ຂະແໜງທ່ອງທ່ຽວ ຮ່າໂນ້ຍ ກຽມພ້ອມຟື້ນຟູພາຍຫຼັງໂລກລະບາດໂຄວິດ-19

16:30 | 10/10/2021

ຂະແໜງທ່ອງທ່ຽວຮ່າໂນ້ຍກຽມຄວາມພ້ອມໃຫ້ແກ່ແຜນການຟື້ນຟູພາຍຫຼັງໂລກລະບາດໂຄວິດ -19 ໄດ້ຮັບການຄວບຄຸມ. ພະແນກທ່ອງທ່ຽວນະຄອນຫຼວງ ຮ່າໂນ້ຍ ໄດ້ກໍ່ສ້າງ, ຄຸ້ມຄອງສະພາບແວດລ້ອມແຫ່ງການທ່ອງທ່ຽວໃຫ້ມີຄວາມສະຫງົບ, ປອດໄພ, ໃກ້ຊິດສະໜິດສະໜົມເພື່ອໃຫ້ ຮ່າໂນ້ຍ ກາຍເປັນສະຖານທີ່ດຶງດູດນັກທ່ອງທ່ຽວ.

ນະຄອນ ຮ່າໂນ້ຍ ໄດ້ກະກຽມມາດຕະການຮັບມືກັບລະດັບ 4 ຂອງໂລກລະບາດ ໂຄວິດ 19 ນະຄອນ ຮ່າໂນ້ຍ ໄດ້ກະກຽມມາດຕະການຮັບມືກັບລະດັບ 4 ຂອງໂລກລະບາດ ໂຄວິດ 19
Startup ຫວຽດນາມ ຍາດໄດ້ລາງວັນຮອງຊະນະເລີດ ຜູ້ປະກອບການໃໝ່ ຂະແໜງທ່ອງທ່ຽວ ພູມມິພາກ ແມ່ນຳ້ຂອງ Startup ຫວຽດນາມ ຍາດໄດ້ລາງວັນຮອງຊະນະເລີດ ຜູ້ປະກອບການໃໝ່ ຂະແໜງທ່ອງທ່ຽວ ພູມມິພາກ ແມ່ນຳ້ຂອງ
ພາບປະກອບ
ພາບປະກອບ

ພະແນກທ່ອງທ່ຽວຮ່າໂນ້ຍພວມສ້າງແຜນພັດທະນາການທ່ອງທ່ຽວ ຕິດແທດກັບການຜັນແປຂອງໂລກລະບາດໂຄວິດ-19 ແລະ ຕາມຄຳກ່າວເຕືອນຂອງກະຊວງສາທາລະນະສຸກ. ຖ້າຫາກຄວບຄຸມໂລກລະບາດໄດ້ເປັນຢ່າງດີ, ພະແນກທ່ອງທ່ຽວ ຮ່າໂນ້ຍຈະຕີລາຄາສະພາບການ ແລະ ສະເໜີສືບຕໍ່ເປີດປະຕູການທ່ອງທ່ຽວຕາມແຜນການ. ທ່ານເຈິ່ນຈູງຮ໊ຽວ, ຮອງຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ໃນເດືອນຕຸລາ 2021 ໄດ້ນຳໃຊ້ມາດຕະການເປີດປະຕູ, ອະນຸຍາດໃຫ້ຫົວໜ່ວຍ ທ່ອງທ່ຽວຕ້ອນຮັບນັກທ່ອງທ່ຽວໃນບໍລິເວນນະຄອນ. ເດືອນພະຈິກຈະນຳໃຊ້ມາດຕະການເປີດປະຕູແລະຟື້ນຟູ, ອະນຸຍາດໃຫ້ຫົວໜ່ວຍທ່ອງທ່ຽວຕ່າງໆຕ້ອນຮັບນັກທ່ອງທ່ຽວ ຢູ່ພາຍໃນນະຄອນແລະບັນດາແຂວງ, ນະຄອນທີ່ສາມາດຄວບຄຸມ ໂລກລະບາດ ໄດ້ເປັນຢ່າງດີ. ເດືອນທັນວາອາດຈະນຳໃຊ້ມາດຕະການເປີດປະຕູ ແລະ ຟື້ນຟູ ການທ່ອງທ່ຽວຕາມສະພາບປົກກະຕິໃໝ່.”

ຕາມແຜນການເຊິ່ງສະມາຄົມບໍລິສັດທ່ອງທ່ຽວ ຮ່າໂນ້ຍ ສ້າງຂຶ້ນນັ້ນ ເພື່ອໃຫ້ຂະແໜງທ່ອງທ່ຽວກັບມາເຄື່ອນໄຫວຄືນໃໝ່ຮັບປະກັນຄວາມປອດໄພ, ຕ້ອງຕອບສະໜອງຕາມມາດຕະຖານ “ຂຽວ”, ຄື: ນັກທ່ອງທ່ຽວ “ຂຽວ” (ໄດ້ສັກວັກຊິນກັນໂຄວິດ-19 ຄົບ 2 ເຂັມ, ມີຜົນກວດເປັນລົບກັບໄວຣັດ SASR-CoV-2); ວິສາຫະກິດ “ຂຽວ” (ຮັບປະກັນໃຫ້ຜູ້ອອກແຮງງານຂອງຫົວໜ່ວຍໄດ້ສັກວັກຊິນຄົບ 2 ເຂັມ, ມີກຳລັງຄວາມສາມາດຈັດລາຍການທ່ອງທ່ຽວປອດໄພ); ລະບົບການບໍລິການ “ຂຽວ” (ບັນດາຜະລິດຕະພັນ, ການບໍລິການຄົບວົງຈອນ, ສະເພາະ, ປອດໄພ)… ໃນຕໍ່ໜ້າ, ສະມາຄົມບໍລິສັດທ່ອງທ່ຽວ ຮ່າໂນ້ຍ ແລະບັນດາວິສາຫະກິດຈະສ້າງບາງຜະລິດຕະພັນທົດລອງທ່ອງທ່ຽວທີ່ປອດໄພຄື: ລາຍການທ່ອງທ່ຽວຄົ້ນຫາໝູ່ບ້ານບູຮານເດື່ອງເລິມ, ປ່າສະຫງວນແຫ່ງຊາດບາວີ, ວັດເຮືອງ… ທ່ານຟຸ່ງກວາງທັງ, ປະທານສະມາຄົມບໍລິສັດທ່ອງທ່ຽວຮ່າໂນ້ຍ, ໃຫ້ຮູ້ວ່າ:

“ໃນການບໍລິການທ່ອງທ່ຽວໄດ້ສຸມໃສ່ຜະລິດຕະພັນທ່ອງທ່ຽວໃໝ່ເພື່ອລໍຖ້າກາລະໂອກາດ ຈາກການຄວບຄຸມໂລກລະບາດໄດ້ແລ້ວ ແລະ ກຽມຄວາມພ້ອມ. ພາຍຫຼັງເກີດໂລກລະບາດແຕ່ລະຄັ້ງນັ້ນ ພວກຂ້າພະເຈົ້າໄດ້ສຸມໃສ່ກະຕຸ້ນການທ່ອງທ່ຽວເພື່ອສ້າງແຫຼ່ງນັກທ່ອງທ່ຽວໃຫ້ແກ່ວິສາຫະກິດ. ອີກດ້ານໜຶ່ງ, ພວກຂ້າພະເຈົ້າໄດ້ຈັດເຫດການໃຫຍ່ໆຂຶ້ນ, ຕົວຢ່າງຄືງານຕະຫຼາດນັດທ່ອງທ່ຽວສາກົນຮ່າໂນ້ຍປະຈຳປີ.”

ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ຂະແໜງທ່ອງທ່ຽວນະຄອນຫຼວງຍັງປະຕິບັດໄດ້ບາງໜ້າທີ່, ໃນນັ້ນ, ພົ້ນເດັ່ນແມ່ນເລື່ອງສ້າງໂຄງປະກອບບັນດາຜະລິດຕະພັນທ່ອງທ່ຽວຄືນໃໝ່, ຄື: ລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ ເຂດພະລາຊະວັງທັງລອງ; ຜະລິດຕະພັນທ່ອງທ່ຽວເຂົ້າຮ່ວມຄົ້ນຫາຢູ່ຫໍພິພິພິທະພັນຊົນເຜົ່າວິທະຍາ; ຜະລິດຕະພັນທ່ອງທ່ຽວເຂົ້າຮ່ວມຄົ້ນຫາຢູ່ຄຸກ ຮວາລໍ່… ທ່ານເຈືອງກວກຮຸ່ງ, ປະທານສະໂມສອນບໍລິສັດທ່ອງທ່ຽວ UNESCO ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ສິ່ງທີ່ບໍລິສັດທ່ອງທ່ຽວເອົາໃຈໃສ່ທີ່ສຸດແມ່ນເຮັດແນວໃດເພື່ອສາມາດຄວບຄຸມໂລກລະບາດໃຫ້ໄດ້ ແຕ່ໜຶ່ງໃນບັນດາສິ່ງທີ່ເອົາໃຈໃສ່ເປັນພິເສດທີ່ສຸດນັ້ນແມ່ນການພັດທະນາການທ່ອງທ່ຽວຢູ່ເຂດຕ່າງໆ, ທ່ອງທ່ຽວພາຍໃນປະເທດໃຫ້ມີຄວາມປອດໄພ. ພາຍຫຼັງທີ່ສາມາດຄວບຄຸມໂລກລະບາດໄດ້ໃນແຕ່ລະຄັ້ງນັ້ນ ບັນດາບໍລິສັດໄດ້ຮ່ວມແຮງຮ່ວມໃຈຊອກຮູ້ສະຖານທີ່ທ່ອງທ່ຽວທີ່ປອດໄພ, ເພື່ອອອກແບບຜະລິດຕະພັນທ່ອງທ່ຽວ, ລາຍການທ່ອງທ່ຽວເພື່ອສະໜອງໃຫ້ຕະຫຼາດ. ພວກຂ້າພະເຈົ້າເອົາໃຈໃສ່ສົ່ງເສີມການທ່ອງທ່ຽວໃຫ້ບັນດາວິສາຫະກິດ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ນັກທ່ອງທ່ຽວກ່ຽວກັບປະເທດຫວຽດນາມແມ່ນສະຖານທີ່ທ່ອງທ່ຽວທີ່ປອດໄພ”.

ນັບແຕ່ຕົ້ນປີມາຮອດປະຈຸບັນ, ຫວຽດນາມ ຍັງບໍ່ທັນເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນ, ສະນັ້ນ ນັກທ່ອງທ່ຽວຕ່າງປະເທດຈຳນວນໜຶ່ງທີ່ມາ ຮ່າໂນ້ຍ ໃນໄລຍະຜ່ານມາສ່ວນຫຼາຍແມ່ນນັກຊ່ຽວຊານ, ແຮງງານທີ່ມາເຮັດວຽກ. ບາງໂຮງແຮມໄດ້ຜ່ານຜ່າສິ່ງທ້າທາຍຂອງໂລກລະບາດດ້ວຍວິທີຕ້ອນຮັບແຂກມາແຍກຕົວ, ສ້າງແຫຼ່ງລາຍຮັບແລະຮັກສາແຫຼ່ງຊັບພະຍາກອນມະນຸດ. ບັນດາວິສາຫະກິດໄດ້ຮ່ວມແຮງຮ່ວມໃຈກັນຜ່ານຜ່າຄວາມຫຍຸ້ງຍາກ. ທ່ານນາງຍືທິເງິ່ນ, ຫົວໜ້າບໍລິສັດຫຸ້ນສ່ວນລົງທຶນທ່ອງທ່ຽວ ຮ່າໂນ້ຍ, ຖືວ່າ:

“ພວກຂ້າພະເຈົ້າເອົາໃຈໃສ່ເຖິງການສັບຊ້ອນກົງຈັກຂອງຕົນຄືນໃໝ່, ຖືນັ້ນແມ່ນກາລະໂອກາດເພື່ອສ້າງຜະລິດຕະພັນໃໝ່, ພ້ອມກັນນັ້ນກໍ່ຊອກຫາຈຸດທີ່ແຕກຕ່າງຢູ່ໃນນັ້ນ. ຖືເປັນສຳຄັນການພັດທະນາການທ່ອງທ່ຽວແບບຍືນຍົງ. ວິທີຮັບໃຊ້ແມ່ນແຕກຕ່າງກັບປະຈຸບັນແລະກ່ອນນີ້, ຄວາມຕ້ອງການຂອງນັກທ່ອງທ່ຽວກໍມີອັນເປັນສະເພາະ ແລະ ລົງເລິກກວ່າ, ລະດັບຄວາມຮູ້, ຄວາມສາມາດຂອງຜູ້ຮັບໃຊ້ການບໍລິການຕ້ອງໄດ້ຍົກສູງຂຶ້ນກວ່າເກົ່າ”.

ປະຈຸບັນ, 100% ສະຖານທີ່ບໍລິການພັກເຊົາ, ສະຖານທີ່ທ່ອງທ່ຽວ ຢູ່ຮ່າໂນ້ຍໄດ້ຮຽກຮ້ອງໃຫ້ມີການຈົດທະບຽນ ແລະ ຕີລາຄາຄວາມປອດໄພໃນລະບົບ safe.tourism.com.vn. ຂະແໜງທ່ອງທ່ຽວຮ່າໂນ້ຍໄດ້ສ້າງແຜນການພັດທະນາການທ່ອງທ່ຽວນະຄອນຫຼວງນັບແຕ່ນີ້ຮອດທ້າຍປີ 2021 ດ້ວຍເປົ້າໝາຍປາຍແຫຼມແມ່ນຕ້ອນຮັບນັກທ່ອງທ່ຽວຢູ່ພາຍໃນປະເທດ./.

vovworld.vn

ເຫດການ
302 Found

Found

The document has moved here.