Google ສະເຫຼີມສະຫຼອງວັນບູຊາຜູ້ກໍ່ຕັ້ງອາຊີບຂັບ ກາຈູ່ ຫວຽດນາມ

17:53 | 24/02/2020

ຍສໝ - ເວັບໄຊ Google.com ໄດ້ສະໜອງຂໍ້ມູນທີ່ວ່າ: Google Doodle ສະເຫຼີມສະຫຼອງວັນບູຊາຜູ້ກໍ່ຕັ້ງອາຊີບຂັບ ກາຈູ່ ຫວຽດນາມ, ເພື່ອເຊີດຊູຮູບແບບດົນຕີທີ່ເປັນມູນເຊື້ອທີ່ມີໄລຍະໄດ້ຮັບການເຄົາລົບນັບຖືທີ່ສຸດຂອງຫວຽດນາມ.

Google ສະເຫຼີມສະຫຼອງວັນບູຊາຜູ້ກໍ່ຕັ້ງອາຊີບຂັບ ກາຈູ່ ຫວຽດນາມ

Google ເອົາພາບແຕ້ມ ກາຈູ່ ຂອງຫວຽດນາມ ເປັນສັນຍາລັກຊົ່ວຄາວໃນໜ້າເວັບ (Google Doodle) ຂອງເວັບໄຊ Google.com.(ພາບ: nhandan.com.vn)

Google Doodle ສະເຫຼີມສະຫຼອງວັນບູຊາຜູ້ກໍ່ຕັ້ງອາຊີບຂັບ ກາຈູ່ ຫວຽດນາມ, ເພື່ອເຊີດຊູຮູບແບບດົນຕີທີ່ເປັນມູນເຊື້ອທີ່ມີໄລຍະໄດ້ຮັບການເຄົາລົບນັບຖືທີ່ສຸດຂອງຫວຽດນາມ. ສຽງດົນຕີທີ່ເປັນເອກະລັກສະເພາະຂອງຂັບ ກາຈູ່ ມີຕົ້ນກຳເນີດນັບແຕ່ສະຕະວັດທີ 11, ດ້ວຍຈຸດເລີ່ມຕົ້ນແມ່ນປະເພດສິລະປະບັນເທິງສຳລັບຊົນຊັ້ນຂູນນາງໃນພະລາຊະວັງ, ຂັບ ກາຈູ່ ຄ່ອຍໆເຊື່ອມຕົວເຂົ້າໃນຊີວິດປະຊາຊົນໃນຕະຫຼອດໄລຍະປະຫວັດສາດ, ກ່ອນທີ່ຈະຖືກສູນຫາຍໄປ.

ວັນທີ 23 ກຸມພາ 2020, Google ເອົາພາບແຕ້ມ ກາຈູ່ ຂອງຫວຽດນາມ ເປັນສັນຍາລັກຊົ່ວຄາວໃນໜ້າເວັບ (Google Doodle) ຂອງເວັບໄຊ Google.com, ເພື່ອເຊີດຊູຮູບແບບສິລະປະທີ່ເປັນມູນເຊື້ອເນື່ອງໃນໂອກາດວັນບູຊາຜູ້ກໍ່ຕັ້ງອາຊີບຂັບ ກາຈູ່ ຫວຽດນາມ.

(ໄຊພອນ)

ເຫດການ
302 Found

Found

The document has moved here.