ຫວຽດນາມໃຫ້ຄຳໝັ້ນສັນຍາປະຕິບັດຕາມ UNCLOS ແລະ ປະຕິບັດບັນດາເອກະສານທີ່ກ່ຽວຂ້ອງ

06:38 | 05/12/2021

ຍສໝ - ຫວ່າງແລ້ວນີ້, ​ເລຂາທິການ​ໃຫຍ່​ອົງການສິດ​ອຳນາດໃຕ້ມະຫາ​ສະໝຸດ​ (ISA), ທ່ານ Michael Lodge ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ອອນ​ລາຍ ​ເພື່ອ​ແນະນຳ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ບົດ​ລາຍ​ງານ​ບັນດາການ​ປະກອບສ່ວນ​ຂອງ ISA ​ໃນ​ການ​ປະຕິບັດ​ໂຄງການດຳເນີນງານ 2030 ສຳລັບ​ການ​ພັດທະນາ​ແບບ​ຍືນ​ຍົງ.

ບົດບາດຂອງກຸ່ມເພື່ອນມິດຂອງ UNCLOS ໃນບັນດາການເຄື່ອນໄຫວຢູ່ທະເລ ແລະ ມະຫາສະໝຸດ ບົດບາດຂອງກຸ່ມເພື່ອນມິດຂອງ UNCLOS ໃນບັນດາການເຄື່ອນໄຫວຢູ່ທະເລ ແລະ ມະຫາສະໝຸດ
ຫວຽດນາມ ໄດ້ຢັ້ງຢືນທັດສະນະຂອງຕົນ ໃນກອງປະຊຸມບັນດາປະເທດສະມາຊິກ UNCLOS 1982 ຫວຽດນາມ ໄດ້ຢັ້ງຢືນທັດສະນະຂອງຕົນ ໃນກອງປະຊຸມບັນດາປະເທດສະມາຊິກ UNCLOS 1982

ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້​ແທນ​ຂອງ​ຫຼາຍ​ປະ​ເທດ​ສະມາຊິກ ISA ​ແລະ ບັນດາ​ຜູ້​ຊ່ຽວຊານ​ໃນ​ຂົງ​ເຂດ​ທະ​ເລ ​ແລະ ມະຫາ​ສະໝຸດ ກໍ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ປາ​ໄສ, ຊົມ​ເຊີຍ​ບົດ​ລາຍ​ງານ ISA ທີ່​ໄດ້​ຮັບ​ການ​ພິມ​ຈຳໜ່າຍ. ບັນດາ​ປະ​ເທດ ​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ອົງການ​ນີ້ ​ໃນ​ການ​ປະຕິບັດ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ 2030, ​ໂດຍ​ສະ​ເພາະ​ ແມ່ນ​ເປົ້າ​ໝາຍ 14 ກ່ຽວ​ກັບ​ການ​ອະນຸລັກ​ຮັກສາ ​ແລະ ການ​ນຳ​ໃຊ້​ທະ​ເລ ​ແລະ ມະຫາ​ສະໝຸດ​ແບບ​ຍືນ​ຍົງ.

ບັນດາ​ຄຳ​ເຫັນ​ໄດ້​ຢືນຢັນ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ຂອງ ISA ຄວນ​ປະຕິບັດ​ຕາມ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ ​ກ່ຽວ​ກັບ​ກົດໝາຍ​ທະ​ເລ (UNCLOS) ​ແລະ ສັນຍາ​ວ່າ​ດ້ວຍ​ການ​ປະຕິບັດ​ປີ 1994. ບັນດາ​ປະ​ເທດ​ກ່າວ​ວ່າ ​ໃນ​ຂະ​ບວນການ​ອອກໃບອະນຸຍາດການສຳຫຼວດ, ຂຸດຄົ້ນ, ISA ມີ​ໜ້າ​ທີ່​ຮັບຜິດຊອບ, ຮັບປະກັນ​ມາດຕະຖານ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຊຸກຍູ້​ການ​ຄົ້ນ​ຄ້ວາ ​ແລະ ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ວິທະຍາສາດ​ທາງ​ທະ​ເລ, ຮັບປະກັນ​ກົນ​ໄກ​ແບ່ງປັນ​ຜົນ​ປະ​ໂຫຍ​ດທີ່​ຍຸດຕິ​ທຳ ​ແລະ ສະ​ເໝີ​ພາບ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ ISA ກັບບັນດາ​ອົງການ ​ເພື່ອຄຸ້ມ​ຄອງ​ທະ​ເລ ​ແລະ ມະຫາ​ສະໝຸດ​ຢ່າງ​ຄົບ​ຖ້ວນ.

ຫວຽດນາມໃຫ້ຄຳໝັ້ນສັນຍາປະຕິບັດຕາມ UNCLOS ແລະ ປະຕິບັດບັນດາເອກະສານທີ່ກ່ຽວຂ້ອງ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​​ດິ່ງ​ກຸ໋ຍ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ປະ​ຈຳ ສະ​ຫະ​ປະ​ຊາ​ຊາດ. (ພາບ: TTXVN)

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​​ດິ່ງ​ກຸ໋ຍ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ປະ​ຈຳ ສະ​ຫະ​ປະ​ຊາ​ຊາດ ໄດ້​ຮັບ​ເຊີນ​ເຂົ້າ​ຮ່ວມ​ດ້ວຍຖານະນັກປະຖະກະຖາ ໃນວາລະທີ II ດ້ວຍ​ຫົວ​ຂໍ້ “ຊຸກ​ຍູ້​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ທະ​ເລ ແລະ ແບ່ງ​ປັນ​ແຫຼ່ງ​ທຶນ​ຢ່າງສະເໝີພາບ, ຮັບ​ໃຊ້​ຜົນ​ປະ​ໂຫຍດ​ລວມ​ຂອງ​ມະ​ນຸດ​ຊາດ”.

ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ດິ່ງ​ກຸ໋ຍ ຢືນຢັນ​ວ່າ: ການ​ຄົ້ນຄວ້າ​ວິທະຍາສາດ ​ມີ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ໜູນ​ຊ່ວຍ​ການ​ປະຕິບັດ​ບັນດາເປົ້າໝາຍ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ​ເສດຖະກິດ​ຕາມໂຄງການດຳເນີນງານ​ການ​ພັດທະນາ​ແບບ​ຍືນ​ຍົງ. ISA ເປັນອົງການດຽວ ທີ່ມີສິດອໍານາດໃນການອະນຸຍາດ ແລະ ຄວບຄຸມກິດຈະກໍາການຄົ້ນຄວ້າວິທະຍາສາດ, ດັ່ງນັ້ນ, ຈຶ່ງຕ້ອງສືບຕໍ່ສົ່ງເສີມ ແລະ ຊຸກຍູ້ການຄົ້ນຄວ້າວິທະຍາສາດທາງທະເລ, ແບ່ງປັນຂໍ້ມູນການຄົ້ນຄວ້າ ແລະ ຖ່າຍທອດເຕັກໂນໂລຢີໃຫ້ແກ່ປະເທດທີ່ກໍາລັງພັດທະນາ.

ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ດິ່ງ​ກຸ໋ຍ ​ເນັ້ນ​ໜັກ​ວ່າ: ບັນດາ​ຫຼັກການ​ພາກ​ພື້ນ ​ແມ່ນ​ມໍລະດົກ​ລວມຂອງ​ມະ​ນຸດ​ຊາດ; ວິວັດການ​ສຳຫຼວດ ​ແລະ ຂຸດ​ຄົ້ນ​ຊັບພະຍາກອນ​ ​ຕ້ອງ​ຍຶດໝັ້ນປະຕິບັດຕາມ​ຫຼັກການ​ນີ້, ຮັບປະກັນ​ການ​ແບ່ງ​ປັນ​ຜົນ​ປະ​ໂຫຍ​ດ​ສະເໝີພາບ, ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ກຳລັງ​ພັດທະນາ, ​ແລະ ບໍ່​ປະ​ໃຫ້ໃຜ​ໄວ້​ທາງ​ຫຼັງ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ​ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ​ໃນ​ການ​ປະຕິບັດຕາມ UNCLOS ​ແລະ ບັນດາ​ເອກະສານ​ທີ່ກ່ຽວຂ້ອງ​ເຖິງ​ການ​ນຳ​ໃຊ້​ທະ​ເລ, ມະຫາ​ສະໝຸດ ​ແລະ ແຫຼ່ງຊັບພະຍາກອນ​ທາງ​ທະ​ເລ​ຢ່າງ​ໝັ້ນຄົງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.