ສະມາຄົມນັກຈິດຕະກອນຢູແກຼນປະດິດແຕ່ງກ່ຽວກັບຫວຽດນາມ

14:37 | 07/10/2021

ຍສໝ - ສະມາຄົມນັກຈິດຕະກອນຢູແກຼນ ແລະຜູ້ອຸປະຖໍາ Gorchakov ຈະປະສານສົມທົບກັບສະຖານທູດຫວຽດນາມ ປະຈຳຢູແກຼນ ເພື່ອເຊື້ອເຊີນບັນດາສະມາຊິກຂອງສະມາຄົມນັກຈິດຕະກອນຢູແກຼນ ເພື່ອປະດິດແຕ່ງກ່ຽວກັບຫວຽດນາມ...

ນັກກິລາວັນຫຽວ ຍິງປະຕູລູກງາມທີ່ສຸດທີ່ FIFA Futsal World Cup 2021 ນັກກິລາວັນຫຽວ ຍິງປະຕູລູກງາມທີ່ສຸດທີ່ FIFA Futsal World Cup 2021
ຫວຽດນາມ ໜູນຊ່ວຍວັດຖຸອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກໍາປູເຈຍ ຫວຽດນາມ ໜູນຊ່ວຍວັດຖຸອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກໍາປູເຈຍ
ພາບປະກອບ
ພາບປະກອບ

ນັ້ນແມ່ນໜຶ່ງໃນກິດຈະກຳພາຍໃຕ້ຂໍ້ຕົກລົງການຮ່ວມມືລະຫວ່າງສະຖານທູດ ແລະສະມາຄົມນັກຈິດຕະກອນຢູແກຼນແລະຜູ້ອຸປະຖໍາ Gorchakov.

ບັນດາຜົນງານໂດຍນັກຈິດຕະກອນຢູແກຼນຈະຖືກນຳໃຊ້ເພື່ອຈັດງານວາງສະແດງຮູບພາບຢູ່ໃນບາງນະຄອນໃຫຍ່ຂອງຢູແກຼນເຊັ່ນ: Kiev, Kharkov, Odessa, Lvov ... ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະຢູແກຼນ (23 ມັງກອນ 1992-23 ມັງກອນ 2022).

ບັນດາການປະດິດແຕ່ງສິລະປະນີ້ ຈະສະແດງໃຫ້ເຫັນອາລົມຈິດ ແລະຄວາມຮັກແພງຫວຽດນາມຂອງໝູ່ເພື່ອນຢູ່ປະເທດປະຈໍາຖິ່ນ, ປະກອບສ່ວນໃນການປັບປຸງການພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດຫວຽດນາມ - ຢູແກຼນ.

ຂໍ້ຕົກລົງການຮ່ວມມືລະຫວ່າງສະຖານທູດ ກັບສະມາຄົມນັກຈິດຕະກອນ ແລະຜູ້ອຸປະຖໍາ Gorchakov ແມ່ນສ່ວນ ໜຶ່ງຂອງໂຄງການຮ່ວມມືລະຫວ່າງສະຖານທູດ ກັບບັນດາສະມາຄົມສິລະປະຢູແກຼນ.

ສະມາຄົມນັກຈິດຕະກອນແຫ່ງຊາດຢູແກຼນ ໄດ້ສ້າງຕັ້ງຂຶ້ນໃນປີ 1938, ປະຈຸບັນມີ 33 ສາຂາສະມາຄົມຢູ່ບັນດາທ້ອງຖິ່ນດ້ວຍຫຼາຍກວ່າ 4,000 ສະມາຊິກສະມາຄົມ. ໂດຍເປັນສະມາຊິກຂອງສະມາຄົມສິລະປະສາກົນ, ສະມາຄົມມີໜ້າທີ່ເຕົ້າໂຮມກຳລັງການປະດິດແຕ່ງ, ສ້າງສະພາບແວດລ້ອມດ້ານສິລະປະ, ຮັບປະກັນສິດເສລີພາບໃນການປະດິດແຕ່ງ, ຊຸກຍຸ້ການພັດທະນາວິຊາຊີບ ແລະປົກປ້ອງສິດຜົນປະໂຫຍດຂອງສະມາຊິກສະມາຄົມ.

ໄຊພອນ

ເຫດການ
302 Found

Found

The document has moved here.