ບັນດາສານທີ່ມີຄວາມໝາຍເພື່ອແຜ່ກະຈາຍນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ

09:00 | 14/08/2022

ຍສໝ - ປີ 2022, ​ໄດ້​ຈັດ​ຕັ້ງ​ຫຼາຍການ​ປະກວດຊອກຮູ້​ປະຫວັດສາດ​​ການ​ພົວພັນ​ຫວຽດນາມ - ລາວ, ປະກອບສ່ວນ​ເຂົ້າໃນການ​ແຜ່ກະຈາຍ​ປະຫວັດສາດ, ນໍ້າໃຈມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ພາລະກິດສ້າງສັງຄົມນິຍົມ.

ກະກຽມພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະບັນດາເພື່ອນມິດ” ຄັ້ງທີໜຶ່ງ ກະກຽມພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະບັນດາເພື່ອນມິດ” ຄັ້ງທີໜຶ່ງ
EVN ແລະ ບັນດາຄວາມກ້າວໜ້າໃນການຮ່ວມມືດ້ານພະລັງງານລະຫວ່າງ ຫວຽດນາມ - ລາວ EVN ແລະ ບັນດາຄວາມກ້າວໜ້າໃນການຮ່ວມມືດ້ານພະລັງງານລະຫວ່າງ ຫວຽດນາມ - ລາວ

ຊອກຮູ້ປະຫວັດສາດກການພົວພັນແບບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ

ການ​ປະກວດ “ຊອກຮູ້​ປະຫວັດສາດ​ການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ, ລາວ - ຫວຽດນາມ” ປີ 2022 ​ໂດຍ​ຄະນະໂຄສະນາສຶກສາ​ສູນ​ກາງ​ຈັດ​ຕັ້ງ. ການ​ປະ​ກວດ​ໄດ້​ຈັດ​ຂຶ້ນ​ຕາມຮູບ​ແບບປາລະໄນ​ອອນ​ໄລໃນທຸກໆອາ​ທິດຢູ່ໃນໜັງ​ສື​ພິມ​ອອນໄລຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ເຄືອ​ຂ່າຍ​ສັງ​ຄົມ VCNet ແລະ ບັນດາ​ສຳ​ນັກ​ຂ່າວ​ປະ​ສານສົມທົບ​ກັນ ​ໃນ​ເວ​ລາ 12 ອາ​ທິດ​ ເລີ່ມແຕ່​ວັນ​ທີ 13 ມິຖຸນາ 2022 ຫາ ​ວັນ​ທີ 5 ກັນຍາ 2022.

ການປະກວດໄດ້ເນັ້ນໃສ່ບັນດາເນື້ອໃນສະເພາະຄື ປະຫວັດສາດການພົວພັນພິເສດ ຫວຽດນາມ-ລາວ ໂດຍຜ່ານບັນດາໄລຍະປະຫວັດສາດ, ສຸມໃສ່ໄລຍະແຕ່ປີ 1962 ຮອດປະຈຸບັນ; ບັນດາ​ບຸກຄົນ​ທີ່​ພົ້ນເດັ່ນເຊິ່ງ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ຫວຽດນາມ - ລາວ; ບັນດາຜົນງານແຫ່ງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ທີ່ສອງປະເທດ​ບັນລຸ​ໄດ້​ໃນ​ການ​ກໍ່ສ້າງ​ສັງຄົມ​ນິຍົມ, ພັດທະນາ​ປະ​ເທດຊາດ ​ແລະ ​ໃນ​ໄລຍະ​ປະຈຸ​ບັນ; ບັນດາຂອບເຂດການຮ່ວມມືສອງຝ່າຍລະຫວ່າງສອງພັກ, ສອງລັດ, ສອງປະເທດ; ລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ລາວ; ແນະນຳຄວາມງາມຂອງທຳມະຊາດ, ປະເທດຊາດ ແລະ ປະຊາຊົນ; ມູນເຊື້ອວັດທະນະທໍາ, ປະຫວັດສາດ; ບັນດາຜົນງານການພັດທະນາເສດຖະກິດ-ສັງຄົມຂອງລາວ; ໂຄສະນາເຜີຍແຜ່ກ່ຽວກັບຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ລາວ, ວັນເຊັນສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ໃນ “ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”.

ການ​ປະກວດໄດ້​ຮັບ​ຄວາມ​ສົນໃຈ​ ​ແລະ ຕອບ​ຮັບ​ຈາກ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ໃນ​ນັ້ນ​ມີ​ພົນລະ​ເມືອງ​ຫວຽດນາມ ​ແລະ ລາວ ​ຈຳນວນ​ໜຶ່ງທີ່​ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ, ສຶກສາຮ່ຳຮຽນຢູ່​ຕ່າງປະ​ເທດ ​ແລະ ເພື່ອນ​ມິດສາ​ກົນ​ກໍເຂົ້າ​ຮ່ວມ​ການປະກວດ. ອາຈານ ກາວທິໝີລິງ (ຄູສອນໂຮງຮຽນມັດທະຍົມຕົ້ນ ກວ໋າງແທັງ (ເມືອງ ກວ໋າງແຈັກ, ແຂວງ ກວ໋າງບິ່ງ) ເຊິ່ງຍາດໄດ້ລາງວັນທີ 1 ໃນອາທິດທີ 3 ຂອງການປະກວດ ໃຫ້ຮູ້ວ່າ: “ເມື່ອຮຽນຢູ່ມະຫາວິທະຍາໄລ, ຂ້າພະເຈົ້າໄດ້ຮຽນນໍາກັບໝູ່ເປັນຄົນລາວຈຳນວນໜຶ່ງ - ເຂົາເຈົ້າເປັນຄົນໃຈດີ, ຊື່ສັດ ສະ​ນັ້ນ ຂ້າ​ພະ​ເຈົ້າຍິ່ງຮັກແພງຖະໜອມນ້ຳ​ໃຈ​ສາ​ມັກ​ຄີ, ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງສອງປະ​ເທດ. ໂດຍຜ່ານການປະກວດນີ້, ຂ້າພະເຈົ້າເໝືອນໄດ້ຫວນຄືນປະຫວັດສາດເພື່ອຊອກຮູ້ບັນດາຂີດໝາຍທີ່ໜ້າຈື່ຈໍາໃນສາຍພົວພັນລະຫວ່າງສອງປະເທດ”.

ນາງ ເພັດສະຫວັນ ພົມມະຈັກ ນັກສຶກສາຂອງສະຖາບັນການຕ່າງປະເທດ ໃຫ້ຮູ້ວ່າ: ການປະກວດແມ່ນໂອກາດເພື່ອໃຫ້ພວກນ້ອງໄດ້ເຂົ້າໃຈກ່ຽວກັບສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດຢ່າງເລິກເຊິ່ງກວ່າອີກ, ສະແດງໃຫ້ເຫັນຄວາມຮັກແພງ, ຄວາມເຂົ້າໃຈ, ເອກອ້າງທະນົງໃຈຕໍ່ນ້ຳໃຈມິດຕະພາບທີ່ຊື່ສັດບໍລິສຸດ ຫວຽດນາມ - ລາວ.

ບັນດາສານທີ່ມີຄວາມໝາຍເພື່ອແຜ່ກະຈາຍນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ
ນັກສຶກສາສະຖາບັນການຕ່າງປະເທດເຂົ້າຮ່ວມການສອບເສັງທາງອອນລາຍໃນລະບົບທັນທີຫຼັງຈາກການ​ປະກວດໄດ້ຈັດຂຶ້ນຢ່າງເປັນທາງການ (ພາບ: ມິງແອັງ)

ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: “ຄະນະໂຄສະນາສຶກສາ​ສູນ​ກາງ ພັກກອມມູນິດຫວຽດນາມ ຈັດຕັ້ງການປຸກລະດົມການປະກວດ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການ​ສຶກສາໃຫ້​ສະມາຊິກ​ພັກ, ພະນັກງານ, ທະຫານ, ຕຳຫຼວດ ​ແລະ ປະຊາຊົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ ໄດ້ມີ​ຄວາມ​ເຂົ້າ​ໃຈກ່ຽວ​ກັບ​ນ້ຳ​ໃຈ​ມິດຕະພາບອັນຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ລາວ - ຫວຽດນາມ ​ຢ່າງ​ເລິກ​ເຊິ່ງກວ່າອີກ”.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແສງ​ເພັດ ຮຸ່ງ​ບຸນ​ຍວງ ສະແດງຄວາມເຊື່ອ​ໝັ້ນ​ວ່າ ການ​ປະ​ກວດ​ຈະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງຂວາງຈາກ​ປະຊາຊົນທຸກ​ຊັ້ນວັນນະ, ນັບ​ແຕ່​ໄວ​ໜຸ່ມ​ຈົນ​ເຖິງ​ຜູ້​ເຖົ້າ ແລະ ​ສາ​ມາດ​ຄົ້ນ​ພົບ​ຈຸດ​ພິ​ເສດ​ຂອງ​ສາຍ​ພົວ​ພັນ​ພິ​ເສດ​ນີ້ໄດ້. ບັນດາ​ຂໍ້​ມູນ​ທີ່​ເກັບກໍາໄດ້​​ຈາກ​ການ​ປະກວດ​ຈະ​ເພີ່ມ​ຕື່ມ​ຄວາມ​ອຸດົມສົມບູນ ​ແລະ ມີຄວາມ​ໝາຍ​ສໍາຄັນ​ເຂົ້າໃນສາງປະຫວັດສາດຂອງ​ການ​ພົວພັນ​​ລະຫວ່າງສອງປະ​ເທດ ຫວຽດນາມ - ລາວ, ພ້ອມ​ກັນ​ນັ້ນ ກໍແມ່ນ​ເອກະສານ​ເພື່ອ​ໃຫ້​ຄົນ​ລຸ້ນຫຼັງ​ໄດ້​ຊອກຮູ້ ແລະ ສຶກສາຮໍ່າຮຽນ.

ທ່ານ ເລ​ຫາຍ​ບິ່ງ, ກຳມະການສໍາຮອງ​​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ການ​ປະກວດ ຢືນຢັນ​ວ່າ: ຜ່ານ​ການ​ເຂົ້າ​ຮ່ວມ​ການ​ປະກວດ ​ແລະ ຕອບບັນດາຄໍາ​ຖາມ​, ​ຜູ້​ອ່ານ​ຈະໄດ້​ເປີດກວ້າງຄວາມ​ເຂົ້າ​ໃຈ​ກ່ຽວກັບ​ປະ​ເທດ, ມະນຸດຂອງ​ສອງ​ປະ​ເທດ ​ຫວຽດນາມ ​ແລະ ລາວ​ຕື່ມ​ອີກ; ຊອກ​ຮູ້​ກ່ຽວ​ກັບ​ບາດ​ກ້າວ​ພັດ​ທະ​ນາ ​ແລະ ການ​ເຊື່ອມ​ໂຍງ​ຂອງ "ປະ​ເທດ​ດອກຈໍາປາ​" ປັັດຈຸບັນ​; ກ່ຽວ​ກັບ​ປະຫວັດສາດ​ແຫ່ງ​ການ​ພົວພັນ​ແບບ​ພິ​ເສດ, ຄວາມສະໜິດຕິດແໜ້ນ, ນໍ້າໃຈມິດຕະພາບຢ່າງແໜ້ນແຟ້ນ​, ຊື່​ສັດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ.

ຈາກ​ນັ້ນ, ​​ແຜ່ກະຈາຍ​ບັນດາ​ຄຸນຄ່າ​ປະຫວັດສາດ, ​ສຶກສາມູນເຊື້ອ​ປະຕິວັດ, ນໍ້າໃຈມິດຕະພາບ, ຄວາມສາມັກຄີ​ແບບ​ພິ​ເສດ​ທີ່​ສອງ​ພັກ, ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ ໄດ້ອອກເຫື່ອເທແຮງເພີ່ມພູນຄູນ​ສ້າງ ​ນັບ​ແຕ່​ຊຸມ​ປີ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ມາ​ຮອດ​ປະຈຸ​ບັນ; ພ້ອມ​ກັນ​ນັ້ນ ກໍປຸກລຸກສະຕິ​ຂອງ​ບັນດາ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ, ພິ​ເສດ​ແມ່ນ​ລຸ້ນໜຸ່ມກ່ຽວກັບການ​ສືບ​ຕໍ່ເພີ່ມພູນຄູນສ້າງສາຍພົວພັນ​ມິດຕະພາບ​ທີ່​ເປັນ​ແບບ​ຢ່າງ, ຊື່​ສັດ​ບໍລິສຸດ, ​ໄດ້​ກາຍ​ເປັນ​ສັນຍາ​ລັກ​​ອັນ​ດີງາມ​ໃນ​ປະຫວັດສາດ​ການພົວພັນສາກົນ.

ບັນດາເລື່ອງລາວທີ່ຕື້ນຕັນໃຈກ່ຽວກັບນໍ້າໃຈໄມຕີຈິດ ຫວຽດ - ລາວ

ການ​ຕົກລົງ​ຮັບເຂົ້າ​ເປັນສະມາຊິກພັກ​​ຄັ້ງ​ທຳ​ອິດ​ຢູ່​ລາວ ຂອງ​​ທະຫານຊ່າງແສງ ຫວຽດນາມ; ໃບຢັ້ງຢືນເພື່ອມອບໃຫ້ເພື່ອນມິດລາວແຕ່ຍັງບໍ່ທັນໄດ້ມອບໃຫ້, ຮູບຖ່າຍໝູ່ຄະນະນັກສຶກສາລາວທີ່ມີຜົນການຮຽນດີເດັ່ນ ໃນໂອກາດໄປຢ້ຽມຢາມບ້ານເກີດຂອງລຸງໂຮ່; “ອ໋າວຢາຍ” ທີ່ຜູ້ເປັນແມ່ຄົນຫວຽດນາມໄດ້ມອບໃຫ້ນາງ ຊານິຕາ ສະແຫວງໂຊກ - ຮອງນາງງາມ ການປະກວດ Miss World Laos 2019… ນັ້ນແມ່ນຂອງທີ່ລະນຶກຈໍານວນໜຶ່ງໃນຮ້ອຍຂອງທີ່ລະນຶກທີ່ສະແດງນໍ້າໃຈໄມຕີຈິດ ຫວຽດນາມ-ລາວ ອັນເລິກເຊິ່ງ ເຊິ່ງຜູ້ເຂົ້າຮ່ວມການປະກວດໄດ້ສົ່ງເຖິງການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ” ​ໂດຍ​ວາ​ລະ​ສານ ຍຸກສະໄໝ ສົມທົບ​ກັບ​ສະ​ຖານ​ທູດ​ລາວ ປະຈຳຫວຽດນາມ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ ຈັດຕັ້ງ.

ໂດຍປຸກລະດົມ ແຕ່ວັນທີ 9 ພຶດສະພາ 2022, ການປະກວດໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກປະຊາຊົນສອງປະເທດ. ໃນກຸ່ມນັກຮົບເກົ່າ ກອງພົນ 968, ນັກຮົບເກົ່າ ບູຍເທື້ອງຕ໊ວານ ຝາກຄໍາເວົ້າໄວ້ວ່າ:

“ບັນດາສະຫາຍທີ່ຮັກແພງ!

ພວກເຮົາເຄີຍມີໄລຍະຕິດພັນກັບປະເທດລາວອ້າຍນ້ອງ, ມີວັດຖຸສິ່ງຂອງຫຼາຍຢ່າງຂອງວັນເວລານັ້ນທີ່ພວມໄດ້ຖະນຸຖະຫນອມ ແລະ ເກັບຮັກສາໄວ້. ພວກເຮົາຈົ່ງອອກສຽງ, ດ້ວຍການເຂົ້າຮ່ວມການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ”.

ພາຍຫຼັງ​ເກືອບ 2 ເດືອນ​ ທີ່​ປຸກລະດົມ, ການປະ​ກວດ​ໄດ້​ຮັບບົດເຂົ້າຮ່ວມການປະກວດ​ນັບ​ຮ້ອຍ​ບົດ​ຈາກຜູ້ເຂົ້າຮ່ວມທີ່ເປັນຄົນ​ຫວຽດ​ນາມ ແລະ ລາວ ຢູ່​ຫລາຍ​ອົງ​ການຈັດຕັ້ງ,​ ຫົວໜ່ວຍ, ກຳ​ລັງ, ຫຼາຍໄວອາຍຸ... ແຕ່​ລະຂອງທີ່ລະນຶກແມ່ນຕິດກັບເລື່ອງລາວເລື່ອງໜຶ່ງທີ່ໜ້າຕື້ນຕັນໃຈ​ກ່ຽວ​ກັບ​ນ້ຳ​ໃຈ​ ​ຫວຽດ​ນາມ ແລະ ລາວ, ກ່ຽວ​ກັບ​ຄວາມ​ຮັກ​ແພງອັນຊື່ສັດບໍລິສຸດ, ​ອົບ​ອຸ່ນ ​ແລະ ຄວາມ​ຜູກ​ພັນ​ອັນ​ແໜ້ນ​ແຟ້ນລະຫວ່າງ​ສອງ​ປະ​ເທດ.

ຕາມຄະນະ​ຈັດ​ຕັ້ງ​ການ​ປະ​ກວດ​ແລ້ວ, ນ້ຳ​ໃຈ​ມິດ​ຕະ​ພາບ​ ​ລາວ-ຫວຽດ​ນາມ ​ໄດ້ຍືນຍົງ​ ​ແລະ ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ຍ້ອນ​ຄວາມມຸ່ງມາດປາຖະໜາຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ນໍ້າໃຈມິດຕະພາບ​ດັ່ງກ່າວ​ໄດ້​ຮັບ​ການ​ສ້າງ ​ແລະ ​ ເພີ່ມພູນຄູນສ້າງ​ຈາກ​ແຫຼ່ງວັດທະນະທຳ ​ແລະ ຈິດ​ໃຈ​ຂອງ​ສອງຊາດ, ​ໄດ້​ຮັບ​ການ​ຫລໍ່ລ້ຽງແຕ່​ອະດີດ​ເຖິງ​ປະຈຸ​ບັນ ​ແລະ ມີຄວາມຫວັງມຸ່ງ​ໄປ​ເຖິງ​ອະນາຄົດ​ຢ່າງ​ບໍ່​ຢຸດ​ຢັ້ງ.

ການ​ປະ​ກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ” ມີ​ເປົ້າໝາຍຄືເພື່ອ ​ຊອກ​ຫາຄືນ ​ແລະ ​ຮີບໂຮມ​ບັນດາ​ຂອງທີ່ລະນຶກນັບແຕ່ອັນນ້ອຍໆ​ເກົ່າໆ, ແຕ່ບັນຈຸ, ຮັກສາໄວ້ບັນດາ​ຄຸນຄ່າອັນລໍ້າຄ່າໃນ​ດ້ານຈິດໃຈ ​ແລະ ປະຫວັດສາດ​ການ​ພົວພັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ລາວ-ຫວຽດນາມ, ພ້ອມກັນນັ້ນ ​ກໍ​ສ້າງ​ພື້ນທີ່​ມິດຕະພາບລວມ​ຂອງ​ຫຼາຍ​ລຸ້ນຄົນ...

ພ້ອມກັນ​ກັບ​ບັນ​ດາ​ການ​ປະກວດທີ່ໄດ້ປຸກລະດົມໃນ​ຂອບ​ຂະໜາດ​ທົ່ວ​ປະ​ເທດ, ຫຼາຍການປະກວດຊອກຮູ້​ກ່ຽວ​ກັບ​ການ​ພົວ​ພັນ​ ​ຫວຽດ​ນາມ - ລາວ ກໍໄດ້ຜັນຂະຫຍາຍ​ຢູ່​ບັນ​ດາ​ທ້ອງ​ຖິ່ນ. ບັນດາ​ການ​ປະກວດ​ກໍແມ່ນ​ສານ​ທີ່​ມີ​ຄວາມ​ໝາຍເພື່ອ​ແຜ່ກະຈາຍ​ນ້ຳ​ໃຈ​ມິດຕະພາບ​ແບບ​ພິ​ເສດ​ ຫວຽດນາມ - ລາວ.

ຫອມມາລາ

ເຫດການ
302 Found

Found

The document has moved here.