ຄາດ​ວ່າການ​ສົ່ງ​ອອກຂອງຂະແໜງ​ຫນັງ​​ເກີບ​ຈະ​ເຕີບໂຕ 5%

06:30 | 10/12/2021

ຍສໝ - ຂະແໜງຫນັງເກີບ​ໄດ້​ຟື້ນ​ຕົວ​ຢ່າງ​​ແຮງ ​ແລະ ​ຄາດ​ວ່າ​ຈະ​ບັນ​ລຸ​ວົງເງິນການຄ້າສົ່ງອອກເຕີບໂຕ​ໃນ​ທາງ​ບວກ​ ​ປະ​ມານ 5% ໃນ​ປີ 2021​.

ພື້ນ​ຖານ​ເສດ​ຖະ​ກິດ ອິນ​ເຕີ​ເນັດ ຫວຽດ​ນາມ ຄາດ​ວ່າ​ຈະ​ບັນ​ລຸ​ໄດ້ 220 ລ້ານ USD ໃນ​ປີ 2030 ພື້ນ​ຖານ​ເສດ​ຖະ​ກິດ ອິນ​ເຕີ​ເນັດ ຫວຽດ​ນາມ ຄາດ​ວ່າ​ຈະ​ບັນ​ລຸ​ໄດ້ 220 ລ້ານ USD ໃນ​ປີ 2030
ຫວຽດ​ນາມ ຈະ​ດຳ​ເນີນ​ການ​ຮັບຮອງ​ ປາດ​ສະ​ປໍ ດ້ານ​ສຸ​ຂະ​ພາບ​ ກັບເກືອບ 80 ປະ​ເທດ ແລະ ເຂດ​ແຄວ້ນ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ ຫວຽດ​ນາມ ຈະ​ດຳ​ເນີນ​ການ​ຮັບຮອງ​ ປາດ​ສະ​ປໍ ດ້ານ​ສຸ​ຂະ​ພາບ​ ກັບເກືອບ 80 ປະ​ເທດ ແລະ ເຂດ​ແຄວ້ນ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ
ພາບປະກອບ:
ພາບປະກອບ:

ເຄີຍມີໄລຍະຍ້ອນຜົນກະທົບຂອງການລະບາດ, ການສົ່ງອອກຂອງຂະແໜງເກີບໜັງໄດ້ຫຼຸດລົງໃນລະດັບຕໍ່າສຸດພຽງແຕ່ບັນລຸປະມານ 44% ໃນເດືອນສິງຫາ ແລະ ເດືອນກັນຍາປີນີ້.

ເຖິງແນວ​ໃດ​ກໍ​ຕາມ, ພາຍຫຼັງ​ມະຕິ 128 ຂອງ​ລັດຖະບານ​ໄດ້​ຍົກອອກຫຼາຍ​ວິທີການ​ແກ້​ໄຂ​ເພື່ອ​ຟື້ນ​ຟູ​ການ​ຜະລິດ​ໃນ​ສະພາບການ “ປົກກະຕິ​ໃໝ່”, ສະມາຄົມ​ເກີບ ​ແລະ ກະ​ເປົາໜັງ ​ ຫວຽດນາມ ຢືນຢັນ​ວ່າ ຂະແໜງຫນັງເກີບ​ໄດ້​ຟື້ນ​ຟູ​ຢ່າງ​ແຮງ ​ແລະ ຄາດວ່າຈະບັນລຸ​ວົງເງິນການຄ້າສົ່ງອອກເຕີບໂຕ​ໃນ​ທາງ​ບວກ ປະມານ 5% ໃນປີ 2021.

ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ເກີບ ​ແລະ ກະ​ເປົາໜັງ​ຂອງ​ຫວຽດ​ນາມ ໃຫ້​ຮູ້​ວ່າຫວຽດ​ນາມໄດ້​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ເກີບແພ​ໃຫຍ່​ທີ່​ສຸດ​ໃນ​ໂລກ ໃນດ້ານມູນຄ່າ, ເມື່ອ​ກວມ​ເອົາ 26,3% ອັດຕາສ່ວນ​ກວມ​ຕະ​ຫຼາດທົ່ວ​ໂລກ​ໃນ​ປີ​ກາຍ​ນີ້ ແລະ ຄາດວ່າຈະສືບຕໍ່ເຕີບໂຕ​ໃນ​ປີນີ້.

ບັນດາສັນຍາການຄ້າເສລີທີ່ຫວຽດນາມພວມເຂົ້າຮ່ວມຄື CPTPP ແລະ EVFTA ໄດ້ ແລະ ພວມປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຊຸກຍູ້ການເຕີບໂຕການສົ່ງອອກປະເພດເກີບ, ເມື່ອອັດຕາພາສີໄດ້ຫຼຸດລົງເຖິງ 0%.

ສະມາຄົມ​ເກີບ ​ແລະ ກະເປົາໜັງ ໃຫ້ຮູ້​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ນອກຈາກ​ສຸມ​ໃສ່​ເກີບ​ກິລາ​ ທີ່ເປັນທ່າ​ແຮງແລ້ວ, ​ວິ​ສາ​ຫະກິດ ຫວຽດນາມ ຕ້ອງ​ປັບປຸງ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ຜະລິດບັນດາຜະລິດຕະພັນ​ສິນຄ້າ​ແບບ​ຍືນ​ຍົງ, ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ຕາມ​ທ່າ​ອ່ຽງລວມຂອງ​​ໂລກ.

ໄຊພອນ

ເຫດການ
302 Found

Found

The document has moved here.