ກ່ຳ​ປັ່ນ​ຕູ້​ຄອນ​ເທນ​ເນີທົດ​ລອງທີ 2 ຂອງ​ບໍ​ລິ​ສັດ​ກ່ຳ​ປັ່ນ​ທະ​ເລ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ເຂົ້າ​ທຽບ​ທ່າ​ກ໊າຍ​ເລິນ

20:00 | 17/09/2021

ຍ​ສ​ໝ - ວັ​ນ​ທີ 14 ກັນ​ຍາ, ກ່ຳ​ປັ່ນ Synergy Busan (ສັດ​ຊາດ ສ.ມາດໂຊນ) ມີ​ນ້ຳ​ໜັກ​ເກືອບ 51 ພັນ​ໂຕນ ໄດ້​ເຂົ້າ​ທຽບ​ທ່າ​ທີ່ທ່າ​ກ່ຳ​ປັ່ນ ຄອນ​ເທນ​ເນີ ສາ​ກົນ ກ໊າຍ​ເລິນ.

ກ່ຳ​ປັ່ນ​ຕູ້​ຄອນ​ເທນ​ເນີທົດ​ລອງທີ 2 ຂອງ​ບໍ​ລິ​ສັດ​ກ່ຳ​ປັ່ນ​ທະ​ເລ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ເຂົ້າ​ທຽບ​ທ່າ​ກ໊າຍ​ເລິນ
​ທ່າ​ກ໊າຍ​ເລິນ (ພາບ: baoquangninh.com.vn)

ນີ້​ແມ່ນ​ຖ້ຽວ​ກ່ຳ​ປັ່ນ​ທົດ​ລອງ​ທີ 2 ຂອງ​ບໍ​ລິ​ສັດ ກ່ຳ​ປັ່ນ MAERSK LINE ໜຶ່ງ​ໃນ​ບັນ​ດາ​ບໍ​ລິ​ສັດ​ກ່ຳ​ປັ່ນ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ປະ​ສິດ​ທິ​ຜົນ​ຂອງ​ເສດ​ຖະ​ກິດ, ມຸ່ງ​ໄປ​ເຖິງ​ການ​ເປີດ​ບັນ​ດາ​ຖ້ຽວ​ກ່ຳ​ປັ່ນ​ຄອ​ນ​​ເທນ​ເນີ ສາ​ກົນມາ​ຜ່ານ​ທ່າ​ກ່ຳ​ປັ່ນ ກ໊າຍ​ເລິນ.

ກ່ອນ​ໜ້​າ​ນັ້ນ​, ໂດຍ​ປະ​ຕິ​ບັດ​ໂຄງ​ການ​ທົດ​ລອງ​ຂອງ​ແຂວງທີ່ໄດ້ວາງອອກ, ດ້ວຍ​ການ​ສ້າງ​ເງື່ອນ​ໄຂ​ໜູນ​ຊ່ວຍ​ດີ່​ທີ່​ສຸດ​ຂອງ​ບັນ​ດາ​ຂະ​ແໜງ​ທ່າ​ກ່ຳ​ປັ່ນ, ກ່ຳ​ປັ່ນ​ທະ​ເລ Cape Moss, ຖ້ຽວ​ກ່ຳ​ປັ່ນ​ທົດ​ລອງ​ທຳ​ອິດ​ຂອງບໍ​ລິ​ສັດ ກ່ຳ​ປັ່ນ MAERSK LINE ໄດ້​ປະ​ຕິ​ບັດ​ສຳ​ເລັດການ​ຍົກ​ຄອນ​ເທນ​ເນີ 1.215 ຕູ້ລົງ ແລະ ຈັດ​ໃສ່​ກ່ຳ​ປັ່ນ​ຄອນ​​ເທນ​ເນີສິນ​ຄ້າ 288 ລຳ​ໃນ​ໄລ​ຍະ​ເວ​ລາ 20 ຊົ່ວ​ໂມງ ແລະ ອອກ​ຈາກ​ທ່າ​ກ່ຳ​ປັ່ນ​ຢ່າງ​ປອດ​ໄພ.

ຕາມ​ແຜນ​ການ​ແລ້ວ, ເລື່ອງ​ຍົກ​ຄອນ​​ເທນ​ເນີ ຫຼາຍ​ກ່າວ 2000 ຕູ້​ລົງ ແລະ ຈັດ​ຕູ້​ຄອນ​ເທນ​ເນີ 150 ຕູ້​ລົງ​ກ່ຳ​ປັ່ນ Synergy Busan ກໍ່​ຈະ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ໂດຍ​ໄວ, ຮັບ​ປະ​ກັນ​ວ່າ ກ່ອນ​ເວ​ລາ 15 ໂມງ​ຂອງວັນ​ທີ 15 ກັນ​ຍາ, ກ່ຳ​ປັ່ນ​ສາມາດ​ເດີນ​ທາງ​ອອກ​ຈາກ​ທ່າ​ກ່ຳ​ປັ່ນ​ກ໊າຍ​ເລິນ ໄປ​ຍັງ​ທ່າ​ກ່ຳ​ປັ່ນ​ຕໍ່​ໄປ​. ວິ​ວັດ​ການ​ປະ​ຕິ​ບັດ​ສິນ​ຄ້າຢູ່ທ່າ​ກ່ຳ​ປັ່ນ​ໄດ້​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​, ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ຄົບ​ຖ້ວນ.

ຄາດ​ວ່າໃນ​ທ້າຍ​ເດືອນ​ກັນ​ຍາ ຈະ​ສື​ບ​ຕໍ່​ມີ​ກ່ຳ​ປັ່ນ​ຕູ້​ຄອນ​ເທນ​ເນີ ຂອງ​ບໍ​ລິ​ສັດ​ກ່ຳ​ປັ່ນ MAERSK LINE ເຂົ້າ​ທຽບ​ທ່າ. ບົນ​ພື້ນ​ຖານ​ນັ້ນ, ບໍ​ລິ​ສັດ​ກ່ຳ​ປັ່ນ​ນີ້ ຈະ​ສະ​ເໜີ​ບັນ​ດາ​ຖ້ຽວ​ກ່ຳ​ປັ່ນ​ທົດ​ລອງ​ຂົນ​ສົ່ງ​ສາ​ກົນ​ຜ່ານ​ທ່າ​ກ່ຳ​ປັ່ນ​ກ໊າຍ​ເລິນ​ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ​ຕື່ມ​ອີກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.