ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ລະ​ຫວ່າງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ແລະ ວຽງຈັນ​ໃນ​ໄລ​ຍະ​ໃໝ່

06:30 | 18/11/2021

ຕອນເຊົ້າວັນທີ 17 ພະຈິກ, ທ່ານດິງຕຽນຢຸງ ເລຂາຄະນະພັກນະຄອນຮ່າໂນ້ຍ ໄດ້ພົບປະເຈລະຈາທາງໄກ ກັບ ທ່ານ ອະນຸພາບ ຕຸນາລົມ ເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ລາວ).

ຊຸກ​ຍູ​້​ການ​ຟື​້​ນ​ຟູ ແລະ ພັດ​ທ​ະ​ນາ​ເສດ​ຖ​ະ​ກິດ​ໄລ​ຍະ 2021 – 2030 ຊຸກ​ຍູ​້​ການ​ຟື​້​ນ​ຟູ ແລະ ພັດ​ທ​ະ​ນາ​ເສດ​ຖ​ະ​ກິດ​ໄລ​ຍະ 2021 – 2030
ການ​ຮ່ວມ​ມື​ສອງ​ຝ່າຍ ກ​ັບ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ມົງໂ​ກນ ການ​ຮ່ວມ​ມື​ສອງ​ຝ່າຍ ກ​ັບ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ມົງໂ​ກນ
ການພົບປະເຈລະຈາທາງໄກ ລະຫວ່າງ ຄະນະພັກນະຄອນ ຮ່າໂນ້ຍ  ແລະ ຄະນະພັກນະຄອນ ວຽງຈັນ
ການພົບປະເຈລະຈາທາງໄກ ລະຫວ່າງ ຄະນະພັກນະຄອນ ຮ່າໂນ້ຍ ແລະ ຄະນະພັກນະຄອນ ວຽງຈັນ

ແລກປ່ຽນກ່ຽວກັບການກຳນົດທິດການຮ່ວມມື ລະຫວ່າງສອງນະຄອນຫຼວງ ໃນໄລຍະຈະມາເຖິງ, ທ່ານ ດິງຕຽນຢຸງ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົບປະ, ແລກປ່ຽນພົວພັນລະຫວ່າງ 2 ຝ່າຍຢູ່ທຸກຂັ້ນ, ສຸມໃສ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດຄືກະສິກຳ, ການສຶກສາບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຍຸຕິທຳ, ແຮງງານ - ສະຫວັດດີການ ແລະ ສັງຄົມ. ສອງນະຄອນ ກໍ່ຄົ້ນຄ້ວາ ຜັນຂະຫຍາຍມາດຕະການຊຸກຍູ້ ການຮ່ວມມືລົງທຶນ, ການຄ້າ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ປັບປຸງນ້ຳໃຈມິດຕະພາບ, ຄົ້ນຄ້ວາ ແລະ ພິຈາລະນະປະຕິບັດການລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືສອງຝ່າຍໃນໄລຍະໃໝ່ ຊຶ່ງເປັນພື້ນຖານໃຫ້ແກ່ການເຄື່ອນໄຫວຮ່ວມມືລະຫວ່າງສອງນະຄອນໃນໄລຍະຈະມາເຖິງ.

ສ່ວນທ່ານ ອະນຸພາບ ຕຸລາລົມ ກໍ່ປາດຖະໜາຢາກໃຫ້ນະຄອນຫຼວງສອງປະເທດ ພ້ອມກັນຄົ້ນຄ້ວາ, ສ້າງສູນການຄ້າ, ການທ່ອງທ່ຽວ, ເລືອກເອົາບັນດາວິສາຫະກິດ ສອງ 2 ຝ່າຍເປັນພົວແທນພົບປະກັນ, ແລກປ່ຽນເຈລະຈາຊຸກຍູ້ການຮ່ວມມືຄ້າຂາຍ, ການທ່ອງທ່ຽວ, ການນຳນະຄອນຫຼວງຮ່າໂນ້ຍ ສືບຕໍ່ສະໜັບສະໜູນ ບັນດາໂຄງການຮ່ວມມືທີ່ມີປະສິດທິຜົນແລ້ວ ຄືໂຄງການກ່ຽວກັບກະສິກຳ, ສະໜັບສະໜູນການຮ່ວມມືລະຫວ່າງພະແນກແຮງງານ ຂອງ 2 ນະຄອນຫຼວງໃນໂຄງການຊ່ວຍເຫຼືອກໍ່ສ້າງອາຄານສັງຄົມ ຢູ່ ນະຄອນຫຼວງ ວຽງຈັນ…

vovworld.vn

ເຫດການ
302 Found

Found

The document has moved here.