ອັງ​ກິດ ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຄຳ​ໝັ້ນ​ສັນ​ຍາ ຈະຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ລົງເປັນ 0 ໃນ​ປີ 2050 ຂອງ​ຫວຽດ​ນາມ

06:38 | 05/11/2021

ຍ​ສ​ໝ - ເປົ້າໝາຍນີ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຫວຽດນາມ, ເພື່ອປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມລວມ ເພື່ອສະກັດກັ້ນ ອຸນຫະພູມຂອງໜ່ວຍໂລກເພີ່ມຂື້ນບໍ່ເກີນ1,5 ອົງສາC.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ COP26, ເຮັດ​ວຽກ​ຢູ່​ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ຢ້ຽມ​ຢາມ ສ.ຝ​ລັ່ງ​ຢ່າງ​ເປັນ​ທາງ​ການ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ COP26, ເຮັດ​ວຽກ​ຢູ່​ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ຢ້ຽມ​ຢາມ ສ.ຝ​ລັ່ງ​ຢ່າງ​ເປັນ​ທາງ​ການ
ນາຍົກລັດຖະມົນຕີອັງກິດ ໄດ້ເຊື້ອເຊີນ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມ COP26 ນາຍົກລັດຖະມົນຕີອັງກິດ ໄດ້ເຊື້ອເຊີນ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມ COP26
ອັງ​ກິດ ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຄຳ​ໝັ້ນ​ສັນ​ຍາ ຈະຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ລົງເປັນ 0 ໃນ​ປີ 2050 ຂອງ​ຫວຽດ​ນາມ
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: TTXVN)

ເມື່ອບໍ່ດົນມານີ້, ຢູ່ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ການ​ນຳ​ໃນ​ຂອບເຂດກອງ​ປະ​ຊຸມ​ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຄັ້ງ​ທີ 26 (COP26), ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ປະກາດບັນດາຄຳໝັ້ນສັນຍາຂອງຫວຽດນາມ ໃນວຽກງານຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕາມນັ້ນແລ້ວ, ຫວຽດນາມໃຫ້ຄຳໝັ້ນສັນຍາ ຈະຫຼຸດຜ່ອຍການປ່ອຍອາຍພິດເຮືອນແກ້ວລົງເປັນ 0 ໃນປີ 2050, ພ້ອມກັນນັ້ນ ກໍ່ເຫັນດີສະໜັບສະໜູນ ຖະແຫຼງການ ແລະ ຂໍ້ລິເລີ່ມສຳຄັນກ່ຽວກັບວຽກງານປົກປັກຮັກສາປ່າ, ຫັນເປັນນຳໃຊ້ພະລັງງານສາມາດຜະລິດຄືນໃໝ່ໄດ້, ໜູນ​ຊ່ວຍ​ການ​ປັ​ບ​ຕົວ​ໃຫ້​ແທດ​ເໝາະ​ສຳລັບ​ບັນ​ດາ​ປະ​ຊາ​ຄົມ​ທ້ອງ​ຖິ່ນ ແລະ ຫຼຸດ​ຜ່ອນ​ອາຍ ເມ​ຕານ.

ຕາມ​ການ​ປະ​ກາດ​ຂອງ ສະ​ຖານ​ທູດ ອັງ​ກິດ ປະ​ຈ​ຳ ຫວຽດ​ນາມ ແລ້ວ, ທ່ານເອກອັກຄະລັດທະທູດອັງກິດປະຈຳຫວຽດນາມ Gareth Ward ໃຫ້ຮູ້ວ່າ: ລາຊະອານາຈັກອັງກິດມີຄວາມປະທັບໃຈທີ່ສຸດຕໍ່ ຄຳໝັ້ນສັນຍາຈະຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງເປັນ 0ໃນປີ 2050 ຂອງຫວຽດນາມ. ເປົ້າໝາຍນີ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຫວຽດນາມ, ປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມລວມ ເພື່ອສະກັດກັ້ນອຸນຫະພູມຂອງໜ່ວຍໂລກເພີ່ມຂື້ນບໍ່ເກີນ1,5 ອົງສາC ແລະ ສະກັດກັ້ນໜ່ວຍໂລກຮ້ອນຂື້ນ.

ກ່ອນ​ໜ້າ​ນັ້ນ, ກ່າວ​ຄຳ​ເຫັນ​ທີ່ COP 26, ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຈະ​ສ້າງ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຫຼຸ​ດ​ຜ່ອນ​ການ​ປ່ອຍອາຍ​ພິດ​ເຮືອນ​ແກ້ວຢ່າງ​ແຮງ​ກ່​ວາ​ອີກ.

ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີແລ້ວ, ບັນ​ດາ​ຜົນ​ກະ​ທົບ​​ຫຍໍ້​ທໍ້​ຈາ​ກ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ພວມ​ກໍ່​ຜົນ​ສະ​ທ້ອນ​ຢ່າງ​ຮ້າຍ​ແຮງ​ເຖິງ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ແຫຼ່ງ​ນ້ຳ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຊ້ຳ​ບໍ່​ໜຳ​ແມ່ນ​ນາບຂູ່ເຖິງຄວາ​ມ​ເປັນ​ຕາຍ​ຂອງຫຼາຍ​ປະ​ເທດ ແລະ ປະ​ຊາ​ຄົມ, ຮຽ​ກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ ຕ້ອງ​ມີ​ການ​ກະ​ທຳຢ່າງ​ແຮງ​ກ່​ວາ​ອີກ, ມີ​ຄວາ​ມີ​ຮັບ​ຜິດ​ຊອບ ແລະ ບໍ່​ຊັກ​ຊ້າ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ນີ້​ແມ່ນ​ບັນ​ຫາ​ທົ່ວ​ໂລກ ​ດັ່ງ​ນັ້ນ​ຕ້ອງ​ມີ​ການ​ສຳ​ຜັດ​ທົ່ວ​ໂລ​ກ, ນີ້​ແມ່ນ​ບັນ​ຫາທີ່ສົ່ງ​ຜົນ​ສະ​ທ້ອນເຖິງ​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ ດັ່ງ​ນັ້ນ ​ຄວນ​ມີ​ວິ​ທີ​ການ​ສຳ​ຜັດ​ກັບ​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ.

ມີຫຼາຍ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ສາ​ກົນ ຕີ​ລາ​ຄາ​ສູ​ງ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ພ້ອມ​ທັງ​ຢັ້ງ​ຢືນພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາ​ດ​ຕະ​ການ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຕີບ​ໂຕ​ສີຂຽວ, ເສດ​ຖະ​ກິດ​ໝູນ​ວຽນ ແລະ ໜູນ​ຊ່ວຍ​ບັນ​ດາ​ປະ​ຊາ​ຄົມ ເປັນ​ຕົ້ນ​ແມ່ນ​ກຸ່ມ​ຄົນ​ທີ່ມີ​ຄວາມ​ສ່ຽງ​ສູງ, ເພື່ອ​ເພີ່ມ​ຄວາມ​ສາ​ມາດ​ໃນ​ການ​ຕ້ານ​ທານ ແລະ ຮັບ​ມື​ກັບ​ບັນ​ດາ​ປະ​ກົດ​ການ​ດິນ​ຟ້າອ​າ​ກາດທີ່​ຜິດ​ປົກ​ກະ​ຕິ ແລະ ຮ້າຍ​ແຮງ​ໂດຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.