ຫວຽດນາມສູ້ຊົນເພື່ອສົ່ງອອກ ໝາກມ່ວງຫິມະພານ ໃຫ້ໄດ້ 3,7 ຕື້ USD

14:57 | 07/08/2018

ຍສໝ - ຫວຽດນາມວາງຄາດໝາຍມູນຄ່າການສົ່ງອອກຂອງຂະແໜງການຜະລິດ ແກ່ນໝາກມ່ວງຫິມະພານປີ 2018 ບັນລຸ 3,5 - 3,7 ຕື້ USD, ຢືນອັນດັບທີ 1 ຂອງໂລກ ກ່ຽວກັບການປຸງແຕ່ງສົ່ງອອກໝາກມ່ວງຫິມະພານ.

ຫວຽດນາມສູ້ຊົນເພື່ອສົ່ງອອກ ໝາກມ່ວງຫິມະພານ ໃຫ້ໄດ້ 3,7 ຕື້ USD

ການຜລິດ-ປຸງແຕ່ງ ໝາກມ່ວງຫິມະພານເພື່ອສົ່ງອອກ.

ຫວຽດນາມຕັ້ງເປົ້າໝາຍ ສົ່ງອອກໝາກມ່ວງຫິມະພານທົ່ວປະເທດ ປີ 2018 ບັນລຸ ,5 - 3,7 ຕື້ USD, ຮັກສາອັນດັບ 1 ຂອງໂລກ ກ່ຽວກັບການປຸງແຕ່ງເພື່ອສົ່ງອອກສິນຄ້າປະເພດໝາກມ່ວງຫິມະພານ. ແຕ່ວ່າຕາມການລາຍງານຂອງ ສະຫະພັນ ໝາກມ່ວງຫິມະພານຫວຽດນາມ ຍ້ອນລາຄາການນຳເຂົ້າວັດຖຸດິບເພີ່ມຂື້ນ, ສະເລ່ຍ 2.000ໂດລາສະຫະລັດ/1ໂຕນ ເຮັດໃຫ້ຜູ້ປະກອບການບໍ່ກ້າທີ່ຈະນຳເຂົ້າວັດຖຸດີບ ພາໃຫ້ເກີດມີສະພາບ ໂຮງງານປຸງແຕ່ງ, ຜລິດສິນຄ້າປະເພດໝາກມ່ວງຫິມະພານ ຕ້ອງເຄື່ອນໄຫວແບບມີເທົ່າໃດກໍ່ເຮັດເທົ່ານັ້ນ ຍ້ອນຂາດວັດຖຸດີບນຳເຂົ້າ.

ອີງຕາມຄຳເຫັນຂອງຂະແໜງກະສິກຳ ເພື່ອເຮັດໃຫ້ຂະແໜງສົ່ງອອກໝາກມ່ວງຫິມະພານຂອງປະເທດມີການພັດທະນາແບບຍືນຍົງ ແລະ ບັນລູໄດ້ເປົ້າໝາຍທີ່ວາງອອກ ຂະແໜງການຜລິດປຸງແຕ່ງ ໝາກມ່ວງຫິມະພານຕ້ອງໄດ້ປັບປຸງກົນໄກ, ຈຳກັດການກະທົບຈາກການນຳເຂົ້າໝາກມ່ວງຫິມະພານວັດຖຸດິບ. ອີກດ້ານໜື່ງ ປະຕິບັດມາດຕະການຊຳກິ່ງ, ປູກສະຫຼັບກັບພືດສະໜິດອື່ນ, ປັບປຸງແນວພັນ; ກໍ່ຄືການຖ່າຍທອດເຕັກນິກການປູກໝາກມ່ວງຫິມະພານໃຫ້ແກ່ຊາວກະສິກອນ ພິເສດແມ່ນສ້າງເຂດປູກໝາກມ່ວງຫິມະພານວັດຖຸດີບ ທີ່ພັນທະນາແບບໝັ້ນຄົງ.

ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວ໋ຽນຊົນເກື່ອງ ຮຽກຮ້ອງໃຫ້ ສ້າງຕັ້ງການເຊື່ອມຕໍ່ຢ່າງແໜ້ນແຟ້ນເຮັດແນວໃດ ໃຫ້ມີການພົວພັນຕ່ອງໂສ້ທີ່ຮັດກຸມ, ນັບຕັ້ງແຕ່ການຈັດຕັ້ງການຜລິດ, ນຳໃຊ້ເຕັກນິກວິທະຍາສາດທີ່ທັນສະໄໝ, ສ້າງຄວາມໝັ້ນຄົງໃນການເກັບຊື້-ປຸງແຕ່ງ ແລະ ຈັດຕັ້ງພັດທະນາຕະຫຼາດ.

ທ່ານລັດຖະມົນຕີ ຫງວ໋ຽນຊົນເກື່ອງ ຍັງເນັ້ນໜັກວ່າ: " ຕະຫຼາດໃນທີ່ນີ້ແມ່ນໃຫ້ເອົາໃຈໃສ່ ທັງຕະຫຼາດພາຍໃນ ແລະ ຕະຫຼາດຕ່າງປະເທດ. ໂດຍສະເພາະແມ່ນໝາກມ່ວງຫິມະພານ ຕ້ອງໄດ້ເອົາໃຈໃສ່ ຄືຕະຫຼາດພາຍໃນຍັງບໍ່ສົມກັບທ່າແຮງ. ຖ້າຍັງຄົງຂື້ນກັບຕະຫຼາດຕ່າງປະເທດ, ຕະຫຼາດຈະພັດທະນາອອກນອກເສັ້ນທາງ ບໍ່ສົມບູນ ແລະ ຕ່ອງໂສ້ລາຄາກໍ່ບໍ່ຄົບເຊັນກັນ".

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.