ອົດ​ສະ​ຕາ​ລີ ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ ອາ​ຊຽນ​ໃນ​ການ​ຮ່ວມ​ມື​ກ່ຽວ​ກັບ ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ

08:06 | 12/11/2021

ຍ​ສໝ - ທ່ານ​ນາງ​ Marise Payne ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ແມ່​ຍິງ ອົດ​ສະ​ຕາ​ລີ ໃຫ້​ຮູ້​ວ່າ ອົດ​ສະ​ຕາ​ລີ ຈະ​ໜູນ​ຊ່ວຍ ອາ​ຊຽນ ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄ​ງ​ການ​ຄື ເຫັນ​ເປັນ​ດີ​ຈີ​ຕອນ, ບຳ​ລຸງ​ສ້າງ​ສີ​ມື​ແຮງ​ງານ, ໜູນ​ຊ່ວຍ​ບຳ​ລຸງ​ສ້າງ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ລະ​ບອບ​ລະ​ບຽບ​ການ, ບັນ​ດາ​ໂຄງ​ການ​ຮ່ວມ​ມື​ກ່ຽວ​ກັບ​ເພດ ແລະ ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ…

ອົດ​ສະ​ຕາ​ລີ ​ຊ່ວຍເຫຼືອ​ຫວຽດນາມ ​ຕີ​ລາຄາ​ຜົນ​ກະທົບ​ຂອງ​ເຕັກ​ໂນ​ໂລ​ຢີເຖິງ​​ການ​ເຕີບ​ໂຕ​ເສດຖະກິດ ອົດ​ສະ​ຕາ​ລີ ​ຊ່ວຍເຫຼືອ​ຫວຽດນາມ ​ຕີ​ລາຄາ​ຜົນ​ກະທົບ​ຂອງ​ເຕັກ​ໂນ​ໂລ​ຢີເຖິງ​​ການ​ເຕີບ​ໂຕ​ເສດຖະກິດ
ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການສຶກ​ສາ ແລະ ບຳ​ລຸງ​ສ້າງ​ລະ​ຫວ່າງ ຫວຽດ​ນາມ ກັບ ຝລັ່ງ ແລະ ອົດ​ສະ​ຕາ​ລີ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການສຶກ​ສາ ແລະ ບຳ​ລຸງ​ສ້າງ​ລະ​ຫວ່າງ ຫວຽດ​ນາມ ກັບ ຝລັ່ງ ແລະ ອົດ​ສະ​ຕາ​ລີ
ອົດ​ສະ​ຕາ​ລີ ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ ອາ​ຊຽນ​ໃນ​ການ​ຮ່ວມ​ມື​ກ່ຽວ​ກັບ ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ (ພາບ: TTXVN)

ທ່ານ​ນາງ​ Marise Payne ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ແມ່​ຍິງ ອົດ​ສະ​ຕາ​ລີ ໃຫ້​ຮູ້​ວ່າ ອົດ​ສະ​ຕາ​ລີ ຈະ​ໜູນ​ຊ່ວຍ ອາ​ຊຽນ ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄ​ງ​ການ​ຄື ເຫັນ​ເປັນ​ດີ​ຈີ​ຕອນ, ບຳ​ລຸງ​ສ້າງ​ສີ​ມື​ແຮງ​ງານ, ໜູນ​ຊ່ວຍ​ບຳ​ລຸງ​ສ້າງ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ລະ​ບອບ​ລະ​ບຽບ​ການ, ບັນ​ດາ​ໂຄງ​ການ​ຮ່ວມ​ມື​ກ່ຽວ​ກັບ​ເພດ ແລະ ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ…

ວັນ​ທີ 9 ພະ​ຈິກ, ກ່າວ​ຄຳ​ເຫັນ​ທີ່ການໂອ້ລົມສົນທະນາ ອາ​ຊຽນ - ອົດ​ສະ​ຕາ​ລີ ກ່ຽວ​ກັບ “ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ: ບົນ​ເສັ້ນ​ທາງ​ຟື້ນ​ຟູ​ໄລ​ຍະຫຼັງ​ໂລກ​ລະ​ບາດ​ໂຄວິດ - 19” ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ​ ການ​ຄ້າ ອົດ​ສະ​ຕາ​ລີ ຮ່ວມກັນ​ຈັດ​ຕັ້ງ, ທ່ານ​ນາງ Marise Payne ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ພ້ອມ​ກັບ ອາ​ຊຽນ ສົມ​ທົບ​ກັນ​ຊຸຍ​ຍູ້​ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງ ສ​ປ​ຊ ກ່ຽວ​ກັບ​ແມ່​ຍິງ, ສັ​ນ​ຕິ​ພາບ ແລ​ະ ຄວາມ​ໝັ້ນ​ຄົງ, ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຂ​ອງ​ແມ່​ຍິງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ຮັກ​ສາ​ສັນ​ຕິ​ພາບ​ສາ​ກົນ, ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ, ການ​ລົງ​ທຶນ​ໃຫ້ຫຼາຍ​ກ່​ວາ​ອີກ ໃນ​ການ​ປົກ​ປ້ອງ​ສິດ​ທິ​ແມ່​ຍິງໃນ​ປະ​ຊາ​ຄົມ.

ທ່ານ​ນາງ Marise Payne ໃຫ້​ຮູ້​ວ່າ ອົດ​ສະ​ຕາ​ລີ ຈະ​ໜູນ​ຊ່ວຍ ອາ​ຊຽນ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄ​ງ​ການ​ຄື: ຫັນ​ເປັນ​ດີ​ຈີ​ຕອນ, ບຳ​ລຸງ​ສ້າງ​ສີ​ມື​ແຮງ​ງານ, ໜູນ​ຊວ່ຍບ​ຳ​ລຸງ​ສ້າງ​ການ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ລະ​ບອບ​ລະ​ບຽບ​ການ, ໂຄງ​ການ​ຮ່ວມ​ມື​ກ່ຽວ​ກັບ​ເພດ ແລະ ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ… ສະ​ຫງວນ​ເງິນ​ເປັນ​ຈຳ​ນວນ 10 ລ້ານ AUD ຫວ່າງ​ມໍ່ໆ​ມານີ້, ແລະ ບ້​ວງ​ເງິນ​ລົງ​ທຶນ​ທີ່​ມີ​ມູນ​ຄ່າ ໃນ​ຈຳ​ນວນ 154 ລ້ານ AUD ເຂົ້າ​ໂຄງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ດ້ານຄວາມ​ໝັ້ນ​ຄົງ ອົດ​ສະ​ຕາ​ລີ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ.

ທີ່​ການ​ໂອ້​ລົມ​ສົນ​ທະ​ນາ​ບັນ​ດາ​ຜູ້​ແທນ ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ບົດ​ບາດ​ນຳ​ພາ ແລະ ສຽງ​ເວົ້າ​ຂອງແມ່​ຍິງ​ໃນ​ບັນ​ດາ​ລັດ​ຖະ​ຍະ​ໂຍ​ບາຍ ແລະ ເພີ່ມ​ສິດ​ອຳ​ນາດ​ເສດ​ຖະ​ກິດໃຫ້​ແມ່​ຍິງ, ນຳ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ມອບ​ສິດ​ໃຫ້​ແມ່​ຍິງ​ແມ່ນ​ບຸ​ລິ​ມະ​ສິດ​ສຳ​ຄັນ​ແຖວ​ໜ້າ​ໃນ​ວິ​ວັດ​ການ​ສ້າງວິ​ໄສ​ທັດປະ​ຊາ​ຄົມ​ພາຍຫຼັງ​ປີ 2025, ຊຸກ​ຍູ້​ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ວິ​ວັດ​ການ​ແກ້​ໄຂ ແລະ ບືນ​ຕົວ​ຂຶ້ນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ຄຽງຄູ່ກັບ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມຂອງມວນ​ມະ​ນຸດ ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້​າ​ທາຍ​ໃຫຍ່​ຈາ​ກການ​ປະ​ທະ​ກັນ​ດ້ານ​ອາ​ວຸດ, ການ​ໃຊ້​ຄວາມ​ຮຸ​ນ​ແຮງ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຄວາມ​ທຸກ​ຍາກ, ການ​ຂາດຄວາມ​ສະ​ເໝີ​ພາບ​ທາງ​ສັງ​ຄົມ…

ບັນ​ດາ​ຜູ້​ແທນ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕ້ອງ​ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ໂດຍ ອາ​ຊຽນ ນຳ​ໜ້າ ແລະ ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນຫຼາຍ​ກ່​ວາ​ອີກ, ເສີມ​ຂະ​ຫຍາຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຂໍ້​ລິ​ເລີ່ມ​ໃນ​ຂົງ​ເຂດນີ້ ໃນ​ປີ 2020.

ການ​ໂອ້​ລົມ​ສົນ​ທະ​ນາ ອາ​ຊຽນ - ອົດ​ສະ​ຕາ​ລີ ກ່ຽວ​ກັບ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ ໄດ້​ຈັດ​ຕັ້ງ​ຄັ້ງ​ທຳ​ອິດ​ແຕ່​ປີ 2018 - ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ລວມ​ສ​ຳ​ຄັນ​ຂອງ ອາ​ຊຽນ ແລະ ອົດ​ສະ​ຕາ​ລີ ກ່ຽວ​ກັບ​ຂົງ​ເຂດ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.