ດ່າ​ໜັງ ກຽມ​ພ້ອມ​ຕ້ອນ​ຮັບ​ແຂກ​ສາ​ກົນ​ໃນ​ຕົ້ນ​ເດືອນ​ພະ​ຈິກ

16:30 | 23/10/2021

ນະຄອນ ດ່າໜັງ ຫາກໍສະເໜີຕໍ່ລັດຖະບານເລື່ອງຂໍອະນຸຍາດໃຫ້ນະຄອນຕ້ອນຮັບແຂກສາກົນນັບແຕ່ເດືອນພະຈິກ 2021. ຕາມແຜນການແລ້ວ, ຄະນະກໍາມະການປະຊາຊົນນະຄອນ ດ່າໜັງ ສະເໜີຕ້ອນຮັບ ແລະ ຮັບໃຊ້ແຂກສາກົນຕາມ 2 ໄລຍະ.

ຫວຽດ​ນາມ ເອົາ​ໃຈ​ໃສ່​ພັດ​ທະ​ນາ​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່ ຫວຽດ​ນາມ ເອົາ​ໃຈ​ໃສ່​ພັດ​ທະ​ນາ​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່
ຕ້ອນ​ຮັບ​ຄະ​ນະ​ນັກ​ທ່ອງ​ທ່ຽວ​ທຳ​ອິດ​ມາ​ທ່ຽວ ກວ໋າງ​ບິ່ງ ຕ​າມ​ຂັ້ນ​ຕອນ​ທ່ອງ​ທ່ຽວ​ຄົບ​ວົງ​ຈອນ, ທ່ອງ​ທ່ຽວ​ຂຽວ ຕ້ອນ​ຮັບ​ຄະ​ນະ​ນັກ​ທ່ອງ​ທ່ຽວ​ທຳ​ອິດ​ມາ​ທ່ຽວ ກວ໋າງ​ບິ່ງ ຕ​າມ​ຂັ້ນ​ຕອນ​ທ່ອງ​ທ່ຽວ​ຄົບ​ວົງ​ຈອນ, ທ່ອງ​ທ່ຽວ​ຂຽວ
ພາບ​ປະ​ກອບ
ພາບ​ປະ​ກອບ

ຜູ້ຕາງໜ້າພະແນກທ່ອງທ່ຽວນະຄອນ ດ່າໜັງ ໃຫ້ຮູ້ວ່າ ມີວິສາຫະກິດຫຼາຍໆແຫ່ງໃນຂົງເຂດທ່ອງທ່ຽວຢູ່ນະຄອນ ໄດ້ກຽມພ້ອມຕໍ່ແຜນການຕ້ອນຮັບແຂກສາກົນ. ບໍລິສັດທ່ອງທ່ຽວ ສ.ເກົາຫຼີ, ລັດເຊຍ, ບໍລິສັດການບິນ… ພວມສົ່ງເສີມ, ເຮັດວຽກກັບພະແນກທ່ອງທ່ຽວນະຄອນ ສະເໜີໃຫ້ຟື້ນຟູ tour ທ່ອງທ່ຽວໄປ ດ່າໜັງ ໃນໄຕມາດ 4 ຂອງປີນີ້ ແລະ ປີ 2022. ຕະຫຼາດແຂກທ່ອງທ່ຽວທີ່ມີຄວາມສາມາມບົ່ມຊ້ອນໃນປັດຈຸບັນ ແມ່ນ ລັດເຊຍ, ສ.ເກົາຫຼີ ແລະ ບາງຕະຫຼາດທີ່ພວມຄວບຄຸມໂລກລະບາດໄດ້ເປັນຢ່າງດີ ຄື ໄທ, ຍີ່ປຸ່ນ, ຮົ່ງກົງ… ທ່ານ ຫງວຽນຊວັນບິ່ງ, ຮອງຫົວໜ້າພະແນກທ່ອງທ່ຽວນະຄອນ ດ່າໜັງ ໃຫ້ຮູ້ວ່າ:

“ສຳລັບຕະຫຼາດແຂກສາກົນ, ພວກຂ້າພະເຈົ້າກໍພວມຫວັງວ່າ ຈະໄດ້ຮັບແຜນນະໂຍບາຍຈາກລັດຖະບານ ກໍຄື ຂໍ້ຕົກລົງສອງຝ່າຍກັບຕະຫຼາດທີ່ພວກເຮົາຜັນຂະຫຍາຍ, ສົ່ງເສີມຕ້ອນຮັບແຂກສາກົນ; ຮັບປະກັນໃຫ້ໜັງສືຜ່ານແດນວັກຊິນມີຄວາມລຸລ່ວງຈາກຕະຫຼາດທີ່ສົ່ງແຂກມາຮອດສະຖານທີ່ທ່ອງທ່ຽວ. ຜ່ານນັ້ນ, ຈະມີຂັ້ນຕອນຕ່າງໆ ໂດຍອີງໃສ່ຄຳແນະນຳກ່ຽວກັບຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ ແລະ ພິເສດແມ່ນການກຳນົດຕະຫຼາດຈຸດສຸມ ແລະ ກຸ່ມແຂກທ່ອງທ່ຽວຈຸດສຸມໃຫ້ແກ່ນະຄອນ ດ່າໜັງ ໃນໄລຍະຈະມາເຖິງ.”

vovworld.vn

ເຫດການ
302 Found

Found

The document has moved here.