ຝູກວັກ ຕ້ອນ​ຮັບ​ແຂກ​ສາ​ກົນ ຜູ້​ທີ່​ມີ IATA Travel Pass ນັບ​ແຕ່​ວັນ​ທີ 20 ພະ​ຈິກ ເປັນ​ຕົ້ນ​ໄປ

11:43 | 25/10/2021

ຄະນະກຳມະການປະຊາຊົນແຂວງ ກຽນຢາງ ຫາກໍປະກາດແຜນການທົດລອງການຕ້ອນຮັບແຂກທ່ອງທ່ຽວສາກົນ ມາ ຝູກວັກ ທີ່ມີ IATA Travel Pass (ປາດສະປໍ ສຸຂະພາບ). ການທົດລອງດັ່ງກ່າວຈະຜັນຂະຫຍາຍໃນໄລຍະເວລາ 6 ເດືອນ, ພາຍຫຼັງທີ່ປະຊາຊົນ ແລະ ຊາວຜູ້ອອກແຮງງານຢູ່ ຝູກວັກ ໄດ້ສັກວັກຊິນຄົບຕາມຈຳນວນກຳນົດ.

ຫວຽດ​ນາມ ຮຽ​ກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ເຄົາ​ລົບຫຼັກ​ການ​ແກ້​ໄຂ​​ການຂັດ​ແຍ້ງ​ສາ​ກົນ ໂດຍ​ສັນ​ຕິ​ວິ​ທີ ຫວຽດ​ນາມ ຮຽ​ກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ເຄົາ​ລົບຫຼັກ​ການ​ແກ້​ໄຂ​​ການຂັດ​ແຍ້ງ​ສາ​ກົນ ໂດຍ​ສັນ​ຕິ​ວິ​ທີ
ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19
ພາບ​ປະ​ກອບ
ພາບ​ປະ​ກອບ

ຄາດວ່າ, ນັບແຕ່ວັນທີ 20 ພະຈິກ ຈະເລີ່ມດຳເນີນການຕ້ອນຮັບຖ້ຽວບິນຈຳນວນໜຶ່ງມາ ຝູກວັກ ເພື່ອທົດລອງຂັ້ນຕອນຕ້ອນຮັບ, ຮັບໃຊ້ແຂກທ່ອງທ່ຽວ. ນັບແຕ່ວັນທີ 20 ທັນວາ ເປັນຕົ້ນໄປ ຈະຜັນຂະຫຍາຍປະຕິບັດຕາມຂັ້ນຕອນ ໂດຍແບ່ງອອກເປັນ 2 ໄລຍະ.

ເປົ້າໝາຍແຂກທ່ອງທ່ຽວສາກົນໄດ້ຮັບການເລືອກເຟັ້ນໃນການທົດລອງຄັ້ງນີ້ ແມ່ນບຸກຄົນທີ່ມາຈາກບັນດາປະເທດ ແລະ ເຂດແຄວ້ນທີ່ມີຄວາມປອດໄພສູງກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເປັນຕົ້ນແມ່ນ ເອີຣົບ, ຕາເວັນອອກກາງ, ອາຊີຕາເວັນອອກສ່ຽງເໜືອ, ອາຊີຕາເວັນອອກສ່ຽງໃຕ້, ອາເມລິກາເໜືອ, ໂອເຊອານີ…

vovworld.vn

ເຫດການ
302 Found

Found

The document has moved here.