ຫວຽດ​ນາມ​ຖື​ການ​ຮ່ວມ​ມື​ກະ​ທຳ​ຂອງ​ປະ​ຊາ​ຊົນ​ແຕ່​ລະ​ຄົນ​ແມ່ນ​ພື້ນ​ຖານ​ເພື່ອ​​ປັບ​ຕົວ​ໃຫ້​ແທດ​ເໝາະກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

15:17 | 27/01/2021

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຫງວຽນ​ຊວັນ​ຟຸກ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ​ສືບ​ຕໍ່​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ປະ​ຊາ​ຄົມ​ສາ​ກົນ ເພື່ອ​ແນ​ໃສ່​ຫັນ​ສິ່ງ​ທ້າ​ທາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກາຍ​ເປັນ​ໂອ​ກາດ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃຫ້​ແກ່​ທຸກ​ຄົນ.

ຫວຽດ ນາມ ຖ ການ ຮ ວມ ມ ກະ ທຳ ຂອງ ປະ ຊາ ຊ ນ ແຕ ລະ ຄ ນ ແມ ນ ພ ນ ຖານ ເພ ອ ປ ບ ຕ ວ ໃຫ ແທດ ເໝາະກ ບ ການ ປ ຽນ ແປງ ຂອງ ດ ນ ຟ າ ອາ ກາດ ຫວຽດ​ນາມ ​ຕັ້ງ​ໜ້າ​​ປະ​ຕິ​ບັດ​ຂໍ້​ຕົກ​ລົງຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ Paris
ຫວຽດ ນາມ ຖ ການ ຮ ວມ ມ ກະ ທຳ ຂອງ ປະ ຊາ ຊ ນ ແຕ ລະ ຄ ນ ແມ ນ ພ ນ ຖານ ເພ ອ ປ ບ ຕ ວ ໃຫ ແທດ ເໝາະກ ບ ການ ປ ຽນ ແປງ ຂອງ ດ ນ ຟ າ ອາ ກາດ ອົງການສະຫະປະຊາຊາດເພື່ອການພັດທະນາ ໜູນຊ່ວຍ ຫວຽດນາມ ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​
ຫວຽດ ນາມ ຖ ການ ຮ ວມ ມ ກະ ທຳ ຂອງ ປະ ຊາ ຊ ນ ແຕ ລະ ຄ ນ ແມ ນ ພ ນ ຖານ ເພ ອ ປ ບ ຕ ວ ໃຫ ແທດ ເໝາະກ ບ ການ ປ ຽນ ແປງ ຂອງ ດ ນ ຟ າ ອາ ກາດ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ

ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ການ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ 2021 (CAS 2021) ໄຂຂຶ້ນ​ໃນ​ວັນ​ທີ 26 ມັງ​ກອນຕາມ​ຮູບ​ແບບ​ທາ​ງ​ອອນ​ລາຍ ໂດຍ​ລັດ​ຖະ​ບານ ໂຮນ​ລັງ​ຈັດ​ຕັ້ງ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ການ​ນຳ​ທົ່ວ​ໂລກ​ຄື ທ່ານ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Antonio Guteres , ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮນ​ລັງ Mark Rutte, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Boris Johnson, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel…ເຊິ່ງ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ 11 ຫົວ​ຂໍ້​ໃຫຍ່​ນັ້ນ​ແມ່ນ​ບັນ​ຫາ​ນ້ຳ, ກະ​ສິ​ກຳ ແລະ ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບ​ຽງ​ອາ​ຫານ…ກອງ​ປະ​ຊຸມ​ປຸກ​ລະ​ດົມ​ໂຄງ​ການ​ກະ​ທຳ​ກ່ຽວ​ກັບ​ການ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາ​ກາດ​ແຕ່​ປັດ​ຈຸ​ບັນ​ຮອດ​ປີ 2030 ໃນ​ທົ່ວ​ໂລກ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໄດ້​ເນັ້ນ​ໜັກ​ວ່າ: ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ເພີ່ມ​ທະ​ວີ​ຄວາມ​ທົນ​ທານ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ຊາ​ຄົມ, ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ ແລະ ຊີ​ວະ​ນາ​ໆ​ພັນ, ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ ແລະ ຄວາມ​ເສຍ​ຫາຍ​ໂດຍ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ກໍ່​ຂຶ້ນ, ປະ​ສົມ​ການ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດເຂົ້າ​ລະ​ບົບ​ຍຸດ​ທະ​ສາດ, ວາງ​ແຜນ​ກຳ​ນົດ​ແຫ່ງ​ຊາດ, ການ​ລົງ​ທຶນ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ເພີ່ມ​ທະ​ວີ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ພັດ​ທະ​ນາ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ທີ່​ທັນ​ສະ​ໄໝ. ລັດ​ຖະ​ບານ ຫວຽດ​ນາມ ຖື​ການ​ອີງ​ໃສ່​ປະ​ຊາ​ຊົນ, ການ​ຮ່ວມ​ມື​ກະ​ທຳ​ຂອງ​ປະ​ຊາ​ຊົນ​ແມ່ນ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ​ບັນ​ດາ​ໂຄງ​ການ, ການ​ເຄື່ອນ​ໄຫວ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຢ່າງ​ມີ​ໄຊ. ເຖິງວ່າ ຫວຽດ​ນາມ​ໄດ້​ມາ​ນະ​ພະ​ຍາ​ຍາມ​ຈົດ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ແຕ່​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ ໃນ​ປັດ​ຈຸ​ບັນ​ພຽງ​ແຕ່​ຕອບ​ສະ​ໜອງ​ໄດ້ 30% ຄວາມ​ຕ້ອງ​ການ​ຂອງ​ການ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແຫ່ງ​ຊາດ, ໃນ​ໄລ​ຍະ 2021 – 2030 ຕ້ອງ​ລະ​ດົມ​ເງິນ​ເປັນ​ຈຳ​ນວນ 35 ຕື້ USD. ໃນ​ໂອກ​າດນີ້, ຫວຽດ​ນາມ​ ມີ​ຄວາມ​ຫວັງ​ສືບ​ຕໍ່​ຮັບ​ຄວາມ​ຮ່ວມ​ເດີນ​ທາງ, ໜູນ​ຊ່ວຍ​ຈາກ​ປະ​ຊາ​ຄົມ​ສາ​ກົນ​ໃນ​ການ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ທ່ານ​ກ່າວ​ວ່າ: ທີ​ໜຶ່ງ​ແມ່ນ ຕ້ອງ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ປະ​ຊາ​ຄົມ, ການ​ເຂົ້າ​ຮ່ວມ​ຂອງ ປະ​ຊາ​ຊົນ​ທຸກ​ຄົນ, ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​ທົດ​ທານ​ຂອງ​ທຸກ​ຂະ​ແໜງ ແລະ ຂົງ​ເຂດ​ຕໍ່​ບັນ​ດາ​ການ​ກະ​ທຳ​ຫຍໍ້​ທໍ້ ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ. ທີສອງ ແມ່ນການ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຕ້ອງ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ, ຄວາມ​ສະ​ເໝີ​ພາບ, ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ຕົກ​ຢູ່​ທາງຫຼັງ. ທີສາມແມ່ນ ເພີ່ມທະວີການຊ່ວຍເຫຼືອສາກົນໃຫ້ແກ່ບັນດາປະເທດພວມພັດທະນາກ່ຽວກັບດ້ານການເງິນ ແລະ ເຕັກໂນໂລຢີ ເພື່ອຮັບໃຊ້ການປ່ຽນແປງຂອງດິນຟ້າອາກາດ. ທີສີ່ແມ່ນ, ຊຸກຍູ້ສາຍພົວພັນຮ່ວມມືກັບຫຼາຍຄູ່ຮ່ວມມື, ສົ່ງເສີມ, ດຶງດູດວິສາຫະກິດ, ນັກວິທະຍາສາດ, ວົງຄະນະຍາດຊຸມຊົນ ແລະ ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ເຂົ້າຮ່ວມບັນດາການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຫງວຽນ​ຊວັນ​ຟຸກ ໄດ້ເນັ້ນ​ໜັກ​ວ່າ: ຫວຽດ​ນາມ​ສືບ​ຕໍ່​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ປະ​ຊາ​ຄົມ​ສາ​ກົນ ເພື່ອ​ແນ​ໃສ່​ຫັນ​ສິ່ງ​ທ້າ​ທາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກາຍ​ເປັນ​ໂອ​ກາດ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃຫ້​ແກ່​ທຸກ​ຄົນ.

ຫວຽດ ນາມ ຖ ການ ຮ ວມ ມ ກະ ທຳ ຂອງ ປະ ຊາ ຊ ນ ແຕ ລະ ຄ ນ ແມ ນ ພ ນ ຖານ ເພ ອ ປ ບ ຕ ວ ໃຫ ແທດ ເໝາະກ ບ ການ ປ ຽນ ແປງ ຂອງ ດ ນ ຟ າ ອາ ກາດ ຫວຽດ​ນາມ ​ຕັ້ງ​ໜ້າ​​ປະ​ຕິ​ບັດ​ຂໍ້​ຕົກ​ລົງຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ Paris

ຍ​ສ​ໝ - ການ​ໂອ້​ລົມ​ສົນ​ທະ​ນາ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ຄົ້ນ​ຄ້​ວາ ແບ່ງ​ປັນ​ວິ​ໄສ​ທັດ​ກ່ຽວ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍເ​ຊິ່ງ ຫວຽດ​ນາມພ​ວມ​ປະ​ເຊີນ​ໜ້າ, ແບ່ງ​ປັນ​ວິ​ທີ​ການ​ປະ​ພຶດ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສິ່ງ​ແວດ​ລ້ອມ ເຊິ່ງ​ແຕ່​ລະ​ຄົນ​ສາ​ມາດ​ນຳ​ໃຊ້​ໃນ​ຊີ​ວິດ​ປະ​ຈຳ​ວັນ.

ຫວຽດ ນາມ ຖ ການ ຮ ວມ ມ ກະ ທຳ ຂອງ ປະ ຊາ ຊ ນ ແຕ ລະ ຄ ນ ແມ ນ ພ ນ ຖານ ເພ ອ ປ ບ ຕ ວ ໃຫ ແທດ ເໝາະກ ບ ການ ປ ຽນ ແປງ ຂອງ ດ ນ ຟ າ ອາ ກາດ ອົງການສະຫະປະຊາຊາດເພື່ອການພັດທະນາ ໜູນຊ່ວຍ ຫວຽດນາມ ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​

ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ສົມທົບກັບລັດຖະບານຫວຽດນາມ ແລະ ກອງທຶນອາກາດຂຽວ (GCF) ໜູນຊ່ວຍການປູກທີ່ປ່າຊາຍເລນໃໝ່ປະມານ 4.000 ເຮັກຕາ ຢູ່ບັນດາເຂດແຄມທະເລທີ່ຖືກກະທົບໄດ້ງ່າຍຈາກການປ່ຽນແປງຂອງດິນຟ້າອາກາດ ຢູ່ 5 ແຂວງຄື: ກວາງງ້າຍ, ແທັງຮ໊ວາ, ກວາງນາມ, ກ່າເມົາ ແລະ ນາມດິ້ງ.

ຫວຽດ ນາມ ຖ ການ ຮ ວມ ມ ກະ ທຳ ຂອງ ປະ ຊາ ຊ ນ ແຕ ລະ ຄ ນ ແມ ນ ພ ນ ຖານ ເພ ອ ປ ບ ຕ ວ ໃຫ ແທດ ເໝາະກ ບ ການ ປ ຽນ ແປງ ຂອງ ດ ນ ຟ າ ອາ ກາດ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດກໍ່​ຜົນ​ກະ​ທົບ​ຫຍໍ້​ທໍ້​ຕໍ່​ການ​ເຄື່ອນ​ໄຫວ​ຂອງວິ​ສາ​ຫະ​ກິດ

​ຍ​ສ​ໝ - ປຶ້ມ​ໄດ້​ສະ​ສົມ​ຄຳ​ເຫັນ​ຂອງວິ​ສາ​ຫະ​ກິດ 10.400 ແຫ່ງ​ ໃນ​ບໍ​ລິ​ເວນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ຜົນ​ກະ​ທົບ​ຈາກ​ຄວາມ​ສ່ຽງ​ໄພ​ທຳ​ມະ​ຊາດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຕໍ່​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລ​ະ​ກິດ. ນີ້​ໄດ້​ຖື​ວ່າແມ່ນ​ການ​ສືບ​ສວນ​ວິ​ສາ​ຫະ​ກິດ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັດ​ດ້ວຍ​ຫົວ​ຂໍ້​ນີ້.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.