20 ທ້ອງ​ຖິ່ນ ​ແລະສະຫະສະມາຄົມ​ວິ​ສາ​ຫະກິດຝລັ່ງ ຊຸກຍູ້​ການ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ

20:38 | 13/11/2021

ຍສໝ - ຫວ່າງແລ້ວນີ້, ກຸ່ມ​ຫວຽດນາມ ຢູ່​ ສະຫະສະມາຄົມ​ບັນດາ​ທ້ອງ​ຖິ່ນ ຝຣັ່ງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ບັນດາ​ທ້ອງ​ຖິ່ນຝຣັ່ງ ທີ່​ມີ​ການ​ພົວພັນ​ຮ່ວມ​ມື ​ແລະ ແຮກສ່ຽວ ກັບ​ບັນດາ​ທ້ອງ​ຖິ່ນ​ຫວຽດນາມ ດ້ວຍ​ຮູບ​ແບບ​ອອນ​ລາຍ...

ຫວຽດ​ນາມ, ອິນ​ໂດ​ເນ​ເຊຍແລກ​ປ່ຽນ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ, ເສດ​ຖະ​ກິດແລະການ​ທ່ອງ​ທ່ຽວ ຫວຽດ​ນາມ, ອິນ​ໂດ​ເນ​ເຊຍແລກ​ປ່ຽນ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ, ເສດ​ຖະ​ກິດແລະການ​ທ່ອງ​ທ່ຽວ
ອົດ​ສະ​ຕາ​ລີ ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ ອາ​ຊຽນ​ໃນ​ການ​ຮ່ວມ​ມື​ກ່ຽວ​ກັບ ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ອົດ​ສະ​ຕາ​ລີ ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ ອາ​ຊຽນ​ໃນ​ການ​ຮ່ວມ​ມື​ກ່ຽວ​ກັບ ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ

ກອງ​ປະຊຸມ​ໂດຍ​ທ່ານ Jean-Claude Dardelet, ຮອງ​ເຈົ້າ​ຄອງ​ນະຄອນ Toulouse, ປະທານ​ກຸ່ມ​ຫວຽດນາມ ຢູ່​ສະຫະສະມາຄົມ​ບັນດາ​ທ້ອງ​ຖິ່ນຝຣັ່ງ ເປັນປະທານ.

ພາບປະກອບ
ພາບປະກອບ

​ເຂົ້າ​ຮ່ວມ ​ແລະກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ ດິ່ງຕວ່ານຖັ໊ງ ເອກ​ອັກຄະ​ລັດຖະທູດຫວຽດນາມ ປະຈຳ ຝຣັ່ງ ​ໄດ້ທົບທວນຄືນ​ບັນດາ​ໝາກຜົນ​ຕົ້ນຕໍ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມຝຣັ່ງຢ່າງ​ເປັນ​ທາງ​ການ ​ເມື່ອ​ບໍ່​ດົນ​ມາ​ນີ້​ຂອງ ​ທ່ານ​ນາຍົກລັດຖະມົນຕີ ຟ້າມມີງຈິ໊ງ; ຢືນຢັນ​ວ່າ ການ​ຢ້ຽມຢາມ​ໄດ້ເປີດ​ກາລະ​ໂອກາດ​ຮ່ວມ​ມື​ໃໝ່​ຫຼາຍ​ຢ່າງ, ​ໂດຍ​ສະ​ເພາະ​ແມ່ນ​ຂົງ​ເຂດ​ສາທາລະນະ​ສຸກ, ການ​ປັບຕົວ ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຫັນ​ເປັນ​ດິຈິ​ຕອນ... ​ເຊິ່ງພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ທີ່ສຸດໃນ​ປະຈຸ​ບັນ; ເນັ້ນ​ໜັກ​ວ່າການ​ນຳສອງປະ​ເທດລ້ວນແຕ່ສະແດງຄວາມ​ຊົມ​ເຊີຍ ​ແລະຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ຖື​ວ່າ​ແມ່ນ​ກົນ​ໄກ​ຮ່ວມ​ມື​ແບບ​ພິ​ເສດ​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ ​ແລະພັດທະນາ​ການ​ພົວພັນ​ສອງ​ປະ​ເທດ ຫວຽດນາມ - ຝຣັ່ງ.

ທ່ານ​ເອກ​ອັກຄະ​ລັດຖະທູດ ດິ່ງຕວ່ານຖັ໊ງ ປາດ​ຖະໜາ​ວ່າບັນດາ​ທ້ອງ​ຖິ່ນ​ຂອງສອງປະ​ເທດ ​ແລະບັນດາ​ອົງການ​ທີ່​ກ່ຽວຂ້ອງ ຈະ​ເສີມຂະຫຍາຍລັກສະນະເປັນ ເຈົ້າການ ແລະ​ປະດິດຄິດ​ສ້າງ​ມຸ່ງ​ໄປ​ເຖິງ​ການຈັດ​ຕັ້ງ​ກອງ​ປະຊຸມ​ຮ່ວມ​ມືລະຫວ່າງ ທ້ອງ​ຖິ່ນຫວຽດນາມ - ຝຣັ່ງ ຄັ້ງທີ 12 ຢູ່ ຮ່າ​ໂນ້ຍ ​ໃນ​ທ້າຍ​ປີ 2022 ໃຫ້​ປະສົບ ຜົນສຳ​ເລັດ​, ຖືນີ້ເປັນບາດກ້າວ​ທີ່​ສຳຄັນ​ກ່ອນການສະເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຄົບຮອບ 50 ປີ ​ແລະ 10 ປີ​ແຫ່ງ​ວັນ​ເຊັນ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຫວຽດນາມ - ຝຣັ່ງ ​ໃນ​ປີ 2023.

ຜູ້ຕາງໜ້າບັນດາທ້ອງຖິ່ນ ແລະກະຊວງການຕ່າງປະເທດຝຣັ່ງ ທີ່ເຂົ້າຮ່ວມກອງປະຊຸມໄດ້ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການຮ່ວມມື ແລະ ການຜັນຂະຫຍາຍບັນດາການເຄື່ອນໄຫວກັບບັນດາຄູ່ຮ່ວມມືຫວຽດນາມ ໃນໄລຍະຜ່ານມາ. ພ້ອມ​ກັນ​ນັ້ນ, ກໍ່ເຫັນ​ດີເປັນເອກະພາບ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ ​ແລະສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຮັບປະກັນ​ໃຫ້​ກອງ​ປະຊຸມ​ຄັ້ງ​ທີ 12 ປະສົບ​ຜົນສຳ​ເລັດ ​ແລະຫວັງ​ວ່າ​ບັນດາ​ຝ່າຍ ​ແລະນະຄອນເຈົ້າພາບຮ່າ​ໂນ້ຍ ຈະ​ປຶກສາ​ຫາລື ​ແລະ​ເຫັນ​ດີເຫັນພ້ອມ​ກ່ຽວ​ກັບ​ແຜນການ ​ແລະລາຍການລະອຽດ​ຂອງ​ກອງ ປະຊຸມໂດຍໄວ, ​ເພື່ອ​ປະກອບສ່ວນ​ສ້າງ​ທ່ວງທ່າໃຫ້​ແກ່​ປີ​ສະເຫຼີມສະຫຼອງວັນ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ - ຝຣັ່ງ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ບັນຫາ​ໃໝ່​ທີ່ພວມວາງອອກຕໍ່​ຫວຽດນາມ ​ແລະ ຝຣັ່ງ, ​ໃນ​ນັ້ນ ​ມີ​ຄວາມ​ຕ້ອງການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ແພດໃນ​ສະພາບ​ການ​ແຜ່ລະບາດຂອງພະຍາດ​ໂຄ​ວິດ-19 ​ແລະການຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສືບຕໍ່ພາຍຫຼັງ​ກອງ​ປະຊຸມ COP-26 ທີ່​ຜ່ານ​ມາ…

ໄຊພອນ

ເຫດການ
302 Found

Found

The document has moved here.