກຳ​ລັງ​ແຮງ​ໄຟ​ຟ້າທັງໝົດ.

ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອ​ກ​ສ່ຽງ​ໃຕ້, ມາ​ເລ​ເຊຍ, ສິງ​ກະ​ໂປ ແລະ ອິນ​ໂດ​ເນ​ເຊຍ ມີ​ລະ​ດັບ​ເພີ່ມ​ຂຶ້ນ​ຕ່ຳ​ສຸດ, ໃນ​ຂະ​ນະ​ທີ່ ອັດ​ຕາ​ກຳລັງພະ​ລັງ​ງານ​ແສງ​ຕາ​ເວັນ ແລະ ແຮງ​ລົມ ໃນ​ຍອດ​ກຳ​ລັງ​ແຮງ​ໄຟ​ຟ້າຫຼຸດ​ລົງ​ຢູ່​ໄທ ແລະ ຟີ​ລິບ​ປິນ ໂດຍ​ມີ​ການ​ພັດ​ທະ​ນາ​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ສ້າງ​ຂຶ້ນ​ຄືນ​ໃໝ່ນີ້ຊ້າ​ພໍ​ສົມ​ຄວນ ແລະ ເຕີບ​ໂຕ​ຢ່າງວອງ​ໄວ​ໃນ​ການ​ນຳ​ໃຊ້​ບັນ​ດາ​ແຫຼ່ງ​ໄຟ​ຟ້າ​ຕ່າງໆ.

ຕາມ​ກຸ່ມ​ຄົ້ນ​ຄ້​ວາ, ນັບ​ແຕ່​ປີ 2019 ຫວຽດ​ນາມ​ ໄດ້​ລື່ນ​ກາຍ ໄທ ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ກ່ຽວ​ກັບ​ການ​ນຳ​ໃຊ້​ໄຟ​ຟ້າ​ແສງ​ຕາ​ເວັນ ແລະ ໄຟ​ຟ້າ​ແຮງ​ລົມ ໃນ​ພາກ​ພື້ນ ອາ​ຊຽນ.

ຕົ​ວ​ເລກ ຂອງ​ອົງ​ການ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່​ສາ​ກົນ (IREA) ສະ​ແດງ​ໃຫ້​ເຫັນ​ຍອດ​ກຳ​ລັງ​ແຮງ​ໄຟ​ຟ້າ​ແສງ​ຕາ​ເວັນ ຂອງ ຫວຽດ​ນາມ ບັນ​ລຸ​ປະ​ມານ 16.500 MW ໃນ​ທ້າຍ​ປີ 2020. ຕົວ​ເລກນີ້ ລື່ນ​ກາຍ​ເປົ້າ​ໝາຍ​ໂດຍ​ລັດ​ຖະ​ບານ ທີ່​ວາງຄາດ​ໝາຍ​ໃນ​ເບື້ອງຕົ້ນໃນ​ປີ 2016 ແມ່ນ 850 MW, ຊ້ຳ​ບໍ່​ໜຳ​ ພວມ​ຫຍັບ​ໃກ້​ກັບ​ເປົ້າ​ໝາຍ​ຄາດ​ວ່າ​ແມ່ນ 18.600 MW ກຳລັງໄຟ​ຟ້າ​ແສງ​ຕາ​ເວັນທີ່​ຕິດ​ຕັ້ງ ໃນ​ປີ 2030 ເຊິ່ງ​ໄດ້ລະບຸໄວ້ໃນແຜນ​ຮ່າງ​ແຜນ​ກຳ​ນົດ​ໄຟ​ຟ້າ​ເລກ 8 ຂອງ ຫວຽດ​ນາມ.

ຕາມ​ການ​ປະ​ກາດ​ຂອງ ບໍ​ລິ​ສັດ​ໄຟ​ຟ້າ ຫວຽດ​ນາມ, ໃນ​ສອງ​ປີ 2019 ແລະ ປີ 2020 ມີ​ກ່​ວາ 100.000 ລະ​ບົບ​ໄຟ​ຟ້າ​ແສງ​ຕາ​ເວັນ​ ຢູ່ເທິງ​ຫຼັງ​ຄາ​ເຮືອນທີ່ໄດ້​ຮັບ​ການ​ຕິດ​ຕັ້ງ​ຢູ່ ຫວຽດ​ນາມ. ກຸ່ມ​ຄົ້ນ​ຄວ້າ​ໄດ້​ຕີ​ລາ​ຄາ​ ນີ້ແມ່ນ​ຜົນ​ງານມ​ະ​ຫັດ​ສະ​ຈັນ.

ໃນ​ຂະ​ນະ​ນັ້ນ ໄຟ​ຟ້າແສງ​ຕາ​ເວັນ ບັນ​ລຸ​ລະ​ດົມ​ປົກ​ຄຸມ​ໃຫຍ່​ທີ່​ສຸດ ຢູ່ ຫວຽດ​ນາມ ດ້ວຍກຳລັງແຮງໄຟ​ຟ້າແຮງ​ທີ່​ໄດ້​ຕິດ​ຕັ້ງ​ກໍ່​ເພີ່ມ​ຂຶ້ນ​ໂດຍ​ໄວ, ເຂົ້າ​ທ້າຍ​ປີ 2020, ກຳ​ລັງ​ແຮງ​ໄຟ​ຟ້າ​ແຮງ​ລົມ​ຕິດ​ຕັ້ງ ບັນ​ລຸ 600MW, ຖັດ​ຈາກ ໄທ (1.507 MW) ​ໃນ​ຈຳນວນບັນ​ດາ​ປະ​ເທດ ອາ​ຊຽນ.

ກາ​ນ​ຄົ້ນ​ຄ້​ວາ​ໃຫ້​ຮູ້​ວ່າ ປີ 2020, ອັດ​ຕາ​ການ​ເຕີບ​ໂຕ​ກຳ​ລັງ​ແຮງ​ໄຟ​ຟ້າ​ໄລ່​ຕາມ​ປີຂອງ ຫວຽດ​ນາມ ແມ່ນ 70%, ໃນ​ຂະ​ນະ​ທີ່​ບັນ​ດາ​ປະ​ເທດ​ອາ​ຊຽນ​ຕ່າງໆ​ບໍ່​ເປີດກວ້າງ ກຳ​ລັງ​ແຮງ​ໄຟ​ຟ້າແຮງ​ລົມ.

ຫວຽດ​ນາມ ກໍ່​ແມ່​ນ​ປະ​ເທດ​ທີ່​ມີ​ການ​ວາງ​ແຜນ​ກຳ​ນົດ​ພັດ​ທະ​ນາ​ໄຟ​ຟ້າ​ແຮງ​ລົມທີ່​ມີ​ຄວາ​ຫວັງ​ສູງທີ່​ສຸດ​ໃນ​ອາ​ຊຽນ, ດ້ວຍ​ເປົ້າ​ໝາຍ​ຄາດ​ວ່າ ແມ່ນ 11.800 MW ກຳ​ລັງ​ແຮງ​ໄຟ​ຟ້າ​ແຮງ​ລົ​ມ​ໃນ​ປີ 2025. ໃນ​ຂະ​ນະ​ນັ້ນ, ເປົ້າ​ໝາຍ​ຂອງ ໄທ ແລະ ຟີ​ລິບ​ປິນ ຕາມ​ລຳ​ດັບ​ແມ່ນປະ​ມານ 3000MW ໃນ​ປີ 2036 ແລະ 2.378 MW ໃນ​ປີ 2030.

ກຳ​ລັງ​ໜູນ​ພື້ນ​ຖານ​ຂອງ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ແສງ​ຕາ​ເວັນ ແລະ ແຮງ​ລົມຂອງ ຫວຽດ​ນາມ ແມ່ນ: ລະ​ດັບ​ລາ​ຄາ​ຊື້​ໄຟ​ຟ້າ​ຈາກ​ຜູ້​ຜະ​ລິດ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່ (FIT) ທີ່ດຶງ​ດູດ​ໃຈ, ພາ​ສີ​ລາຍ​ຮັບ​ໄດ້​ຮັບ​ການ​ບຸ​ລິ​ມະ​ສິດ ແລະ ຫຼຸດ​ຜ່ອນ​ພາ​ສີ​ເຊົ່າ​ທີ່​ດິນ. ໄປ​ຄຽງ​ຄູ່​ກັນ​ນັ້ນ ກໍ່ແມ່ນການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເມືອງ ແລະ ສັງ​ຄົມ​ເປີດກວ້າງ​ກໍ່​ຄື​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ທີ່ສະ​ດວກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.