ການ​ຮ່ວມ​ມື​ສອງ​ຝ່າຍ ກ​ັບ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ມົງໂ​ກນ

09:07 | 14/11/2021

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານ​ເລ​ຂາ​ນຸ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງແຫ່ງ​ຊາດ ມົງ​ໂກນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ ສ​ສ ຫວຽດ​ນາມ ປະ​ຈຳ ມົງ​ໂກນ ຢ​ວານ​ແຄັ້ງເຕີມ, ແລກ​ປ່ຽນ​ບາງ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ລະ​ຫວ່າງ ມົງ​ໂກນ ແລະ ຫວຽດ​ນາມ.

ການ​ສຳ​ມະ​ນາ - ການ​ເຊື່ອມ​ໂຍງ​ຊຸກ​ຍູ້​ການ​ສົ່ງ​ອອກຜະລິດຕະພັນກະເສດ​ຫວຽດ​ນາມ​ໄປ​ສູ່​ຕະຫຼາດ ທະ​ວີບ​ເອີ​ຣົບ, ທະ​ວີບ​ອາ​ເມ​ລິ​ກາ ການ​ສຳ​ມະ​ນາ - ການ​ເຊື່ອມ​ໂຍງ​ຊຸກ​ຍູ້​ການ​ສົ່ງ​ອອກຜະລິດຕະພັນກະເສດ​ຫວຽດ​ນາມ​ໄປ​ສູ່​ຕະຫຼາດ ທະ​ວີບ​ເອີ​ຣົບ, ທະ​ວີບ​ອາ​ເມ​ລິ​ກາ
ກອງ​ປະ​ຊ​ຸ​ມ​ທາງ​ໄກ ແມ່​ຍິງ ຫວຽດ​ນາມ ເຂົ້າ​ຮ່ວມ​ກາ​ນ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກອງ​ປະ​ຊ​ຸ​ມ​ທາງ​ໄກ ແມ່​ຍິງ ຫວຽດ​ນາມ ເຂົ້າ​ຮ່ວມ​ກາ​ນ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ການ​ຮ່ວມ​ມື​ສອງ​ຝ່າຍ ກ​ັບ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ມົງໂ​ກນ
ທ່ານ​ເລ​ຂາ​ນຸ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງແຫ່ງ​ຊາດ ມົງ​ໂກນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ ສ​ສຫວຽດ​ນາມ ປະ​ຈຳ ມົງ​ໂກນ ຢ​ວານ​ແຄັ້ງເຕີມ

ທ່ານ G. Enkhbayar ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ຂອງ ຫວຽດ​ນາມ ໃນ​ວິ​ວັດ​ການ​ສ້າງສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ ຕາມ​ທິດ​ນຳ​ທີ່​ວ່າ​ ຮັບ​ມື​ຢ່າງ​ປອດ​ໄພ, ຮັບ​ປະ​ກັນ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ ກໍ່​ຄື​ຮັກ​ສາ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຢູ່​ລະ​ດັບ​ສູງ ໃນ​ພາກ​ພື້ນ. ທ່ານ​ເນັ້ນ​ໜັກ​ເຖິງ​ຄວາມ​ປະ​ທັບ​ໃຈ ກ່ຽວ​ກັບ​ບັນ​ດາ​ຜົນ​ສຳ​ເລັດ​ໃນ​ນະ​ໂຍ​ບາຍ​ການຕ່າງປະເທດຂອງ ຫວຽດ​ນາມ, ໃນ​ນັ້ນ ​ມີ​ການ​ທູດ​ໃນ​ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ຜ່ານ​ນັ້ນ ກໍ່​ຢັ້ງ​ຢືນ​ອິດ​ທິ​ພົນ​ຊື່​ສຽງ, ທີ່​ຕັ້ງ ແລະ ສຽງ​ເວົ້າ​ຂອງ ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ​ໃນ​ປັດ​ຈຸ​ບັນ.

ທ່ານ G. Enkhbayar ຢັ້ງ​ຢືນ​ວ່າ ມົງ​ໂກນ ແລະ ຫວຽດ​ນາມ ແມ່ນ​ສອງ​ປະ​ເທດ​ອ້າຍ​ນ້ອງ, ເຖິງວ່າ ມີ​ການ​ຜັນ​ແປ​ແນວ​ໃດ​ກໍ່​ຕາມ ແຕ່​ນ້ຳ​ໃຈມິດ​ຕະ​ພາບ ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຍາມ​ໃດ​ກໍ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍັງ​ຮັ​ກ​ສາ​ໄດ້​ຄຸນ​ຄ່າ​ສຳ​ລັບ​ຊາວ ມົງ​ໂກນ.

ທ່ານ ໄດ້​ສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ສອງ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ສອງ​ປະ​ເທດ ທີ່​ມີ​ການ​ພັດ​ທະ​ນາ​​ຮອບ​ດ້ານຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຊຸມ​ປີມໍ່ໆ​ມາ​ນີ້, ຢັ້ງ​ຢື​ນວ່າ ພາຍຫຼັງໂລກ​ລະ​ບາດ​ໂຄວິດ - 19 ໄດ້ຮັບການ​ຄວບ​ຄຸມການ​ຊຸກ​ຍູ້, ​ຫັນ​ເນື້ອ​ໃນ​ຮ່ວມ​ມື​ສອງ​ຝ່າຍ ກັບ ຫວຽດ​ນາມ ປະ​ກົດ​ຜົນ​ເປັນ​ຈິງ ແມ່ນ​ໜຶ່ງໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ມົງ​ໂກນ.

ທ່ານ G. Enkhbayar ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ​ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ສອງ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ຄວາມ​ໝັ້ນຄົງ ລະ​ຫວ່າງ​ສອງ​ຝ່າຍ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ. ຜ່ານ​ນັ້ນ ​ສອງ​ຝ່າຍ​ກໍ່ໄດ້​ລົງ​ນາມ​ເອ​ກະ​ສານ​ຮ່ວມ​ມື​ສຳ​ຄັນຫຼາຍ​ສະ​ບັບ​ຄື: ສັນ​ຍາ​ກ່ຽວ​ກັບ​ກາ​ນ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ ປີ 2013, ສັນ​ຍາ​ມອບ​ຮັບ​ອາດ​ຊະ​ຍາ​ກຳ, ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ ວິ​ທະ​ຍາ​ຄານສັນຕິບານ​​ປະ​ຊາ​ຊົນ ຫວຽດ​ນາມ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ພາຍ​ໃນ​ມົງ​ໂກນ ທີ່​ໄດ້​ຮັບ​ການ​ລົງ​ນາມ​ໃນ​ປີ 2019, ຂໍ້​ຕົກ​ລົງ​ບາງ​ສະ​ບັບ​ທີ​່​ພວມຢູ່​ໃນ​ວິ​ວັດ​ການ​ແລກ​ປ່ຽນ, ປະ​ຕິ​ບັດ​ລະ​ບຽບ​ການ​ໃຫ້​ສຳ​ເລັດ… ບັນ​ດາ​ຂໍ້​ຕົກ​ລົງ​ນີ້​ ໄດ້ສ້າງກອບ​ນິ​ຕິ​ກຳ, ພື້ນ​ຖານ​ສຳ​ຄັນ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົ​ບ​ລະ​ຫວ່າງ​ສອງ​ປະ​ເທດ.

ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຢ​ວານ​ແຄັ້ງ​ເຕີມ ແຈ້ງ​ໃຫ້​ຊາບ​​ບາງ​ຈຸດ​ໃຫຍ່​ກ່ຽວ​ກັບ​ສະ​ພາບກ​ານ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ບາງ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ ໃນ​ປັດ​ຈຸ​ບັນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຢັ້ງ​ຢືນ​ວ່າ ຈະ​ມ​າ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມຂອງ​ສອງ​ປະ​ເທດ, ກໍ່​ຄື​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ ໃນ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ​ຢູ່​ປະ​ເທດ ມົງ​ໂກນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.