ມີຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ເປີດເສັ້ນ​ທາງ​ ​ໂຮ່​ຈີ​ມິນ​ໃນ​ທະ​ເລ

11:25 | 16/09/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 13 ກັນ​ຍາ, ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ໄດ້ຈັດ​ຕັ້ງ​ພິ​ທີ​ປຸກ​ລະ​ດົມ​ທາງ​ໄກ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ເປີດ​ເສັ້ນ​ທາງ​ໂຮ່​ຈີ​ມິນ ໃນ​ທະ​ເລ (23 ຕຸ​ລາ 1961 – 23 ຕຸ​ລາ 2021), ດ້ວຍ​ຫົວ​ຂໍ້​ທີ່​ວ່າ “60ປີ - ເທບ​ນິ​ຍາຍເສັ້ນ​ທາງ​ໂຮ່​ຈີ​ມິນ​ໃນ​ທະ​ເລ”. ພິ​ທີ​ປຸກ​ລະ​ດົມ​ໄດ້​ຈັດ​ຕັ້ງ​ຢູ່​ສຳ​ນັກ​ງານ​ສູນ​ກາງ​ຄະ​ນະ ແລະ ນະ​ຄອນ​ຫ໋າຍ​ຟ່ອງ.

ກອງ​ທຶນ​ຮ່ວມ​ເດີນ​ທາງ​ປະ​ກ​າດ​ໝາກ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ໃຫ້​ແກ່​ນັກ​ສຶກ​ສາ ຫວຽດ​ນາມ ກອງ​ທຶນ​ຮ່ວມ​ເດີນ​ທາງ​ປະ​ກ​າດ​ໝາກ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ໃຫ້​ແກ່​ນັກ​ສຶກ​ສາ ຫວຽດ​ນາມ
ລົງ​ທຶນ 30 ຕື້ USD ເພື່ອ​ພັດ​ທະ​ນາ​ໄຟ​ຟ້າແຮງ​ລົມ​​ຢູ່ນອກຝັ່ງ​ທະ​ເລ ຫວຽດ​ນາມ ລົງ​ທຶນ 30 ຕື້ USD ເພື່ອ​ພັດ​ທະ​ນາ​ໄຟ​ຟ້າແຮງ​ລົມ​​ຢູ່ນອກຝັ່ງ​ທະ​ເລ ຫວຽດ​ນາມ
ມີຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ເປີດເສັ້ນ​ທາງ​ ​ໂຮ່​ຈີ​ມິນ​ໃນ​ທະ​ເລ
ສະ​ຫາຍ ຫງວຽ​ນ​ເຕ​ື່ອງ​ເລິມ ເລ​ຂາ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: qdnd.vn)

ນີ້​ແມ່ນ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່, ສຶກ​ສາ​ໃຫ້​ແກ່​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ກ່ຽວ​ກັບ​ປະ​ຫວັດ​ສາດ, ມູນ​ເຊື້ອ​ວິ​ລະ​ຊົນ​ແຫ່ງ​ຊາດ, ກອງ​ທັບ ແລະ ຂອງ​ທະ​ຫານ​ເຮືອ​ປະ​ຊາ​ຊົນ ຫວຽດ​ນາມ ໃນ​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ມີ​ຄ​ວາມ​ໝາຍ​ຍຸດ​ທະ​ສາດ​ຂອງ​ເທດ​ນິ​ຍາຍ ຖະ​ໜົນ​ໂຮ່​ຈີ​ມິນ ໃນ​ທະ​ເລ. ຜ່ານ​ນັ້ນ, ກໍ່ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຊາວ​ໜຸ່ມ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ໃນ​ສະ​ພາບ​ການ​ໃໝ່​ຢ່າງ​ໝັ້ນ​ຄົງ.

ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ຄະ​ນະ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ​ໄດ້​ສຸມ​ໃສ່​ຍູ້​ແຮງ​ບັນ​ດາ​ລາຍ​ການ, ການ​ເຄື່ອນ​ໄຫວໃນ​ສື່​ສັງ​ຄົມ​ອອນ​ລາຍ.

ຄາດ​ວ່າ ​ເດືອນ ຕຸລາ ປີ 2021 ຄະ​ນະ​ຊາວ​ໜຸ່ມ​ທຸກ​ຂັ້ນ ຈະ​ຈັດ​ຕັ້ງ​ການ​ຮ່ວມຊີ​ວິດ​ທາງ​ການ​ເມືອງ ດ້ວຍ​ຫົວ​ຂໍ້ “60 ປີ - ເທບນິ​ຍາຍ​ເສັ້ນ​ທາງ ໂຮ່​ຈີ​ມິນ ໃນ​ທະ​ເລ” ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ, ເວ​ທີ​ປາ​ໄສ​ທາງ​ໄກ ດ້ວຍ​ບັນ​ດາ​ເນື້ອ​ໃນ: ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ, ມູນ​ເຊື້ອ​ວິ​ລະ​ຊົນ​ຂອງ​ຊາດ, ກອງ​ທັບ ແລະ ທະ​ຫານ​ເຮືອ​ປະ​ຊາ​ຊົນ ຫວຽດ​ນາມ ໃນ​ບັ້ນ​ຕໍ່​ສູ້​ຕ້ານ​ອາ​ເມ​ລິ​ກາ ກູ້​ຊາດ, ບັນ​ດາ​​ວິ​ລະ​ກຳ​ເທບນິ​ຍາຍ​ຂອງ​ຄະ​ນະ​ກ່ຳ​ປັ່ນທີ່​ບໍ່​ມີ​ໝາຍ​ເລກ ໃນ​ຖະ​ໜົນ​ໂຮ່​ຈີ​ມິນ​ໃນ​ທະ​ເລ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.