Google Doodle ເຊີດຊູເຂົ້າຈີ່ຫວຽດນາມ ໃນໜ້າທຳອິດຂອງ Google ຢູ່ກວ່າ 10 ປະເທດ

12:25 | 26/03/2020

ຍສໝ - ນີ້ແມ່ນເທື່ອທໍາອິດໃນປະຫວັດສາດທີ່ Google Doodle ເຊີດຊູເຍື່ອງອາຫານນີ້ຂອງຊາວຫວຽດນາມ.


Google Doodle ເຊີດຊູເຂົ້າຈີ່ຫວຽດນາມ  ໃນໜ້າທຳອິດຂອງ Google ຢູ່ກວ່າ 10 ປະເທດ

Hen Nie ນຸ່ງຊຸດເຂົ້າຈີ່ໃນເວທີ Miss Universe 2018.(ພາບ:MISSOLOGY)

ເຂົ້າຈີ່ຫວຽດນາມ ໄດ້ຮັບການຮັບຮອງມາຫຼາຍຄັ້ງຈາກບັນດານັກຊ່ຽວຊານອາຫານ ແລະສື່ມວນຊົນສາກົນ. ວັນທີ 24 ມີນາ 2020, ໃນໜ້າທຳອິດຂອງ Google ຢູ່ກວ່າ 10 ປະເທດ, ໃນນັ້ນມີຫວຽດນາມ, ອາເມລິກາ, ການາດາ, ຍີ່ປຸ່ນ, ອົດສະຕາລີ, ນິວຊີແລນ, ໂອຕຣິດ, ສະວິດ, ສິງກະໂປ, ຝະລັ່ງ... ໄດ້ປະກົດບັນດາຮູບພາບທີ່ມີຊີວິດຊີວາເພື່ອເຊີດຊູເຂົ້າຈີ່ຫວຽດນາມ. Oxford English Dictionary ເມື່ອນັ້ນໄດ້ເພີ່ມຄຳສັບ "ເຂົ້າຈີ່" ເຂົ້າວັດຈະນານຸກົມ ແລະອະທິບາຍຄວາມໝາຍວ່າ ນີ້ແມ່ນເຍື່ອງອາຫານທີ່ມີຊື່ສຽງຂອງຊາວຫວຽດນາມ... ຕາມ Google, ເຂົ້າຈີ່ຫວຽດນາມ ຕົວແທນໃຫ້ແກ່ການປຸງແຕ່ງອາຫານຢ່າງຊຳນິຊຳນານຂອງຫວຽດນາມໃນໂລກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.