ຫວຽດນາມ ຮັບວັກຊິນ Pfizer 2,6 ລ້ານໂດສ ໂດຍ ອາເມລິກາ ມອບໃຫ້

14:41 | 28/10/2021

ຍສໝ - ວັກຊິນຈຳນວນກວ່າ 1,3 ລ້ານໂດສ ໄດ້ສົ່ງມາຮອດຮ່າໂນ້ຍ ໃນວັນທີ 24 ຕຸລາ ແລະ ກວ່າ 1,3 ລ້ານໂດສ ໄດ້ສົ່ງມາຮອດນະຄອນໂຮ່ຈີມິນ ໃນຕອນເຊົ້າວັນທີ 25 ຕຸລາ.

ຫວຽດນາມ ໄດ້ຮັບຢາວັກຊີນ ປະມານ 90 ລ້ານໂດສ ຫວຽດນາມ ໄດ້ຮັບຢາວັກຊີນ ປະມານ 90 ລ້ານໂດສ
ສ.ເກົາຫຼີ ມອບວັກຊີນ AstraZeneca ໃຫ້ຫວຽດນາມ 1,1 ລ້ານໂດສ ສ.ເກົາຫຼີ ມອບວັກຊີນ AstraZeneca ໃຫ້ຫວຽດນາມ 1,1 ລ້ານໂດສ
ພາບປະກອບ
ພາບປະກອບ

ວັນທີ 25 ຕຸລາ, ຄະນະຜູ້ແທນການທູດອາເມລິກາ ປະຈໍາ ຫວຽດນາມ ແຈ້ງໃຫ້ ຮູ້ວ່າ ໂຄແວັກ ໄດ້ສົ່ງ ວັກຊິນ Pfizer-BioNTech ໃຫ້ຫວຽດນາມຕື່ມອີກ 2.633.670 ໂດສ ໂດຍອາເມລິກາ ມອບໃຫ້ເພື່ອຊ່ວຍເຫຼືອຫວຽດນາມ ຮັບມືກັບພະຍາດໂຄວິດ-19.

ລະອຽດ, ວັກຊິນຈໍານວນ 1.317.420 ໂດສ ໄດ້ສົ່ງມາຮອດຮ່າໂນ້ຍ ໃນວັນທີ 24 ຕຸລາ ແລະ 1.316.250 ໂດສ ໄດ້ມາຮອດນະຄອນໂຮ່ຈີມິນ ໃນວັນທີ 25 ຕຸລາ. ນີ້ແມ່ນເທື່ອທີ 6 ທີ່ອາເມລິກາ ມອບວັກຊິນໃຫ້ແກ່ ຫວຽດນາມ ຜ່ານໂຄງການໂຄແວັກ, ຍົກຈໍານວນວັກຊິນກັນໂຄວິດ-19 ເຊິ່ງອາເມລິກາ ມອບໃຫ້ ຫວຽດນາມ ມາຮອດປະຈຸບັນຂຶ້ນເຖິງ 12,1 ລ້ານໂດສ.

ອາ​ເມ​ລິ​ກາ ​ໄດ້​​ຊ່ວຍ​ເຫຼືອ​ຫວຽດນາມ ​ນັບ​ແຕ່​ເມື່ອເກີດໂລກລະບາດ ​ແລະ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ຊ່ວຍເຫຼືອຫວຽດນາມ ກວ່າ 30,2 ລ້ານໂດລາສະຫະລັດ​ເພື່ອ​ຮັບ​ມື​ກັບ​ພະຍາດໂຄວິດ – 19.

ຈາກ​ຊຸດ​ອົບຮົມ​ທາງ​ອອນໄລ ​ໄດ້​ຊ່ວຍ​ໃຫ້​ພະນັກງານ​ການແພດ ຢູ່ບັນດາ​ແຂວງ​ທົ່ງພຽງ​ແມ່​ນ້ຳຂອງນັບຫຼາຍ​ພັນ​ຄົນ​ ​ມີ​ທັກ​ສະ​​ປ້ອງ​ກັນ​ຕົນ​ເອງ​ຈາກ​ການ​ຕິດ​ເຊື້ອ, ​ຕະຫຼອດເຖິງ​ເຕັກ​ໂນ​ໂລ​ຊີ​ວິເຄາະ​ແຢນ ​ຊ່ວຍ​ຫວຽດນາມ ​ກວດ​ພົບ​ເຊື້ອ​ໄວ​ຣັດສາຍພັນໃໝ​ທີ່​ພວມແຜ່​ລະບາດ.

ອາ​ເມ​ລິ​ກາ ກໍ່ໄດ້ສະໜອງ​ລະບົບ​ຂໍ້​ມູນ​ຂ່າວສານ ​ແລະ ຄຳ​ແນະ​ນຳ​ໃນ​ການ​ແຈກ​ຢາຍ​ວັກ​ຊີ​ນ​ຢ່າງ​ວ່ອງ​ໄວ​ໄປ​ຍັງ​ບັນດາ​ແຂວງ, ນະຄອນ, ​ໃຫ້​ບັນດາ​ຜູ້​ທີ່ມີຄວາມສ່ຽງ​ທີ່​ສຸດ.

ພ້ອມ​ກັນ​ນັ້ນ, ​ກໍ່ໄດ້​ມອບ​ອຸປະກອນວິເຄາະ​ກວດຫາເຊື້ອ​ພະຍາດໂຄວິດ-19 ​ແລະ ອຸປະກອນ​ເກັບຮັກສາ​ວັກຊິນ, ອຸປະກອນ ​ຄື: ​ເຄື່ອງ​ຊ່ວຍຫາຍໃຈ, ​ເຄື່ອງ​ຜະລິດອັດ​ອົກ​ຊີ​ເຈນ ​ແລະ ຖັງ​ອົກ​ຊີ​ແຫຼວ​ໃຫ້​ຄົນ​ເຈັບ ​ເພື່ອ​ແນ​ໃສ່ປັບປຸງ​ລະບົບ​ເບິ່ງ​ແຍງ​ດູແລຜູ້ຕິດເຊື້ອພະຍາດ-19 ຂອງ ຫວຽດນາມ, ພິ​ເສດ​ແມ່ນຢູ່​ນະຄອນ​ໂຮ່ຈີ​ມິນ ​ແລະ ​ແຂວງ​ໃກ້ຄຽງທີ່ຖືກ​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ.

ໄຊພອນ

ເຫດການ
302 Found

Found

The document has moved here.