ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຂອງບຸນກາຣີຢູ່ອາຊີ

14:27 | 28/10/2021

ໂດຍສືບຕໍ່ການຢ້ຽມຢາມບຸນກາຣີຢ່າງເປັນທາງການ, ຕອນບ່າຍວັນທີ 26 ຕຸລາຢູ່ນະຄອນຫຼວງ ໂຊເຟັຍ, ທ່ານນາງຮອງປະທານປະເທດ ວໍ້ທິແອ້ງຊວນໄດ້ມີການພົບປະກັບຜູ້ຮັກສາການນາຍົກລົດຖະມົນຕີ ບຸນກາຣີ Stefan Yanev ແລະ ຕ້ອນຮັບລັດຖະມົນຕີການຕ່າງປະເທດບຸນກາຣີ Svetlan Stoev.

ບົດທີ 3: ເມື່ອປະເທດຊາດເອີ້ນຊື່ເຈົ້າ ບົດທີ 3: ເມື່ອປະເທດຊາດເອີ້ນຊື່ເຈົ້າ
ຫວຽດນາມ - ອັງກິດ ເຫັນດີຮອງໜັງສືຜ່ານແດນວັກຊິນຂອງກັນ ຫວຽດນາມ - ອັງກິດ ເຫັນດີຮອງໜັງສືຜ່ານແດນວັກຊິນຂອງກັນ
ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຂອງບຸນກາຣີຢູ່ອາຊີ
ທ່ານນາງຮອງປະທານປະເທດຫວຽດນາມ ວໍ້ທິແອ້ງຊວນໄດ້ມີການພົບປະກັບຜູ້ຮັກສາການນາຍົກລົດຖະມົນຕີ ບຸນກາຣີ Stefan Yanev. ພາບ: TTXVN

ທີ່ບັນດາການພົບປະເຮັດວຽກກັບການນຳລັດຖະບານບຸນກາຣີ, ທ່ານນາງຮອງປະທານປະເທດ ວໍ້ທິແອ້ງຊວນ ໄດ້ສະແດງຄວາມຫວັງຢາກເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມຶຫຼາຍດ້ານລະຫວ່າງ 2 ປະເທດໃນທຸກໆຂົງເຂດ. ທ່ານນາງຮອງປະທານປະເທດ ວໍ້ທິແອ້ງຊວນ ເນັ້ນໜັກວ່າ 2 ລັດຖະບານຄວນເພີ່ມທະວີການແລກປ່ຽນພົບປະກັນ ລະຫວ່າງບັນດາກະຊວງ ຂະແໜງການເພື່ອຊຸກຍູ້ການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ.

ສ່ວນ ຜູ້ຮັກສາການນາຍົກລົດຖະມົນຕີ ບຸນກາຣີ Stefan Yanev ແລະຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຂອງບຸນກາຣີຢູ່ອາຊີ ແລະ ໃຫ້ຮູ້ວ່າ ລັດຖະບານບຸນກາຣີ ຈະຊຸກຍູ້ໃຫ້ສະພາແຫ່ງຊາດຊຸດໃໝ່ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ- EU ໂດຍໄວ; ເຫັນດີເພີ່ມທະວີການຮ່ວມມື 2 ຝ່າຍໃນທຸກຂົງເຂດ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ, ການລົງທຶນ ແລະ ຢືນຢັນວ່າ ຝ່າຍບຸນກາຣີ ຈະເຮັດສຳເລັດບັນດາລະບຽບການເພື່ອລົງນາມໃນບັນດາຂໍ້ຕົກລົງຮ່ວມມືທາງດ້ານວັດທະນະທຳ ແລະ ການທ່ອງທ່ຽວໃນໄລຍະໃໝ່ໂດຍໄວ.

ໃນຂະນະນັ້ນ, ລັດຖະມົນຕີການຕ່າງປະເທດ ໄບຸນກາຣີ Svetlan Stoev ໄດ້ສະເໜີ 2 ຝ່າຍຈົ່ງເພີ່ມທະວີການສົນທະນາຂັ້ນສູງ ແລະ ພົບປະ 2 ຝ່າຍ; ຮັກສາການປຶກສາຫາລືການເມືອງລະຫວ່າງ 2 ກະຊວງການຕ່າງປະເທດ; ຍາດແຍ່ງປະສິດທິຜົນແຫຼ່ງກຳລັງ ແມ່ນບັນດາອະດີດນັກສຶກສາ ແລະ ປະຊາຄົມຊາວຫວຽດນາມອາໄສຢູ່ບຸນກາຣີ ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອໃຫ້ພັດທະນາໃນທຸກຂົງເຂດ.

vovworld.vn

ເຫດການ
302 Found

Found

The document has moved here.