ໂອ້ລົມສົນທະນາກັບພະນັກງານຂອງມະຫາວິທະຍາໄລສົງຄາມ ອານເຊຣີ ກ່ຽວກັບການພັດທະນາແບບຍືນຍົງຂອງຫວຽດນາມ

16:59 | 18/11/2021

ຍສໝ - ຫວ່າງແລ້ວນີ້, ຢູ່ ແຂວງ Tipaza (ອານເຊຣີ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ຫງວຽນແທ່ງວິງ ໄດ້ເປັນປະທານການໂອ້ລົມສົນທະນາກັບບັນດາການນຳ ແລະສໍາມະນາກອນ ມະຫາວິທະຍາໄລ ອານເຊຣີ ກ່ຽວກັບການພັດທະນາແບບຍືນຍົງຂອງ ຫວຽດນາມ.

ພັດທະນາເສດຖະກິດລະຫວ່າງເຂດພູພຽງ ແລະ ເຂດພູດອຍທາງພາກເໜືອ ຫວຽດນາມ ຢ່າງໄວ ແລະ ຍືນຍົງ ພັດທະນາເສດຖະກິດລະຫວ່າງເຂດພູພຽງ ແລະ ເຂດພູດອຍທາງພາກເໜືອ ຫວຽດນາມ ຢ່າງໄວ ແລະ ຍືນຍົງ
ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ລະ​ຫວ່າງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ແລະ ວຽງຈັນ​ໃນ​ໄລ​ຍະ​ໃໝ່ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ລະ​ຫວ່າງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ແລະ ວຽງຈັນ​ໃນ​ໄລ​ຍະ​ໃໝ່
ໂອ້ລົມສົນທະນາກັບພະນັກງານຂອງມະຫາວິທະຍາໄລສົງຄາມ ອານເຊຣີ  ກ່ຽວກັບການພັດທະນາແບບຍືນຍົງຂອງຫວຽດນາມ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ຫງວຽນແທ່ງວິງ. ພາບ: Vietnam+

ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ແທ່ງ​ວິງ ໄດ້​ສັງລວມ​ກ່ຽວ​ກັບ​ວິວັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່​ ແລະ ບັນ​ຫາ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ຫວຽດ​ນາມ.

ບັນດາ​ນາຍທະຫານ, ​​ສໍາມະນາ​ກອນທີ່​ເຂົ້າ​ຮ່ວມກອງປະຊຸມສຳມະນາ​ໄດ້​ສະ​ແດງ​ຄວາມ​ສົນໃຈ​ເຖິງ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ ​ໃນ​ສະພາບ​ໂລກລະບາດ​ໂຄ​ວິດ-19, ການ​ພັດທະນາ ​ແລະ ປະຕິບັດ​ບັນດາສັນຍາ​ການ​ຄ້າ​ເສລີ​ຂອງ​ຫວຽດນາມ, ຄຳ​ໝັ້ນ​ສັນຍາ ​ແລະ ຂໍ້​ລິ​ເລີ່ມ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ ສໍາລັບການ​ພັດທະນາ​ເສດຖະກິດ​ເວົ້າລວມ ​ແລະ ການພັດທະນາ​ແບບ​ຍືນ​ຍົງ ​ເວົ້າ​ສະ​ເພາະ...

ບັນດາ​ເນື້ອ​ໃນ​ດັ່ງກ່າວ​ໄດ້​ຮັບ​ການ​ແລກປ່ຽນ ​ແລະ ປຶກສາ​ຫາລື, ໄດ້​ຊີ້​ແຈ້ງ​ນະ​ໂຍບາຍ​ພັດທະນາ​ຂອງ ຫວຽດນາມ ຢ່າງ​ເລິກ​ເຊິ່ງກ່ວາ​ອີກ ​ໂດຍ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແທ່ງ​ວິງ ​ແລະ ບັນດາ​ຜູ້​ແທນເຂົ້າ​ຮ່ວມ.

ໄຊພອນ

ເຫດການ
302 Found

Found

The document has moved here.