ຖານະບົດບາດ ແລະອິດທິພົນຊື່ສຽງຂອງຫວຽດນາມ ນັບມື້ນັບເພີ່ມຂຶ້ນໃນເວທີສາກົນ

07:38 | 15/11/2021

ວັນທີ 12 ພະຈິກ, ທ່ານ ຮສຈ, ປອ ຫງວຽນຮົ່ງທາວ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປຊ ໄດ້ຮັບເລືອກຕັ້ງເປັນສະມາຊິກຄະນະກໍາມະການກົດໝາຍສາກົນ ຂອງ ສປຊ (ILC) ຄືນໃໝ່ໃນອາຍຸການ 2023-2027. ທ່ານ ບຸ່ຍແທງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຄວາມໝາຍສຳຄັນຂອງເຫດການນີ້.

ຂະ​ແໜງ​ການ​ສຶກ​ສາ ຢຶດ​ໝັ້ນ​ເດີນ​ຕາມ​ເປົ້າ​ໝາຍ​ຄຸນ​ນະ​ພາບ ຂະ​ແໜງ​ການ​ສຶກ​ສາ ຢຶດ​ໝັ້ນ​ເດີນ​ຕາມ​ເປົ້າ​ໝາຍ​ຄຸນ​ນະ​ພາບ
ທ່ຽວຊົມໃຈກາງນະຄອນໂຮ່ຈີມິນ ດ້ວຍລົດເມສອງຊັ້ນ ທ່ຽວຊົມໃຈກາງນະຄອນໂຮ່ຈີມິນ ດ້ວຍລົດເມສອງຊັ້ນ

ນັກຂ່າວ: ຮຽນລັດຖະມົນຕີ, ຂໍທ່ານໃຫ້ຮູ້ຄວາມໝາຍສຳຄັນຂອງເລື່ອງທ່ານ ຮສຈ, ປອ ຫງວຽນຮົ່ງທາວ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປຊ ໄດ້ຮັບເລືອກຕັ້ງເປັນສະມາຊິກຄະນະກໍາມະການກົດໝາຍສາກົນ ຂອງ ສປຊ (ILC) ຄືນໃໝ່ ໃນອາຍຸການ 2023-2027?

ທ່ານ ບຸ່ຍແທງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ: ໂດຍປະຕິບັດແຜນນະໂຍບາຍຂອງພັກ ແລະລັດກ່ຽວກັບການຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ພວກເຮົາບໍ່ພຽງແຕ່ດໍາລົງຫຼາຍຕໍາແໜ່ງສາກົນສຳຄັນປະສົບຜົນສໍາເລັດ ຄື: ປະທານອາຊຽນ 2020, ກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (ສປຊ) 2020-2021... ເທົ່ານັ້ນ ຫາກຍັງໄດ້ເປັນເຈົ້າການ, ຕັ້ງໜ້າຈັດສົ່ງພະນັກງານໄປເຮັດວຽກຢູ່ບັນດາອົງການສາກົນທີ່ມີຊື່ສຽງອີກດ້ວຍ. ສະນັ້ນ, ເລື່ອງ ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ໄດ້ຮັບເລືອກຕັ້ງເປັນສະມາຊິກ ILC ຄືນໃໝ່ໃນອາຍຸການ 2023-2027 ແມ່ນມີຄວາມ ໝາຍສໍາຄັນຫຼາຍຢ່າງ.

ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ (ເບື້ອງຊ້າຍ) ທີ່ການເລືອກຕັ້ງ. ພາບ: ສໍານັກຂ່າວສານຫວຽດນາມ
ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ (ເບື້ອງຊ້າຍ) ທີ່ການເລືອກຕັ້ງ. ພາບ: ສໍານັກຂ່າວສານຫວຽດນາມ

ທີໜຶ່ງ, ເປັນການປະກອບສ່ວນຢືນຢັນແນວທາງ ແລະແຜນນະໂຍບາຍອັນຖືກຕ້ອງຂອງພັກ ແລະລັດ ກ່ຽວກັບການຜັນຂະຫຍາຍການຄື່ອນໄຫວພົວພັນຕ່າງປະເທດຢ່າງຄົບຊຸດ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະເລິກເຊິ່ງ ກວ້າງຂວາງ... ເລື່ອງທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ໄດ້ຮັບເລືອກຕັ້ງເປັນສະມາຊິກ ILC ຄືນໃໝ່ດ້ວຍໝາກຜົນສູງເປັນການຢັ້ງຢືນເຖິງການສະໜັບສະໜູນ ແລະຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນທີ່ມີຕໍ່ຫວຽດນາມ, ຢືນຢັນຖານະບົດບາດ ແລະອິດທິພົນຊື່ສຽງນັບມື້ນັບສູງຂຶ້ນຂອງປະເທດເຮົາໃນເວທີສາກົນ.

ທີສອງ, ເລື່ອງພວກເຮົາສືບຕໍ່ເຂົ້າຮ່ວມ ILC ໄດ້ຢືນຢັນການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ສືບຕໍ່ຫັນປ່ຽນຢ່າງແຮງ, ເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງກົດໝາຍສາກົນ, ພ້ອມກັບປະຊາຄົມສາກົນສູ້ຊົນເພື່ອໂລກສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ, ເຄົາລົບກົດໝາຍສາກົນ, ການຮ່ວມມືພັດທະນາ ແລະຄວາມກ້າວໜ້າຂອງສັງຄົມ.

ທີສາມ, ສະແດງໃຫ້ເຫັນການເຕີບໃຫຍ່ດ້ານການພົວພັນຫຼາຍຝ່າຍຂອງຫວຽດນາມ, ຢືນຢັນຄວາມເຊື່ອໝັ້ນຂອງສາກົນທີ່ມີຕໍ່ຄວາມມານະພະຍາຍາມອັນໝັ້ນແກ່ນ ແລະມີຄວາມຮັບຜິດຊອບຂອງຫວຽດນາມ ໃນສະຫະປະຊາຊາດ ແລະບັນດາກົນໄກຫຼາຍຝ່າຍ. ເລື່ອງ ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ໄດ້ຮັບເລືອກຕັ້ງເປັນສະມາຊິກ ILC ຄືນໃໝ່ແມ່ນການຮັບຮູ້ຈາກສາກົນທີ່ມີຕໍ່ລະດັບຄວາມຮູ້, ກໍາລັງຄວາມສາມາດ ແລະປະສົບການກໍ່ຄືການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ເຂົ້າໃນການຊຸກຍູ້ບັນດາບັນຫາກົດໝາຍສາກົນທີ່ສຳຄັນໃນຕະຫຼອດໄລຍະປະຕິບັດງານຢູ່ ILC ອາຍຸການ 2017-2022.

ນອກຈາກ ILC, ພວກເຮົາຍັງໄດ້ ແລະພວມຕັ້ງໜ້າເຂົ້າຮ່ວມການລົງສະໝັກເລືອກຕັ້ງຢູ່ຫຼາຍອົງການ, ອົງກອນສາກົນທີ່ສຳຄັນຄື: ສະພາບໍລິຫານງານ UNESCO (2021-2025), ຄະນະກຳມະການລະຫວ່າງລັດຖະບານຂອງສົນທິສັນຍາມໍລະດົກນາມມະທໍາ 2022-2026),...

ນັກຂ່າວ: ຂໍທ່ານລັດຖະມົນຕີໃຫ້ຮູ້ຄວາມຫຍຸ້ງຍາກ, ອຸປະສັກໃນການຂົນຂວາຍການເລືອກຕັ້ງຢູ່ ILC ແລະມາດຕະການທີ່ກະຊວງການຕ່າງປະເທດ ຜັນຂະຫຍາຍແມ່ນຫຍັງແດ່?

ທ່ານ ບຸ່ຍແທງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ: ການເລືອກຕັ້ງຢູ່ອົງການພັດທະນາກົດໝາຍສາກົນທີ່ມີອິດທິພົນຊື່ສຽງ ຄື ILC ຍາມໃດກໍ່ມີລັກສະນະແກ່ງແຍ້ງສູງ. ຄວາມຈິງແລ້ວ ໃນອາຍຸການ 2023-2027, ທຸກພາກພື້ນລ້ວນແຕ່ມີຈໍານວນຜູ້ລົງສະໝັກສູງ. ພ້ອມກັນນັ້ນ, ພະຍາດໂຄວິດ-19 ໃນເກືອບ 2 ປີຜ່ານມາ ໄດ້ສ້າງອຸປະສັກຫຼາຍຢ່າງໃຫ້ແກ່ການພົບປະແລກປ່ຽນ ແລະການເຄື່ອນໄຫວສາກົນ, ຍ້ອນເຫດນັ້ນ ໄດ້ສ້າງຄວາມຫຍຸ້ງຍາກຫຼາຍຢ່າງໃຫ້ແກ່ການຂົນຂວາຍ ແລະແນະນຳຜູ້ລົງສະໝັກ.

ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກການນຳຂອງພັກ, ລັດ ແລະລັດຖະບານ, ກະຊວງການຕ່າງປະເທດ, ດ້ວຍຖານະເປັນອົງການປະສານໄດ້ເປັນປະທານ, ສົມທົບກັບກະຊວງ, ຂະແໜງການທີ່ກ່ຽວຂ້ອງ ກະກຽມຢ່າງຮອບຄອບຖີ່ຖ້ວນໃນຫຼາຍດ້ານ, ຜັນຂະຫຍາຍຍຸດທະສາດຂົນຂວາຍໃນຫຼາຍຂັ້ນ, ຫຼາຍຊ່ອງທາງພົວພັນການຕ່າງປະເທດ, ພິເສດແມ່ນການພົວພັນຕ່າງປະເທດຂັ້ນສູງ ແລະຜ່ານບັນດາຄະນະຜູ້ຕາງໜ້າຫວຽດນາມ ຢູ່ ສປຊ. ໃນການພົບປະ, ຂົນຂວາຍ, ບັນດາປະເທດ ແລະເພື່ອນມິດສາກົນ ລ້ວນແຕ່ຮັບຮູ້ຢ່າງຕັ້ງໜ້າ ແລະຕີລາຄາສູງຖານະບົດບາດ, ອິດທິພົນຊື່ສຽງ ກໍ່ຄືຄວາມມານະພະຍາຍາມ ແລະກໍາລັງຄວາມສາມາດປະກອບສ່ວນຂອງຫວຽດນາມ ໃນອົງການ ແລະລະບອບລະບຽບການຫຼາຍຝ່າຍ ໃນນັ້ນມີ ILC.

ດ້ວຍອິດທິພົນຊື່ສຽງທີ່ສ້າງໄດ້ໃນ ILC, ຂ້າພະເຈົ້າເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ແລະມີປະສິດທິຜົນເຂົ້າໃນວຽກງານຂອງ ILC, ປະກອບສ່ວນຊຸກຍູ້ການປົກສິດ ແລະຜົນປະໂຫຍດອັນຊອບທຳຂອງຫວຽດນາມ ແລະ ເພີ່ມທະວີບົດບາດ, ທັດສະນະຂອງບັນດາປະເທດພວມພັດທະນາ, ສືບຕໍ່ຢືນຢັນຢ່າງຈະແຈ້ງວ່າ ຫວຽດນາມ ແມ່ນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງປະເທດ ແລະຄວາມເຊື່ອໝັ້ນຂອງສາກົນ.

ນັກຂ່າວ: ຂໍຂອບໃຈ!

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.